ເມືອງຫ້ວຍຊາຍ ເຜີຍແຜ່ໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ
ຂປລ.ໃນວັນທີ 19 ກັນຍາ 2016 ນີ້ ບັນດາຄະນະນຳ ແລະ ພະນັກງານຫລັກແຫລ່ງ ພ້ອມດ້ວຍພະນັກງານ-ລັດຖະກອນ ອ້ອມຂ້າງເມືອງຫ້ວຍຊາຍ ໄດ້ຮັບຟັງການເຜີຍແຜ່ ໂຄງການ ກໍ່ສ້າງເສັ້ນ ທາງລົົດໄຟລາວ-ຈີນ, ໂດຍ ທ່ານ ຄໍາແປງ ໃຈຍະສັກ ຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະ ນາອົບຮົມແຂວງ ໄດ້ຍົກໃຫ້ເຫັນ ຕະຫລອດໄລຍະແຫ່ງ ການປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ ໃນນັ້ນສູນກາງພັກ ແລະ ລັດຖະບານເຮົາ ໄດ້ຄົນຄວ້າວາງຍຸດທະສາດ ການພັດທະນາປະເທດຊາດ ໃນສະເພາະໜ້າ ແລະ ຍາວນານ.
ຍຸດທະສາດ ທີ່ສໍາຄັນອັນໜຶ່ງ ແມ່ນການກໍ່ສ້າງພື້ນຖານໂຄງລ່າງ ດ້ານຄົມມະນາຄົມຂົນສົ່ງ ເຮັດໃຫ້ປະເທດເຮົາ ມີເສັ້ນທາງຕິດຈອດ ກັບພາກພື້ນ ແລະ ສາກົນເພື່ອ ພັດທະນາ ເສດຖະກິດ-ສັງຄົມ ແລະ ການພົວພັນຮ່ວມມື ກັບພາກພື້ນ ແລະ ສາກົນ ໃຫ້ນັບມື້ຂະຫຍາຍຕົວ. ໃນວັນທີ 2 ທັນວາ 2015 ທີ່ຜ່ານມາ ໂດຍການຕົກລົງເຫັນດີ ຂອງລັດຖະບານລາວ ແລະ ລັດຖະບານຈີນ ໄດ້ພ້ອມກັນ ວາງສີລາລຶກ ໂຄງການກໍ່ສ້າງ ທາງລົດໄຟ ລາວ-ຈີນ ເຊິ່ງມີຕົ້ນທາງເລີ່ມແຕ່ ຈຸດບໍຫານ-ບໍເຕັນ ແຂວງຫລວງນໍ້າ ເຖິງນະຄອນຫລວງວຽງຈັນ ໄດ້ອອກ ແບບເປັນລົດໄຟ ມາດຕະຖານຊັ້ນ 1, ປະເພດເສັ້ນທາງດຽວ, ກໍານົດຄວາມເນີນ ອອກແບບສູງສຸດຂອງ ໂຄງການນີ້ ແມ່ນ 1,2% ຢູ່ເຂດທົ່ງພຽງ 2,4%, ກໍານົດຄວາມໄວ ອອກແບບ ຂົນສົ່ງໂດຍສານ ເຂດພູດອຍ 160 ກິ ໂລແມັດຕໍ່ 1 ຊົ່ວໂມງ, ເຂດທົ່ງພຽງ 200 ກິໂລແມັດຕໍ່ 1 ຊົ່ວໂມງ, ສ່ວນຄວາມໄວອອກ ແບບສໍາ ລັບຂົນສົ່ງສິນຄ້າກໍານົດ 120 ກິໂລແມັດຕໍ່ 1 ຊົ່ວໂມງ, ຮັບຮອງນໍ້າໜັກ ຂົນສົ່ງໄດ້ເຖິງ 3.000 ໂຕນ.
ໂຄງການກໍ່ສ້າງ ເສັ້ນທາງລົດໄຟນີ້ ມີຂົວ 170 ແຫ່ງ, ອຸມົງ 72 ແຫ່ງ, ມີສະຖານີລົດໄຟ 33 ສະຖານີ, ຈຸດສະຫລັບລາງ ແລະ ຈຸດຫລີກ 284 ແຫ່ງ ລວມມູນຄ່າ ການກໍສ້າງຂອງ ໂຄງການທັງໝົດ ປະມານ 5.956 ລ້ານໂດລາສະຫະລັດ, ໃນນີ້ ລັດຖະບານລາວຖືຫຸ້ນ 30% ແລະ ລັດຖະບານຈີນຖືຫຸ້ນ 70%, ໃຊ້ເວລາການກໍ່ສ້າງ 5 ປີ ແລະ ວຽກງານ ອື່ນໆຂອງ ໂຄງການກໍໄດ້ຮັບ ການພິຈາລະນາ ຮັບຮອງຢ່າງຕັ້ງໜ້າ.

No comments