ບໍລິສັດ ພີເອັສ ຢືນຢັນບໍ່ໄດ້ລະດົມທຶນ ຈາກປະຊາຊົນ
ຂປລ. ອາທິດຜ່ານມານີ້, ບໍລິສັດພີເອັສ ສົ່ງເສີມກະສິກຳ ແລະ ອຸດສາຫະກຳ ຄົບວົງຈອນ ຂາເຂົ້າ-ຂາອອກ ຈຳກັດຜູ້ດຽວ ຢັ້ງຢືນວ່າ: ບໍ່ໄດ້ລະດົມທຶນ ຈາກປະຊາຊົນ, ບໍ່ໄດ້ຂາຍຫຸ້ນກູ້, ບໍ່ແມ່ນສະຫະ ກອນສິນເຊື່ອ ໃຫ້ດອກເບ້ຍສູງເຖິງ 6% ຄືດັ່ງເນື້ອໃນຕາມແຈ້ງການ ຂອງພາກສ່ວນກ່ຽວຂ້ອງ ແລະ ບໍ່ແມ່ນລະບົບເຄື່ອຂ່າຍ ການຕະຫລາດ, ແຕ່ເປັນລະບົບທີ່ມີກົນລະຍຸດ ຄືນກຳໄລໃຫ້ກັບສັງຄົມ ແລະ ລູກຄ້າ ໃຫ້ທຸກຄົນມີສ່ວນຮ່ວມ ແລະ ສ່ວນຮັບ ຕາມທິດນະໂຍບາຍຂອງ ພັກ-ລັດຖະບານ ແຕ່ບໍລິສັດສັນຍາວ່າ ຈະສືບຕໍ່ດຳເນີນທຸລະກິດ ໃຫ້ສອດຄ່ອງກັບ ລະບຽບໝາຍວ່າດ້ວຍວິສາຫະກິດ ແຫ່ງ ສປປ ລາວ.
ຄໍາຢືນຢັນດັ່ງກ່າວ, ໄດ້ມີຂຶ້ນໃນວັນທີ 16 ກັນຍາ 2016 ຜ່ານມາ ຂະນະທີ່ ບໍລິສັດພີເອັສ ສົ່ງເສີມກະສິກຳ ແລະ ອຸດສາຫະກຳ ຄົບວົງຈອນ ຂາເຂົ້າ-ຂາອອກ ຈຳກັດຜູ້ດຽວ ຮ່ວມກັບ ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫລວງວຽງຈັນ, ກົມການຄ້າພາຍໃນ, ຫ້ອງວ່າການປົກຄອງ ນະຄອນ ຫລວງວຽງຈັນ, ໄດ້ຖະແຫລງຂ່າວ ຕໍ່ສື່ມວນຊົນ ທຸກຂະແໜງການ ແລະ ສັງຄົມ ຕະຫລອດຮອດພໍ່ແມ່ ປະຊາຊົນ ໃນທົ່ວປະເທດ ຮັບຮູ້ກ່ຽວກັບວັດຖຸປະສົງ ແລະ ນະໂຍບາຍຂອງບໍລິສັດ ດັ່ງກ່າວ ເພື່ອໄຂຂໍ້ຂ້ອງໃຈ ທີ່ມີກະແສຂ່າວທາງລົບ ແລະ ສ້າງຄວາມສັບສົນ ໃນປັດຈຸບັນ.

ໃນວັນທີ 31 ສິງຫາ 2016 ທາງບໍລິສັດ ໄດ້ຮັບໃບແຈ້ງການ ຂອງຫ້ອງວ່າການທະນາຄານ ແຫ່ງ ສປປ ລາວ ເຊິ່ງເນື້ອໃນ ຂອງໃບແຈ້ງການ ວ່າ: ບໍລິສັດ ພີເອັສ ສົ່ງເສີມກະສິກຳ ແລະ ອຸດສາຫະກຳ ຄົບວົງຈອນ ຂາເຂົ້າ-ຂາອອກ ຈຳກັດຜູ້ດຽວ ລະດົມທຶນຈາກມວນຊົນ, ເປັນລະບົບຂາຍຫຸ້ນກູ້, ເປັນລະບົບເງິນຝາກ ໃຫ້ດອກເບ້ຍສູງນັ້ນ ບໍ່ແມ່ນຈຸດປະສົງ ແລະ ນະໂຍບາຍຂອງບໍລິສັດ ເຊິ່ງຈຸດປະສົງທີ່ແທ້ຈິງ ຂອງບໍລິສັດແມ່ນ ຜະລິດສິນຄ້າໃຫ້ໄດ້ມາດຕະຖານ ທັງສິນຄ້າກະສິກຳ ແລະ ອຸດສາຫະກຳ, ຂະຫຍາຍຕົວແທນ ຈຳໜ່າຍທົ່ວປະເທດ ( ທັງຂາຍຍົກ ແລະ ຂາຍຍ່ອຍ), ສ້າງກົນໄກຕະຫລາດ ຄືນກຳໄລໃຫ້ກັບສັງຄົມ ແລະ ລູກຄ້າ ເຊິ່ງລູກຄ້າຂອງບໍລິສັດ ມີ 3 ກຸ່ມ ຄື: ກຸ່ມລູກຄ້າຕົວແທນຈຳໜ່າຍ, ກຸ່ມລູກຄ້າບໍລິໂພກທົ່ວໄປ ແລະ ກຸ່ມພະນັກງານ ຕະຫລາດອິດສະຫລະ, ໂດຍນຳໃຊ້ສິນຄ້າທີ່ຈຳເປັນ ເຊັ່ນ: ອາຫານການກິນ, ເຄື່ອງອຸປະໂພກ ແລະ ບໍລິໂພກ ມາເປັນທ່າແຮງ ໃນການຄ້ຳປະກັນ ຄວາມໝັ້ນຄົງຂອງທຸລະກິດ, ການຈ່າຍຄ່ານາຍໜ້າ (ຄອມມິຊັ່ນ) ໃຫ້ລູກຄ້າກຸ່ມນີ້ ບໍລິສັດຈ່າຍເປັນລະບົບ ໂອນເຂົ້າບັນຊີທະນາຄານ ເດືອນລະຄັ້ງ ເພື່ອຄວາມສະດວກວ່ອງໄວ ປັດຈຸບັນ ກຳລັງປະກອບເອກກະສານ ສ້າງຕັ້ງສະຫະກອນ ຕາມທິດຊີ້ນຳຂັ້ນເທິງ.
ທີ່ມາ: www.kpl.gov.la

No comments