ຍົກລະດັບທັກສະ ການຂຽນຂ່າວ ກ່ຽວກັບ ສິດທິຂອງແມ່ຍິງ

ຂປລ. ຄະນະກຳມະ​ການ ເພື່ອ​ຄວາມ​ກ້າວໜ້າ ຂອງ​ແມ່ຍິງ​ແຫ່ງ​ຊາດ ​ຈັດ​ຝຶກ​ອົບຮົມ ຍົກ​ລະດັບທັກ​ສະ ການ​ຂຽນຂ່າວ​ ກ່ຽວກັບບັນຫາ​ສິດທິ​ ຂອງ​ແມ່ຍິງໃນ ສປປ ລາວ ​ໄດ້​ຈັດ​ຂຶ້ນ ​ໃນ​ວັນ​ທີ 21 ກັນຍາ 2016 ທີ່​ສະມາຄົມ​ນັກ​ຂ່າວ​ແຫ່ງ​ ສປປ ລາວ ​ໂດຍ​ການ​ເປັນ​ປະ​ທານ ​ຂອງ​ທ່ານນາງ ຈັນ​ໂສດາ ພອນ​ທິບ ມີຫົວໜ້າກອງ​ເລຂາ ຄກມຊ, ຮອງ​ຫົວໜ້າ ພະ​ແນ​ກອ້ອມ​ຂ້າງ ແລະ ສຳ​ມະກອນ​ ເຂົ້າ​ຮ່ວ​ມ.

ທ່ານນາງ ຈັນໂສດາ ພອນ​ທິບ ​ກ່າວວ່າ: ການ​ສຳ​ມະ​ນາ​ໃນ​ຄັ້ງ​ນີ້ ກໍ​ເພື່ອ​ສ້າງ​ຄວາມ​ເຂົ້າ​​ໃຈ​ ໃຫ້​​ແກ່​ບັນດາ ສື່​ມວນ​ຊົນລາວ ​ ໃນ​ການ​​ໂຄສະນາ​​ ເຜີຍ​ແຜ່ກ່ຽວກັບ ​ບົດບາດສິດທິ​ ຂອງ​ແມ່ຍິງ ​ແລະ ບົດບາດ​ຂອງ ​ແມ່ຍິງ​ຕໍ່​ສັງຄົມ​ ໃນ​ການ​ພັດທະນາ​ ປະ​ເທດ​ຊາດ ​ໃຫ້​​ຫລຸດ​ພົ້ນ​ອອກ​ ຈາ​ກປະ​ເທດ​ດ້ອຍພັດທະນາ. ​ເຊິ່ງ​​ແມ່ຍິງ ​ໄດ້​ກວມ​ເອົາ 50% ຂອງ​ພົນລະ​ເມືອງ ​ໃນ​ນັ້ນ ​ແມ່ຍິງ​ຢູ່​ຊົນນະບົດ​ ກວມ​ເອົາ 30% ທີ່​​ບໍ່​​ໄດ້​ເຂົ້າ​ເຖິງ ດ້ານ​ການ​ສຶກສາ, ສາທາລະນະ​ສຸກ ​​ແລະ ຈຳນວນໜຶ່ງ​ ຍັງ​ບໍ່ມີ​ສິດ​ເທົ່າ​ທຽບ​ເພດ​ຊາຍ. ຕະຫລອດ​ໄລຍະ​ຜ່ານ​ມາ ​ພັກ-​ລັດຖະບານ ກໍຄື​ຂະ​ແໜງການ​ ທີ່​ກ່ຽວຂ້ອງ​ໄດ້​ເອົາ​ໃຈ​ໃສ່ ​ໃນ​ການ​ສຶກສາ ບັນດາ​ກົດໝາຍ, ນິຕິ​ກຳ​ຕ່າງໆ ​ແລະ ​ແຜນການ​ປະຕິບັດ​ງານ​ ​ເພື່ອ​ລຶບ​ລ້າງ ​ທຸກ​ຮູບ​ການຈຳ​ແນ​ກ ຕໍ່​ແມ່ຍິງ. ​ເຊິ່ງ​ປັດຈຸບັນ ​ໄດ້​ມີ​ຫລາຍ​ແຜນ​ງານ ທີ່​ກ່ຽວຂ້ອງ​ກັບ​ສິດ​ທິ​ ເທົ່າ​ທຽມ​ເພດ​ຊາຍ, ​ໄດ້​ຖືກ​ຮັບຮອງ​ຈາກ​ ອົງການ​ທາງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ທັງ​ນີ້​ກໍ​ເພື່ອ​ໃຫ້​​ ເອື້ອຍ​ນ້ອງ​ແມ່ຍິງ ມີ​ສິດທິ​ເທົ່າ​ທຽມ​ເພດ​ຊາຍ, ພ້ອມ​​ສ້າງ​ຄວາມ​ເຂົ້າ​​ໃຈ ໃຫ້​ເພດ​ຊາຍ​​ໃຫ້​ສິດ ​​ແກ່ແມ່ຍິງ​ຫລາຍ​ຂຶ້ນ.

ນອກຈາກ​ນີ້, ສຳ​ມະ​ນາກ​ອນ ຍັງ​ໄດ້​ຮັບ​ຟັງ​ນິຕິ​ກຳ​ ຂອງ​ສາກົນ ທີ່​ລັດຖະບານ​ ເປັນ​ພາຄີ​ ເຊັ່ນ: ສັງ​ລວມ​ໂດຍ​ຫຍໍ້ ​ກ່ຽວກັບ​ການ​ພັດທະນາ ​ແມ່ຍິງ​ໄລຍະ​ຜ່ານ​ມາ, ສົນທິ​ສັນຍາ​ວ່າ​ດ້ວຍ​ ການ​ລຶບລ້າງ​ທຸກ​ຮູບ​ການ ຈຳ​ແນ​ກຕໍ່​ແມ່ຍິງ, ​ເປົ້າໝາຍການ​ພັດທະນາ ​ແບບ​ຍືນ​ຍົງ (SDGs) ລົງ​ເລີກ​ເປົ້າໝາຍ ​ເພື່ອ​ບັນລຸ​ ຄວາມ​ສະ​ເໜີພາບ ​ຍິງ-​ຊາຍ ​ແລະ ວິ​​ໄສ​ທັດຮອດ​ປີ 2030, ຍຸດ​ທະ​ສາດແຫ່ງ​ຊາດ ​ເພື່ອ​ຄວາມ​ສະ​ເໝີພາບ​ ຍິງ-​ຊາຍ (2016-2025) ​ແລະ ​ແຜນດຳ​ເນີນ​ງານ​ແຫ່ງ​ຊາດ ​ເພື່ອ​ຄວາມ​ສະ​ເໝີພາບ​ ຍິງ-​ຊາຍ 5 ປີ III (2015-2020).

ທີ່ມາ: kpl.gov.la

No comments

Theme images by compassandcamera. Powered by Blogger.