ທ່ຽວ​ຊົມ​ທຳ​ມະ​ຊາດ​ວັດ​ປ່າ​ພູ​ເຂົາ​ຄວາຍ

ວັດ​ປ່າ​ພູ​ເຂົາ​ຄວາຍ ​ແມ່ນ​ສະ​ຖານ​ທີ່​ໜຶ່ງ​ ທີ່​ອຸ​ດົມ​ສົມ​ບູນ​ ໄປ​ດ້ວຍ​ຊັບ​ພະ​ຍາ​ກອນ​ ທຳ​ມະ​ຊາດ ແລະ ທິວ​ທັດ​ທີ່​ສວຍ​ງາມ ​ຮົ່ມ​ເຢັນ​ມີ​ບ່ອນກາບ​ໄຫວ້ ​ສັກ​ກາ​ລະ​ບູ​ຊາ ນັ່ງ​ສາ​ມາ​ທິ​ກຳ​ມະ​ຖານ ​ສຳ​ລັບ​ຜູ້​ທີ່​ມັກ​ເຂົ້າ​ວັດ ຟັງ​ທຳ​ຕາມ​ຄຳ​ສັ່ງ​ສອນ​ ຂອງ​ພຸດ​ທະ​ສາ​ສະ​ໜາ​ ນອກນີ້​ແລ້ວ ​ຍັງ​ມີຈຸດ​ຊົມ​ວິວ ເຊິ່ງ​ສາ​ມາດ​ເບິ່ງ​ເຫັນ​ ທຳ​ມະ​ຊາດ​ ທີ່ກວ້າງ​ໃຫຍ່​ໄພ​ສານ ແລະ ອຸ​ດົມ​ສົມ​ບູນ​ ຂອງ​ປະ​ເທດ​ເຮົາ.
ພະ​ອາ​ຈານ ບຸນ​ຄຳ ວິ​ໄລ​ຄຳ ຢູ່ວັດ​ປ່າ​ພູ​ເຂົາ​ຄວາຍ​ ໄດ້​ໃຫ້​ຮູ້​ຕື່ມ​ວ່າ: ເລີ່ມ​ແຕ່​ປີ 1990 ຮອດ​ປີ 1991 ໄດ້​ເປີດ​ເປັນ​ທາງ​ການ ​ແມ່ນ​ປູ່​ໃຫຍ່ ຄຳ​ຕັນ ວໍ​ລະ​ລາດ ເປັນ​ຜູ້​ບຸກ​ເບີກ ແລະ ​ມາ​ເປັນ​ເຈົ້າ​ອາ​ວາດ, ເປັນ​ຜູ້ກໍ່​ຕັ້ງ​ເຂດ ​ຖ້ຳ​ພະ​ພູ​ເຂົາ​ຄວາຍ ​ພໍ​ມາ​ຮອດ​ປີ 1997 ຈຶ່ງ​ເປີດ​ໃຫ້​ເປັນ​ທາງ​ການ ແລະ ອົງ​ການ​ພຸດ​ທະ ສາ​ສະ​ໜາສຳ​ພັນ​ລາວ (ອ​ພ​ສ) ສູນ​ກາງ​ຄື​ອາ​ຈານ ພິ​ຈິດ ລັດ​ຖະ​ບານ​ສົງ​ເກົ່າ ໄດ້​ປະ​ກາດ​ເຂດ​ແດນ​ໃນ 248 ເຮັກຕາ​ນີ້ ແມ່ນ​ເຂດ​ທໍ​ລະ​ນີ​ຂົນ​ສົ່ງ ໃຫ້​ຄູ​ບາ​ອາ​ຈານ​ທັງ​ລາວ ແລະ ຕ່າງ​ປະ​ເທດ​ ຖ້າ​ມີ​ຈິດ​ໃຈ​ເຫລື້ອມ​ໃສ​ຢາກ ກໍ່​ສ້າງ​ບຳ​ລຸງ​ຢູ່​ເຂດ​ນີ້​ ແມ່ນ​ໃຫ້​ຢູ່​ໃນ​ເຂດ 248 ເຮັກ​ຕານີ້, ພໍ​ມາ​ຮອດ​ປີ 2010 ຈຶ່ງ​ມີ​ການ​ຂະ​ຫຍາຍ ​ເຂດ​ປະ​ຕິ​ບັດ​ທຳ​ຂອງ​ພະ​ສົງ ແລະ ແມ່ຂາວ​ຢູ່​ເຂດ​ຖ້ຳ​ພະ​ຈົນ​ ມາ​ເຖິງ​ປັດ​ຈຸ​ບັນ​ນີ້.
ພໍ່​ເຖົ້າ​ທູນ ພົມ​ມະ​ຈັນ ໄດ້​ເວົ້າ​ວ່າ: ເຂດ​ຖ້ຳ​ພະ​ພູ​ເຂົາ​ຄວາຍ​ ສ້ງ​ຂຶ້ນ​ມາ​ເພື່ອ​ເປັນ​ເຂດ​ ປະ​ຕິ​ບັດ​ທຳ ​ກຳ​ມະຖານ ​ຂອງ​ພະ​ທີ່​ຢູ່​ໃນ​ວັດ​ນີ້ ລວມ​ທັງ​ແມ່​ຂາວ ​ອອກ​ຕົນ​ຍາດ​ໂຍມ​ ທັງຫລາຍ​ກໍ​ສາ​ມາດ​ ມາ​ປະ​ຕິ​ບັດ​ທຳ​ ກຳ​ມະ​ຖານ ​ທ່ຽວ​ຊົມ​ທຳ​ມະ​ຊາດ, ນ້ຳ​ຕົກ​ຕາດ​ຂະ​ໜາດ​ນ້ອຍ ລົມ​ພັດວອຍໆ ​ແນມ​ເບິ່ງ​ທຳ​ມະ​ຊາດ​ເທິງ​ພູ.
ສຳ​ລັບ​ປະ​ຊາ​ຊົນ ​ທີ່​ມີ​ຈິດ​ໃຈ​ໃສ ສັດ​ທາ​ກໍ​ສາ​ມາດ ​ໄປ​ສ້າງ​ສາ​ວັດ​ອາຮາມ​ ຢູ່​ເຂດ​ຖ້ຳ​ພະເ​ພື່ອ​ເປັນ​ບ່ອນ ສັກ​ກະ​ລະ​ບູ​ຊາ ​ຂອງ​ປະ​ຊາ​ຊົນ ແລະ ລູ​ກ​ຫລານ​ຕໍ່​ໄປ​ ໃນ​​ອະນາ​ຄົດ.

ທີ່ມາ: www.kpl.gov.la/

No comments

Theme images by compassandcamera. Powered by Blogger.