ເບຍລາວ ຫວັງເພີ່ມຍອດຂາຍ ຜະລິດຕະພັນ ຂອງຕົນທະລຸ 4 ແສນລັງຢູ່ ສປ ຈີນ

ຂປລ. ອາທິດ​ນີ້ ຕົວແທນຈໍາໜ່າຍເບຍລາວ ຢູ່ແຂວງກວາງຊີ ສປ ຈີນ ໄດ້ເຊັນສັນຍາ ກັບ 7 ບໍລິສັດ ເພື່ອສົ່ງຜະລິດ​ຕະພັນເບຍລາວ ​ໄປໄດ້ຈໍາໜ່າຍຢູ່ໃນ 4 ແຂວງຂອງ ສປ ຈີນ ຄື: ແຂວງກວາງຕຸງ, ຈີ່ລິງ, ໄຮລົງຈຽງ ແລະ ແຂວງເຫີໜານ.

ພິທີດັ່ງກ່າວ ໄດ້ຈັດຂຶ້ນໃນໂອກາດ ງານວາງສະແດງສິນຄ້າ ຈີນ-ອາຊຽນ ທີ່ນະຄອນໜານນິງ ເປັນກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີຫົວໜ້າກົມສົ່ງເສີມ ແລະ ພັດທະນາສິນຄ້າ, ຜູ້ຈັດການສົ່ງອອກ ເບຍລາວຈໍາກັດ, ພ້ອມດ້ວຍພາກສ່ວນ ທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຍົມມະນາ ພູມສະຫັວນ ຜູ້ຈັດການສົ່ງອອກ ເບຍລາວຈໍາກັດ ໃຫ້ສໍາພາດ ວ່າ: ໃນປີ 2007 ບໍລິສັດ ເບຍລາວ ໄດ້ມີ ການເຊັນສັນຍາ ກັບສອງບໍລິສັດ ຢູ່ແຂວງກວາງຊີ ແລະ ຄຸນໝິງ ໃນການເປັນ ຕົວແທນຈໍາໜ່າຍ. ສະ​ນັ້ນ ​ເຫັນ​ວ່າແຕ່ລະປີ ມີຍອດຈໍາໜ່າຍ ຫລາຍກວ່າ 2 ແສນລັງ. ສໍາລັບ ສປ ຈີນ ຖືວ່າເປັນ ຕະຫລາດໃຫຍ່ສຸດຂອງການສົ່ງອອກ ຜະລິດ​ຕະພັນ​ເບຍ​ລາວ ກວມເອົາຫລາຍກວ່າ 30% ຖ້າທຽບໃສ່ກັບບັນດາ 17 ປະເທດທີ່ບໍລິສັດ ມີສາຂາຕົວແທນຈໍາໜ່າຍ, ຮອງລົງມາແມ່ນ ປະເທດຫວຽດນາມກໍມີ ຄວາມຕ້ອງການ ນໍາເຂົ້າເບຍລາວ ໃນປະລິມານ 6.000 ລັງຕໍ່ເດືອນ.

ທ່ານ ຍົມມະນາ​ ຍັງໃຫ້ຮູ້ຕື່ມວ່າ: ຍ້ອນເຫັນໄດ້ ອັດຕາການເຕີບໂຕ ທີ່ຕໍ່ເນື່ອງຂອງຜະລິດຕະພັນ ເບຍລາວໃນ ສປ ຈີນ, ບໍລິສັດຈຶ່ງພະຍາຍາມ ວາງນະໂຍບາຍ ປັບປຸງຕົວແທນຈໍາໜ່າຍ ໃຫ້ເຂັ້ມແຂງຂຶ້ນ ດ້ວຍການໂຄສະນາ ແລະ ສົ່ງເສີມການ ຂະຫຍາຍສາຂາເພີ່ມໃນງານ ວາງສະແດງສິນຄ້າ ​ເອັກສະ​ໂປ​ ​ແລະ ການ​ມາ​ວາງສະ​ແດງ ​ຜະລິດ​ຕະພັນ​ເບຍ​ລາວ​ຄັ້ງ​ນີ້ ເປັນຄັ້ງທີ 3 ທີ່ບໍລິສັດ ໄດ້ເຂົ້າມາຮ່ວມ ຖືວ່າປີ​ນີ້ ມີຄວາມສໍາຄັນຫລາຍ ເພາະທາງ ຕົວແທນຈໍາໜ່າຍ ຢູ່ແຂວງກວາງຊີ ໄດ້ມີພິທີເຊັນຍາ ກັບຫລາຍບໍລິສັດ ໃນການເປັນຕົວແທນ ຈໍາໜ່າຍເບຍລາວ. ຂະນະດຽວ ທາງບໍລິສັດເບຍລາວ ກໍຕັ້ງເປົ້າສົ່ງອອກ ໃຫ້ໄດ້ຫລາຍກວ່າ 4 ແສນລັງຕໍ່ປີ.

ທີ່ມາ: www.kpl.gov.la/

No comments

Theme images by compassandcamera. Powered by Blogger.