ທ່ຽວຊົມນ້ຳຕົກຕາດຫົວຄົນ, ຫັດຖະກຳປັ່ນດິນເຜົາບ້ານທ່າຫີນ ແລະ ຫັດຖະກຳຕ່ຳແຜ່ນເຜົ່າຕະລຽງ

ນໍ້າຕົກຕາດຫົວຄົນ ຕັ້ງຢູ່ເຂດບ້ານໝື່ນຫົວຄົນ, ເມືອງສາມັກຄີໄຊ ຫ່າງຈາກເທສະບານ ແຂວງໄປປະມານ 60ກິໂລແມັດ, ນໍ້າຕົກຕາດຫົວຄົນ ມີຕົ້ນກໍາເນີດມາ ຈາກເຊນໍ້ານ້ອຍ ເຊິ່ງຕັ້ງຢູ່ເຂດປ່າຟື້ນຟູຂອງ ແຂວງອັດຕະປື ທີ່ມີທິວທັດທໍາມະຊາດ ອັນສວຍສົດງົດງາມ, ມີປ່າໄມ້ອັນ ກວ້າງໃຫຍ່ດົກໜາ ແລະ ຂຽວງາມອຸ່ມທຸ່ມ ປົກຄຸມໄປທົ່ວ ອ້ອມບໍລິເວນຕາດ ເຮັດໃຫ້ອາກາດ ເຂດນີ້ມີຄວາມ ສົດຊື່ນແຈ່ມໃສດີ, ມີສາຍລົມພັດຜ່ານໄປ- ມາຕະຫລອດເວລາ, ຕາດດັ່ງກ່າວມີຄວາມ ກວ້າງປະມານ 200 ແມັດ ແລະ ສູງປະມານ 10-15ແມັດ .
ນໍ້າຕົກຕາດຫົວຄົນ ເໝາະສໍາລັບການມ າພັກຜ່ອນຢ່ອນໃຈ ສໍາລັບທຸກຄົນ ໂດຍໄດ້ສ້າງ ສິ່ງທີ່ເອື້ອອໍານວຍ ແລະ ໃຫ້ຄວາມສະດວກ ແດ່ບັນດານັກທ່ອງທ່ຽວ ທຸກຄົນທີ່ມາທ່ຽວຊົມເຊັ່ນ: ມີສະຖານທີ່ພັກ ຜ່ອນຢ່ອນໃຈ, ມີເຮືອນພັກແຮມ ແລະ ຮ້ານອາຫານ- ກິນດື່ມໄວ້ຄອຍບໍລິການດ້ວຍອາຫານ ຕາມສັ່ງເຊິ່ງພາຍຫລັງ ທີ່ທ່ານໄດ້ອອກກໍາລັງກາຍ ຍ່າງອ້ອມບໍລິເວນຂອງຕາດແລ້ວ ຍັງໄດ້ມາສໍາພັດກັບບັນຍາກາດ ທີ່ຮ້ານອາຫານ, ໄດ້ຊີມລົດຊາດອາຫານ ພື້ນບ້ານຂອງຄົນ ພາກໃຕ້ໃຈໃຫຍ່- ໃຈດີມີຄາລົມດີເລີດ ເປັນບໍ່ເກີດໃຫ້ ມີສຽງຫົວຈົນແຂ້ວແຫ້ງ ແລະ ນໍ້າຕາຍ້ອຍໄຫລພຸ້ນລະ!
ຫັດຖະກໍາເຄື່ອງ ປັ້ນດິນເຜົາ ບ້ານທ່າຫີນ, ເມືອງສາມັກຄີໄຊ ຫ່າງຈາກເທສະບານ ແຂວງອັດຕະປື ໄປປະມານ 6 ກິໂລແມັດ, ເປັນບ້ານທີ່ມີມູນເຊື້ອໃນອາຊີບ ການປັ້ນດິນ ເຜົາຜະລິດເຄື່ອງໃຊ້ພາຍໃນ ຄອບຄົວແບບພູມປັນຍາ ຂອງຊາວບ້ານ ມາເປັນເວລາ ຫລາຍສິບປີແລ້ວ ໂດຍໄດ້ນໍາໃຊ້ວັດຖຸດິບ ທີ່ມີຢູ່ພາຍໃນ ບ້ານນັ້ນເອງ. ຜະລິດຕະພັນ ຈາກຫັດຖະກໍາປັ້ນດິນເຜົາ ທີ່ຊາວບ້ານຜະລິດແມ່ນ: ໄຫເຫລົ້າ, ໄຫປາແດກ, ຖ້ວຍ, ຄົກ ແອ່ງນໍ້າ, ໝໍ້.
ຕາມການບອກເລົ່າ ຂອງປະຊາຊົນ ເຂດບ້ານທ່າຫີນ ໄດ້ໃຫ້ຮູ້ວ່າ: ຜະລິດຕະພັນເຄື່ອງ ປັ້ນດິນເຜົາ ໃນເບື້ອງຕົ້ນແມ່ນ ເຮັດຮັບໃຊ້ພາຍໃນຄອບຄົວ ແລະ ແລກປ່ຽນ ເລັກໆນ້ອຍໆຢູ່ພາຍ ໃນບ້ານເທົ່ານັ້ນ, ມາຮອດປີ 1994 ຈຶ່ງເລີ່ມມີການ ຜະລິດເປັນສິນຄ້າ ມີການຊື້-ຂາຍ ກັນ ແລະ ສົ່ງໄປຂາຍຢູ່ຕາມຕົວ ເມືອງຕ່າງໆ ພາຍໃນແຂວງອັດຕະ ປື, ມາຮອດປີ 1999-2000 ເຊິ່ງ ເປັນປີທີ່ລາວໄດ້ເປີດປີທ່ອງທ່ຽວ ລາວຂຶ້ນພັກ-ລັດຖະບານ ຈຶ່ງໄດ້ລົງມາຊຸກຍູ້- ສົ່ງເສີມໃຫ້ຜະລິດ ເປັນສິນຄ້າ ຫລາຍຂຶ້ນ ເພື່ອວາງສະແດງ ແລະ ຈໍາໜ່າຍຈົນ ມາຮອດປັດຈຸບັນ ຈຶ່ງກາຍເປັນສິນຄ້າ ທີ່ມີຊື່ສຽງ ແລະ ໄດ້ສົ່ງຂາຍໄປຕາມ ຕະຫລາດແຫ່ງຕ່າງໆ ໃນທົ່ວປະທດ ແລະ ຕ່າງປະເທດ ທີ່ມີຊາຍແດນຕິດຈອດກັນ.
ຫັດຖະກໍາຕໍ່າແຜ່ນແພ ເຜົ່າຕະລຽງ ກໍແມ່ນອີກແຫລ່ງ ທ່ອງທ່ຽວໜຶ່ງທີ່ມີຊື່ສຽງ ທາງດ້ານເຄື່ອງຫັດຖະກໍາ ແຜ່ນແພທີ່ເປັນສີໄມ້ລາຍມື ອັນປານີດເຊິ່ງປະຊາຊົນເຂດນີ້ ໄດ້ຢຶດຖືເອົາອາຊີບ ການຕໍ່ຫູກທໍໄໝ ເພື່ອຜະລິດເປັນເຄື່ອງ ນຸ່ງຫົ່ມທີ່ເປັນເອ ກະລັກສະເພາະ ຂອງເຜົ່າຕະລຽງ. ເຜົ່າກະລຽງ ມັກຕັ້ງເຮືອນລວມ ກັນເປັນວົງ ມົນອ້ອມ(ສາລາບ້ານ) ແລະ ມີເດີ່ນເພື່ອໄວ້ໃຊ້ ໃນພິທີກໍາ ທາງສາສະໜາຂອງເຜົ່າເຊັ່ນ: ການຂ້າຄວາຍລ້ຽງຜີ ເຊິ່ງໄດ້ຈັດຂຶ້ນໃນຮອບ 3 ຫລື 5 ປີ, ຂຶ້ນກັບຜົນ ຂອງການ ເກັບກ່ຽວຜົນລະປູກ.
ນອກຈາກນັ້ນ ເຜົ່າກະລຽງ ຍັງມີຮີດຄອງ ໃນການແຕ່ງດອ ງຂອງຄູ່ບ່າວ-ສາວ ເຊິ່ງພາຍຫລັງແຕ່ງດອງ ກັນແລ້ວຕ້ອງໄດ້ ແຍກກັນຢູ່ເຖິງ 9 ເດືອນເພາະມີ ຄວາມເຊື່ອວ່າ ເພື່ອເປັນການພິສູດ ເຖິງຄວາມອົດທົນ ແລະ ຄວາມຮັກອັນ ບໍລິສຸດຂອງທັງ ສອງກໍ້າສອງຝ່າຍ.
ດັ່ງກາບກອນທີ່ໄດ້ພັນລະນາວ່າ:
* ສາມັກຄີໄຊເຂດໃຕ້ ໄປຊົມຕາດຫົວຄົນ
ມົນສະເໜ່ຄວາມງາມ ນໍ້າໄສໄຫລເປັນແກ້ງ
ແສງຕາເວັນສ່ອງໃສ່ນໍ້າ ເປັນສີຄໍາເຫລື້ອມເຮືອງຮຸ່ງ
ເຂດພູສູງປ່າຫໍ່ຫຸ້ມ ປົກຄຸມໄວ້ໃຫ້ຮົ່ມເຢັນ ແທ້ເດ.
* ໄປຊົມທ່ຽວເລາະຫລິ້ນ ເຂດຖິ່ນປັ້ນດິນເຜົາ
ໄປຊົມເຜົ່າຕະລຽງ ນັ່ງຮຽງສາວຕໍ່າຜ້າ
ວາດສະໜາຊາຕາຂຶ້ນ ໄດ້ມາຊົມສາວຊົນເຜົ່າ
ຮຽນພາສາປາກເວົ້າ ດອມເຈົ້າບໍ່ຢາກໜີ ແທ້ນາ.

ທີ່ມາ: www.kpl.gov.la

No comments

Theme images by compassandcamera. Powered by Blogger.