ພະລາຊະວັງບູຮານ ຫລື ກູ້ກົ່ງ ສະຫງ່າງາມໜ້າສຳພັດ
ກວ່າຈະໄດ້ໂອກາດ ມັນບໍ່ແມ່ນເລື່ອງ ທຳມະດາ, ແຕ່ເມື່ອໂອກາດ ມາກໍຕ້ອງບໍ່ປ່ອຍ ໃຫ້ຫລຸດມືແມ່ນ ແຕ່ວິນາທີດຽວ ເພາະຈຸດໝາຍນັ້ນ ຄືຄວາມຝັນຄວາມຫວັງ ທີ່ມື້ໜຶ່ງຕ້ອງໄດ້ໄປ ແລະ ໃນທີ່ສຸດ ມັນກໍເປັນຈິງ ເມື່ອໄດ້ໄປຮອດ ຈອດເຖິງເປົ້າໝາຍ ເຊິ່ງນັ້ນກໍຄື ພະລາຊະວັງຕ້ອງຫ້າມ ຫລື ກູ້ກົ່ງນັ້ນເອງ.ໂກອິນເຕີກັນ ໜ້ອຍໜຶ່ງກໍຄື ພາສາອັງກິດເອີ້ນວ່າ “the Imperial Palace” ຫລື “The Palace Museum” ຫລື “The Forbidden City ເປັນພະລາຊະວັງ ຂອງລາຊະວົງໝິງ ແລະ ຊິງທັງ ເປັນສິ່ງກໍ່ສ້າງ ທີ່ມະຫັດສະຈັນ ແຫ່ງໜຶ່ງໂດຍນຳໄມ້ ມາກໍ່ສ້າງທັງກວ້າງ ທັງໃຫຍ່ທັງສົມບູນ ທີ່ສຸດໃນໂລກ.
ວ່າແຕ່ຫວິດສະຖານີ ລົດໄຟຟ້າໃຕ້ດິນທຽນ ອັນເໝິນຕາເວັນອອກປະຕູບີ, ຜູ້ຂຽນກໍຈ້າວບາດ ຍ່າງດ່ວນພະລັນຫວັງ ສຳພັດຄວາມຈິງທີ່ ບໍ່ອີງການເລົ່າລື ໂດຍຍ່າງຜ່ານຄຸ້ມບູຮານ ແລະ ກໍພໍພຽງແຕ່ ຫວິດປະຕູເທົ່ານັ້ນ ລະທ່ານຜູ້ ອ່ານເອີ່ຍມັນຊ່າງຍິ່ງ ໃຫຍ່ຕະການຕາ ປານໄດ້ຂຶ້ນໄປຮອດ ສະຫວັນຊັ້ນຟ້າພຸ້ນນະ!. ຊິບໍ່ໃຫ້ຈິນຕະນາການ ໄດ້ແນວໃດ ເມື່ອໄດ້ສຳພັດ ກັບຄວາມເຢັນ ຈາກສາຍລົມຄ່ອຍໆ ໂຊຍພັດມາຕຳຕ້ອງເລົາຄີງ ປະສານກັບຄວາມຕື່ນເຕັ້ນ ຕໍ່ປະຕິມາກຳ ອັນລ້ຳເລີດ ຂອງປະຊາຊົນກໍຄື ນາຍຊ່າງບູຮານຈີນ “ການເຂົ້າປະຕູໃຫຍ່ ເບື້ອງທິດຕາເວັນອອກນີ້ ຕາມຄວາມເຊື່ອ ຂອງຊາວຈີນແລ້ວ ຖືວ່າເປັນມຸງຄຸນຊີວິດ “ພະນັກງານ ວິທະຍຸສາກົນ ແຫ່ງປະເທດຈີນບອກ. ທີ່ນີ້ມາຮູ້ກັນຂ້າວໆ ເຖິງຄວາມສະຫງ່າ ຄວາມໜ້າເກງຂາມ ຂອງຄົນສະ ໄໝບູຮານກັນເລີຍ! ພະລາຊະວັງນີ້ ກໍ່ສ້າງເມື່ອປີ 1406 (ປີທີ 4 ສະໄໝຈັກກະພັດ ຢົງເລີລາຊະວົງໝິງ) ແລະ ໃຊ້ເວລາ 14 ປີ ຈຶ່ງສຳເລັດ ເຊິ່ງມີຄວາມຍາວ ແຕ່ເໜືອຫາໃຕ້ 961 ແມັດ, ຄວາມກວ້າງຈາກ ທິດຕາເວັນອອກ ຫາຕາເວັນຕົກ 753 ແມັດ ກວມເນື້ອທີ່ 723.600 ຕາແມັດ ແລະ ເນື້ອທີ່ຂອງສິ່ງກໍ່ສ້າງ 155.000 ຕາແມັດ “ນອກນີ້ຍັງກ່າວກັນວ່າ: ພະລາຊະວັງນີ້ ມີຫ້ອງໃຫຍ່ຫ້ອງນ້ອຍ 9.999 ຫ້ອງ, ແຕ່ຫລັງນັກຊ່ຽວຊານ ໄດ້ສຳຫລວດເມື່ອປີ 1973 ຈຶ່ ສະຫລຸບໄດ້ວ່າ: ມີທັງໝົດ 8.707 ຫ້ອງ. ຂະນະດຽວກັນ ກໍກ່າວກັນວ່າ: ຖ້າມີຄົນໃດໜຶ່ງ ເກີດຢູ່ພະລາຊະວັງ ແລະ ທຸກຄືນປ່ຽນຫ້ອງ ນອນກໍພໍດີມີອາຍຸ 27 ປີຈຶ່ງຈະນອນ ຄົບທຸກຫ້ອງ. ເຖິງວ່າມື້ນັນຈະໄປບໍ່ທົ່ວ, ແຕ່ເມື່ອສັງເກດທັງ 4 ດ້ານກໍມີ ກຳແພງທີ່ສູງ 12 ແມັດ, ຍາວ 3.400 ແມັດ ແລະ ນອກວັງກໍມີຄູ ທີ່ກວ້າງ 52 ແມັດອ້ອມຮອບ. ສິ່ງ ກໍ່ສ້າງລ້ວນແຕ່ເປັນໄມ້, ຫລັງຄາ ກະເບື້ອງເຄືອບສີເຫລືອງ,ຖານຫີນ ຂາວ, ປະດັບປະດາດ້ວຍພາບ ຫລາຍສີສັນ. ແນ່ນອນເມື່ອມີ 4 ທິດກໍຍ່ອມມີ 4 ປະຕູ ໂດຍປະຕູທິດໃຕ້ ຊື່ ອູເມີນ, ທິດຕາເວັນອອກ ຊື່ຕົ່ງຮວາເມີນ, ທິດຕາເວັນຕົກ ຊື່ຊີ່ຮວາເໝິນ, ສ່ວນທິດເໜືອ ຊື່ເຊິນອູເມີນ ຫລັງປະຕູເຊິນອູເມີນ. ອີກໜຶ່ງຈຸດເດັ່ນ ຂອງພະລາຊະວັງນີ້ ກໍຄືມີພູຈິ່ງຊ່ານຈຳລອງ ເຊິ່ງກໍ່ສ້າງດ້ວຍດິນ- ຫີນທັງມີປ່າສົນ ປ່າໄປ່ປົກຫຸ້ມທັງເປັນ ພູກຳບັງລາຊະວັງ ທີ່ແຂງແກ່ນ. ວັງນີ້ແບ່ງເປັນ 2 ສ່ວນໃຫຍ່ຕາມ ທີ່ຕັ້ງບົດບາດຄືວັງໃນ ແລະ ວັງນອກໂດຍເອົາ ປະຕູຊຽນຊິ່ງເມີນ ເປັນເສັ້ນແບ່ງ. ຄວາມຈິງແລ້ວບໍ່ວ່າ ຈະເປັນປະຕູຢູ່ທິດໃດ ຫລື ທັງວັງນອກວັງ ໃນລ້ວນແຕ່ມີຫລາຍສິ່ງ ຢ່າງທີ່ໜ້າ ສົນໃຈ ແລະ ສຶກສາຄົ້ນຄວ້າ ເປັນຢ່າງຍິ່ງ ເຊິ່ງຜູ້ຂຽນເອງ ກໍບໍ່ສາມາດ ໃຫ້ລາຍລະອຽດ ຫລື ລົງເລິກແຕ່ລະດ້ານ ແຕ່ລະພະທີ່ນັ່ງ ແລະ ຕຳໜັກຕ່າງໆ ຢູ່ໃນພະລາຊະວັງນີ້, ແຕ່ດີທີ່ສຸດ ກໍຄືທ່ານເອງນັ້ນ ລະຈະເປັນຜູ້ໄຂປິດສະໜາ ແລະ ຕອບໂຈດໄດ້ດີ ກວ່າຫາກໄດ້ມາ ເຫັນມາສຳຜັດໂຕຈິງ.
ເອົາເປັນວ່າຖ້າທ່ານ ໃດໄປປັກກິ່ງ ກໍຢ່າລືມເດີນ ທາງໄປທ່ຽວຊົມ ພະລາຊະວັງນີ້ ເຊິ່ງຕັ້ງຢູ່ເລກທີ 4 ຖະໜົນ ຈິ່ງຊ່ານຊຽນເຈ່ຍເຂດຕົ່ງ ເຊິ່ງສາມາດນັ່ງລົດເມສາຍ 1,4, 20,52,101,103, 109,111 ຫລື ລົດໄຟໃຕ້ດິນສາຍ 1 ລົງສະຖາ ນີທຽນອັນເໝິນ ປະຕູຊີ ຫລື ບີກໍໄດ້.
ທີ່ມາ: www.kpl.gov.la/

No comments