ເມືອງພີນຢຶດສັດຫວງຫ້າມ ແລະ ນໍາໄປປ່ອຍຄືນສູ່ທຳມະຊາດ
ຂປລ. ໃນວັນທີ 16 ກັນຍາ 2016 ທີ່ຜ່ານມາ, ເຈົ້າໜ້າທີ່ປ່າສະຫງວນ ເມືອງພີນ ໄດ້ມີການດັກສະກັດ ການລັກລອບຂົ່ນສັດປ່າ ທີ່ຫວງຫ້າມ ພາຍຫຼັງທີ່ໄດ້ຮັບ ແຈ້ງຈາກ ຕົ້ນທາງວ່າ: ຈະມີລົດຟໍຈູເນີ ທະບຽນ ກຳແພງນະຄອນ ກຜ 6097 ເຊິ່ງສາມາດຢືດ ແລະ ກວດພົບເປັນລົດ ຂອງພໍ່ຄ້າຈາກເມືອງວີລະບູລີ ໂດຍມີການລັກລອບ ບັນທຸກໄມ້ຂະຍູງ 25 ກິໂລ, ເຫັດແຫ້ງ 17 ໂລ, ເຕົ່າຈຳນວນ 5 ໂຕ ນ້ຳໜັກ 5 ກິໂລ, ປາຝາ 1 ໂຕ ນ້ຳໜັກ 9 ກິໂລ ເຊິ່ງມີຈຸດຕົ້ນທາງ ມາແຕ່ເມືອງທ່າປາງທອງແຂວງ ສະຫວັນນະເຂດ ມາຕາມສາຍທາງເລກທີ 23 ເພື່ອຈະນຳ ໄປສົ່ງຕໍ່ ທີ່ຊາຍແດນລາວ-ຫວຽດນາມ (ແຂວງສະຫວັນ-ລາວບາວ). ທາງເຈົ້າໜ້າທີ່ແມ່ນ ໄດ້ເຮັດບົດບັນທຶກ ລາຍງານຂັ້ນເມືອງ ແລ້ວກໍ່ໄດ້ຈັດພິທີ ປ່ອຍຄືນສູ່ທຳມະຊາດ ທີ່ແກ້ງສຳມະແຕະ ໃນວັນຕໍ່ມາ.
No comments