ຈີນ ເພີ່ມເງິນເຂົ້າ ສປຊ 100 ລ້ານ ໂດລາສະຫະລັດ

ຂປລ. ຕາມ​ຂ່າວ ຕ່າງປະ​ເທດ, ວັນ​ທີ 20 ກັນຍາ 2016, ທ່ານ ຫລີ ​ເຄີສຽງ ນາຍົກ ລັດຖະມົນຕີ ຂອງ​ ຈີນ ໄດ້ໃຫ້ຄຳໝັ້ນສັນຍາ ໃນກອງ​ປະຊຸມໂຕະມົນ ​ວ່າດ້ວຍ ເປົ້າໝາຍ ໃນການພັດທະນາ ແບບຍືນຍົງ ທ່ີຈັດ​ຂື້ນ​ ຢູ​ນະຄອນ​ ນິວຢອກ ຂອງ ສະຫະລັດ ​ອາ​ເມ​ລິ​ກາ, ຈີນ ຈະ​ສະໜັບສະໜູນ ບ້ວງ​ເງີ​ນ 100 ລ້ານໂດ​ລາ ສະຫະລັດ ເຂົ້າໃນ ​ໜ່ວຍງານຕ່າງ ຂອງ​ ສະຫະ ປະຊາຊາດ ເພື່ອເຄື່ອນໄຫວ ພັດທະນາ ແບບຍືນຍົງ ​ໃນ​ ປີ2020, ພ້ອມກັນນັ້ນ ຈະບໍລິຈາກເຂົ້າໃນກອງທຶນເພື່ອຕໍ່ສູ້ກັບພະຍາດເອດສ໌, ມາລາເຣຍ ແລະ ອື່ນໆ ຈະເພີ່ມຂຶ້ນເປັນ 18 ລ້ານໂດລາສະຫະລັດ ໃນໄລຍະ 3 ປີຕໍ່ໜ້າ. ນອກຈາກນັ້ນ, ຍັງຮຽກຮ້ອງໃຫ້ ປະເທດຕ່າງໆ ຄວນເພີ່ມທະວີຮ່ວມມືກັນ ເພື່ອແກ້ໄຂບັນຫາຄວາມບໍ່ສະເໜີພາບ ທາງດ້ານການພັດທະນາ ເພື່ອຊຸກຍູ້ໃຫ້ຈະເລີນເຕີບໃຫຍ່ຂຶ້ນຢ່າງຕໍ່ເນື່ອງ.

No comments

Theme images by compassandcamera. Powered by Blogger.