ເອເຊີ ເປີດຕົວ Revo Base MiniPC ຂະໜາດນ້ອຍ ແຕ່ມີປະສິດທິພາບສູງ

ເອເຊີ ເປີດຕົວ Revo Base MiniPC ສະມາຊິກຕົວໃໝ່ຫຼ້າສຸດຂອງ Revo family ທີ່ໄດ້ຮັບລາງວັນຕ່າງໆເອີ້ນໄດ້ວ່າເປັນອຸປະກອນທີ່ມີປະສິດທິພາບໃນການທຳງານສູງຕົວໜຶ່ງແລະປະຢັດພື້ນທີ່ໃຊ້ສອຍເໝາະສຳລັບຄົນທີ່ມີພື້ນທີ່ນ້ອຍໆ ແລະຕ້ອງການໃຊ້ງານຄອມພີວເຕີທີ່ມີປະສິດທິພາບສູງທີ່ຕອບໂຈດຂອງທ່ານໄດ້ແນ່ນອນ.

screen-shot-2559-09-06-at-12-38-51-640x360


ຂະໜາດນ້ອຍລົງແຕ່ປະສິດທິພາບຫຼາຍຂຶ້ນ
ມີນິພີຊີຂະໜາດກະທັດຮັດທີ່ ໄດ້ຮັບການອອກແບບມາສຸດທັນສະໄໝ ແລະປະຢັດພື້ນທີ່ໃນການ ໃຊ້ສອຍ ຊຶ່ງເໝາະສຳລັບການ ໃຊ້ງານການບັນເທີງພາຍໃນບ້ານ ແລະຄຸນສົມບັດຂອງໜ່ວຍການ ປະມວນຜົນທີ່ໄວທັນໄຈ Intel® Core™i7 ແລະໜ່ວຍຄວາມໜ້າຈຳລະບົບ DDR3L ເຖິງ 8GB ເຮັດໃຫ້ແນ່ໃຈເລີຍວ່າມິນິເຄື່ອງ ນີ້ຈະທຳງານໄດ້ແບບລື່ນໄຫຼບໍ່ມີ ສະດຸດເຖິງວ່າຈະຕ້ອງສະແດງ ເນື້ອຫາມັລຕິມີເດຍທີ່ລາຍລະອຽດຄຸນນະພາບສູງສາມາດ ເຊື່ອມຕໍ່ໄດ້ສອງຈໍພາບເຊື່ອມຕໍ່ໄຮ້ສາຍໄດ້ແບບໄວດ້ວຍການ ອອກແບບໃຫ້ມີຂະໜາດກະທັດຮັດນີ້ເຮັດໃຫ້ Revo Base ໄດ້ຮັບລາງວັນ Revo mini PC line-up ທີ່ມີຄວາມທັນສະໄໝຂະໜາດກະທັດຮັດສະດວກສະບາຍໃນການຈັດວາງພາຍໃນບ້ານທີ່ມີພື້ນທີ່ຈຳກັດ.
screen-shot-2559-09-06-at-12-38-41-640x360
ສະເປັກ ແລະຮູບຮ່າງ
ຮູບຮ່າງ ແລະປະສິດທິພາບມີໜ້າຄ້າຍຄືກ່ອງເຂົ້າສີ່ຫຼຽມຂະໜາດກະທັດຮັດ 1 ລິດ ສູງ 5,3 ຊັງຕີແມັດ ຂະໜາດພື້ນຖານ 14 X 14 ຊັງຕີແມັດ ໃຊ້ໜ່ວຍການປະ ເມີນຜົນເປັນ Intel® Core ™ i7 ແລະມີໜ່ວຍຄວາມຈຳລະບົບ DDR3L ເຖິງ 8GB ເຮັດໃຫ້ໝັ້ນ ໃຈໄດ້ເລີຍວ່າສາມາດທຳງານໄດ້ ແບບລື່ນໄຫຼບໍ່ມີສະດຸດເຖິງວ່າ ຕ້ອງໃຊ້ງານຫຼາຍເຊັ່ນ: ສະແດງເນື້ອຫາມັລຕິມີເດຍທີ່ມີຄຸນນະພາບສູງໃຊ້ລະບົບປະຕິບັດການເປັນ Windows 10 ໃນການຂັບເຄື່ອນ ແລະຍັງມີ Intel® HD ກາຣາຟິກ ແລະສຽງມີຄວາມລະອຽດສູງສາມາດເຊື່ອມຕໍ່ກັບໜ້າຈໍພາບ ໄດ້ເຖິງສອງໜ້າຈໍພາບຜ່ານ HDMI ແລະ DisplayPort ໃນ ຂະນະທີ່ການຈັດເກັບເພີ່ມເຕີມ ແລະອຸປະກອນອື່ນໆສາມາດເຊື່ອມຕໍ່ຜ່ານ USB 4 ຜອດເຊິ່ງເປັນ USB 3.1 Gen ໜຶ່ງ 4 ຜອດ ມີທີ່ເກັບ ເຫຼືອໃຊ້ຫຼາຍເຖິງ 2TB HDDs ຫຼື ມີ 256GB SSDs ແລະຍັງມີຊ່ອງສຽບ SD Card ທີ່ຈະຊ່ວຍໃຫ້ຜູ້ໃຊ້ສາມາດເພີ່ມຄວາມຈຳ ພາຍນອກໄດ້ເຖິງ 256GB ພື້ນທີ່ ຈັດເກັບສາມາດອັບເກດໄດ້ແບບງ່າຍດາຍ ນອກຈາກນນີ້ຍັງມີເຕັກໂນໂລຊີໄຣ້ສາຍ 802.11ac ຊຶ່ງ ມີຄວາມໄວຂຶ້ນເຖິງ 3 ເທົ່າຄວາມໄວ ໂດຍບໍ່ຕ້ອງໃຊ້ສາຍ LAN ສາມາດວາງໃນພື້ນທີ່ຈຳກັດໄດ້ແບບບໍ່ເກະກະພື້ນທີ່.

No comments

Theme images by compassandcamera. Powered by Blogger.