ໂຮນລັງ ຈະທົດລອງໃຊ້ກຳປັ່ນໂດຍສານອັດຕະໂນມັດ
ຂປລ. ຕາມຂ່າວ ຕ່າງປະເທດ, ວັນທີ 21 ເດືອນກັນຍາ, ເຈົ້າໜ້າທ່ີ ໂຮນລັງ ໃຫ້ຮູ້ວ່າ ສະຖາບັນ ເຕັກໂນໂລຊີ Massachchusetts (MIT) ແລະ ສະຖາບັນ ຄົ້ນຄ້ວາ ພັດທະນາ ຕົວເມືອງ ອຳສແຕກດຳ (AMS) ພວມກຽມຜັນຂະຫຍາຍໂຄງການ ROBOAT ໃນປີ 2017. ນີ້ຖືເປັນ ໂຄງການ ກຳປັ່ນຂົນສົ່ງໂດຍສານ ແລະ ສິນຄ້າ ໂດຍ ອັດຕະໂນມັດ ຢູ່ບັນດາຄອງ ອ້ອມ ນະຄອນຫລວງ ອຳສແຕກດຳ ຂອງໂຮນລັງ ແລະ ຈະເລີ່ມທົດລອງ ນຳໃຊ້ໃນໄລຍະ 5 ປີ ນັບແຕ່ປີ 2017 ເປັນຕົ້ນໄປ ເພື່ອແກ້ໄຂ ບັນຫາ ຄວາມຫຍຸ້ງຍາກ ໃນການດຳລົງຊິວິດ ຂອງ ປະຊາຊົນໃນນະຄອນ ກໍຄືການນຳໃຊ້ແຫລ່ງນ້ຳ, ບັນຫາພະລັງງານ, ຂີ້ເຫຍື້ອ ແລະ ການຂົນສົ່ງ
No comments