ໂກ້ ທຳມະວົງ ສ້າງລາຍຮັບຈາກສຽງດົນຕີ

ສິລະປິນລາວເຮົາກຳລັງກ້າວໄປໄກຈົນເຮັດໃຫ້ຄົນຕ່າງຊາດຫັນມາເບິ່ງ, ຮ້ອງ ແລະຟັງເພງລາວນັບມື້ນັບຫຼາຍຂຶ້ນໃນແຕ່ລະປີ, ເພງລາວສາກົນ ເປັນເພງທີ່ຂັບຮ້ອງໃນພາສາລາວ
ໂດຍເລີ່ມຈາກນຳທຳນອງລາວເດີມໃສ່ເນື້ອຮ້ອງ ແລະທຳນອງ ໂດຍການໃຊ້ມາດຖານຂອງໂນດເພງແບບສາກົນຈົນກາຍເປັນເພງລາວແນວໃໝ່ເກີດຂຶ້ນມາ ແລະມີບົດບາດສຳຄັນເຮັດໃຫ້ເພງລາວໄດ້ຮັບຄວາມນິຍົມຈົນໃນປະຈຸບັນ ແຕກສາຂາໄປອີກຫຼາກຫຼາຍແນວເພງດັ່ງເຊັ່ນ: ຊາຍຜູ້ທີ່ມີນາມວ່າ ໂກ້ ທຳມະວົງ ຄົງຫົງໄຫຼໃນສຽງເພງລາວມາແຕ່ນ້ອຍ.
ໂກ້ ທຳມະວົງ ໄດ້ໃຫ້ສຳພາດວ່າ: ສິລະປິນລາວຍິ່ງໃຫຍ່ຕະຫຼອດການທັງອຸດົມສົມບູນເຕັມໄປດ້ວຍວັດທະນະທຳຕ່າງໆທີ່ມີຕັ້ງ ແຕ່ໃດມາເວົ້າລວມເວົ້າສະເພາະກໍຄືສຽງເພງທີ່ມີມາແຕ່ດົນນານ ແລະເມື່ອໄດ້ເປັນຫົວໜ້າຄອບຄົວ ແລ້ວພາລະອັນໜັກໜ່ວງໃນການລ້ຽງເບິ່ງຄົນໃນຄອບຄົວກໍຕ້ອງຢູ່ໃນການດູແລຂອງຜູ້ເປັນສາມີ ຢ່າງຫຼີກເວັ້ນບໍ່ໄດ້, ດັ່ງນັ້ນ ຈິ່ງໄດ້ ໃຊ້ຄວາມສາມາດທີ່ມີຢູ່ເຮັດໃຫ້ເກີດດອກອອກຜົນ ກໍຄືການຮ້ອງເພງນັ້ນເອງ.
zzzkkiittaarr
ປະຈຸບັນ ທ່ານ ໂກ້ ທຳມະວົງ ແມ່ນຮັບສອນກິຕ້າ, ສອນຮ້ອງເພງ ແລະຍິນດີຮັບທຸກງານຕັ້ງແຕ່ຮ້ອງເພງໃນຫ້ອງອາຫານ, ໃນໂຮງແຮມ, ງານວັດ, ງານແຕ່ງງານ, ງານວັນເກີດ ແລະງານຂຶ້ນ ປີໃໝ່ ເອີ້ນວ່າງານນ້ອຍໃຫຍ່ແມ່ນຮັບໝົດ ແລະທຸກມື້ນີ້ກໍຍັງຄົງຮັບຢູ່ ຊຶ່ງ ໂກ້ ທຳມະວົງ ເບິ່ງວ່າທີ່ຍັງມີຄົນຈ້າງກໍເພາະລາວມີວິໄນ ແລະຊະນິດກັບຄົນຫຼາຍໃນສັງຄົມບັນເທີງຂ້ອນຂ້າງກວ້າງຂວາງແບບແລກປ່ຽນກັນ ມື້ນີ້ຂ້ອຍອາໄສເຈົ້າມື້ໜ້າເຈົ້າອາໄສຂ້ອຍ ເຮັດໃຫ້ຢຶດ ເອົາອາຊີບນັກຮ້ອງຮັບຈ້າງມາ ໄດ້ຫຼາຍ 10 ປີແລ້ວ ໂດຍບໍ່ໄດ້ຫັນຕົວເອງໄປເຮັດອາຊີບອື່ນອີກເລີຍ ຕັ້ງແຕ່ປີ 2001 ເປັນຕົ້ນມາ ຊຶ່ງນັ້ນເປັນທັງບົດທົດສອບ ແລະບົດຮຽນອັນໃຫຍ່ຫຼວງໃຫ້ກັບ ໂກ້ ທຳມະວົງ ໄດ້ສຶກສາປັບປຸງຕະຫຼອດມາ, ເປັນຍ້ອນສຽງຮ້ອງທີ່ສະກົດຄົນຟັງກັບຄວາມສາມາດຕັ້ງແຕ່ຍັງນ້ອຍເຮັດໃຫ້ຕົນເອງຍ່າງຕາມ ຮອຍນັ້ນມາ ເພ່ືອຫາເງິນມາລ້ຽງ ຄອບຄົວເມື່ອຍາມໃດທີ່ໄດ້ຮັບ ງານ ແນ່ນອນວ່ານອກຈາກຈະໄດ້ຄວາມສຸກໃນເວລາທີ່ຂຶ້ນສະແດງ ແລະຍັງຮູ້ສຶກອີ່ມອົກອີ່ມໃຈທີ່ເປັນຜູ້ຮັບຜິດຊອບທີ່ດີຂອງຄອບຄົວນຳອີກ ເພາະແຕ່ກ່ອນບໍ່ມີຫຍັງເປັນຂອງຕົນ ແຕ່ມື້ນີ້ເລີ່ມໄດ້ໃນສິ່ງທີ່ຢາກໄດ້ເຖິງຈະເປັນຈຳນວນເງິນທີ່ບໍ່ຫຼາຍ ແຕ່ສາມາດລ້ຽງຄອບຄົວໄດ້ ແລະທ່ານກໍບໍ່ເຄີຍຄິດຂີ້ຄ້ານ ຫຼື ຢຸດເຮັດວຽກເພາະເຊື່ອວ່າຄວາມດຸໝັ່ນຂະຫຍັນພຽນຈະເຮັດໃຫ້ເຮົາຈະເລີນຂຶ້ນຍິ່ງເຮັດວຽກຫຼາຍເທົ່າໃດກໍຍິ່ງມີຂຶ້ນເລື້ອຍໆ.

ໂອກາດນີ້ ເພິ່ນຍັງໄດ້ຝາກເຖິງຜູ້ທີ່ມີໃຈຮັກ ຫຼື ຕ້ອງການທີ່ຈະນຳລູກຫຼານມາຝາກຮຽນທາງດ້ານການຫຼິ້ນກິຕ້າ ແລະຮ້ອງເພງ ກໍສາມາດຕິດຕໍ່ຫາເພິ່ນໄດ້ໃນລາຄາເລີ່ມຕົ້ນຜູ້ລະ 500.000 ກີບ ເທົ່ານີ້ຍັງບໍ່ພໍຖ້າຫາກທ່ານໃດໄດ້ບອກວ່າໄດ້ອ່ານ ແລະຮູ້ມາຈາກ ໜັງສືພິມຂອງພວກເຮົາຍັງຈະຫຼຸດລາຄາໃຫ້ເປັນພິເສດນຳອີກ ຊຶ່ງສະຖານທີ່ກໍແມ່ນບ້ານຂອງເພິ່ນເອງ ບ້ານຈອມເພັດໃຕ້ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໂທລະສັບ 020 5599 9894, 030 5873 077.
ໂກ້ ທຳມະວົງ, ສ້າງ

ທີ່ມາ: www.sedthakid.la/

No comments

Theme images by compassandcamera. Powered by Blogger.