ກົມກວດກາປ່າໄມ້ ສ້າງເຄື່ອຂ່າຍ ບັງຄັບໃຊ້ກົດໝາຍ ວ່າດ້ວຍສັດນ້ຳ ແລະ ສັດປ່າ
ຂປລ. ກົມກວດກາປ່າໄມ້ ຂອງກະຊວງກະສິກຳ-ປ່າໄມ້ ໄດ້ສ້າງເຄື່ອຂ່າຍລາວ ບັງຄັບໃຊ້ກົດໝາຍ ວ່າດ້ວຍສັດນ້ຳ ແລະສັດປ່າ,ຈຸດປະສົງຂອງ ການສ້າງເຄື່ອຂ່າຍນີ້ ແມ່ນແນ່ໃສ່ຕ້ານ ການຄ້າຂາຍສັດນ້ຳ ແລະ ສັດປ່າຫວງຫ້າມ, ເປັນການອະນຸລັກ ສັດນ້ຳສັດປ່າທີ່ຫວງຫ້າມນັ້ນ ໃຫ້ຢືນຍົງຕະຫຼອດໄປ.
ກອງປະຊຸມດັ່ງກ່າວ ໄດ້ມີຂຶ້ນໃນວັນທີ 21-23 ກັນຍານີ້ ຢູ່ທີ່ (ທ່າລາດ) ຂອງແຂວງວຽງຈັນ ເຊິ່ງກົມກວດກາປ່າໄມ້,ກະຊວງກະສິກຳ ແລະ ປ່າໄມ້ ໄດ້ເຊື່ອເຊີນເອົາບັນດາ ເຈົ້າໜ້າທີ່ ຈາກກະຊວງຕ່າງໆ ທີ່ກ່ຽວຂ້ອງເຂົ້າ ມາປຶກສາຫາລື ແລະ ສ້າງຄວາມເປັນເອກະພາບ ທາງດ້ານນິຕິກຳ ເພື່ອເປັນບ່ອນອີງ ໃນການເຄື່ອນໄຫວຄື ປັບປຸງ ແລະ ຮັບຮອງເອົາແຜນຍຸດ ທະສາດເຄື່ອຂ່າຍລາວ ບັງຄັບໃຊ້ກົດໝາຍ ວ່າດ້ວຍສັດປ່າ ສປປລາວ, ລະບຽບການປະຕິບັດງານ ທີ່ໄດ້ມາດຖານ ແລະ ບົດແນະນຳຄູ່ມື ໃນການເຄື່ອນໄຫວ ຂອງເຄື່ອຂ່າຍດັ່ງກ່າວ.
ທ່ານ ຄຳພຸດ ພັນດານຸວົງ ຫົວໜ້າກົມກວດກາ ປ່າໄມ້ກ່າວວ່າ, ຈຸດປະສົງ ຂອງກອງປະຊຸມຄັ້ງນີ້ ແມ່ນເຮັດໃຫ້ ບັນດາທີມງານ ຈັດຕັ້ງປະຕິບັດ ກົດໝາຍວ່າດ້ວຍສັດນ້ຳ ແລະ ສັດປ່າ ມີນິຕິກຳ ແລະ ມີພາລະບົດບາດ ໃນການຈັດຕັ້ງປະຕິບັດ ວຽກງານຢ່າງລະອຽດ ເພື່ອແນໃສ່ເຮັດໃຫ້ ການຈັດຕັ້ງປະຕິບັດ ກົດໝາຍວ່າດ້ວຍສັດນ້ຳ ແລະ ສັດປ່າຢູ່ ສປປລາວ ມີປະສິດ ທິຜົນ, ພາຍຫຼັງທີ່ມີການ ເອກະພາບນຳກັນແລ້ວ ກໍຈະມີການຈັດຕັ້ງປະຕິບັດ ແຕ່ສູນກາງລົງຮອດທ້ອງຖິ່ນ ໂດຍເຄື່ອຂ່າຍຢູ່ສູນກາງມີຊື່ວ່າ, ລາວເວັນ(Lao wen)ຢູ່ຂັ້ນແຂວງມີຊື່ວ່າ, ແຂວງເວັນ(P wen) ແລະ ຢູ່ຂັ້ນເມືອງມີຊື່ວ່າ (D wen).
ທີ່ມາ: www.kpl.gov.la

No comments