ເຕັ້ນຄັບເວີ ເພງຍີ່ປຸ່ນສຸກຮາທີ່ໂດ່ງດັງໄປທົ່ວໂລກ
ໂລກອອນລາຍພາກັນແຊເພງສຸດປະຫຼາດຈາກຍີ່ປຸ່ນທີ່ບາງຄົນບອກວ່າຕິດໃຈຕັ້ງແຕ່ໄດ້ຍິນ ເທື່ອທຳອິດຈົນມີຜູ້ໃຊ້ອິນເຕີເນັດຈຳນວນຫຼາຍເຮັດຄລິບເຕັ້ນຮຽນແບບ.
ເພງທີ່ກຳລັງເວົ້າເຖິງຢ່າງແພ່ ຫຼາຍໃນໂລກອອນລາຍ ຂະນະນີ້ ຊື່ວ່າ “ເພນ-ໄພແອັບເປິ້ລ-ແອັບ ເປິ້ລ-ເພນ ຮ້ອງ ແລະແຕ່ງໂດຍ ສິລະປິນ ແລະນັກແຕ່ງເພງທີ່ຊື່ວ່າ ປິ ໂກະ ທາໂຣ່ ຈາກມະຫາວິທະຍາ ໄລຊິບະໃນຍີ່ປຸ່ນທີ່ປະຈຸບັນນີ້ນອກຈາກຈະດັງໄປທົ່ວໂລກອອນລາຍ ແລ້ວຍັງລາມມາເຖິ່ງອາຊີອີກ ດ້ວຍ, ເຫດຜົນທີ່ເພງນີ້ໂດ່ງດັງ ຍ້ອນດົນຕີທີ່ຮຽບງ່າຍແປກຫູມີ ຄວາມຍາວພຽງ 1 ນາທີ ບວກກັບ ເນື້ອໃນເພງສຸດແປກ ແລະບໍ່ມີເຫດມີຜົນ ເພາະທັງເພງຮ້ອງຢູ່ພຽງບໍ່ທໍ່ໃດຄຳເທົ່ານັ້ນ ນອກຈາກນີ້ທ່າເຕັ້ນຍັງຍີ່ຢວນຊວນໃຫ້ຫົວຈົນ ເຮັດໃຫ້ຜູ້ໃຊ້ອິນເຕີເນັດຫຼາຍຄົນ ທົນບໍ່ໄດ້ຈົນຕ້ອງເຕັ້ນຄັບເວີເພງ ນີ້ເປັນສະໄຕລຂອງຕົນເອງ, ຂະນະນີ້ມີຍອດຊົມໃນຢູທູບກວ່າ 2 ລ້ານຄັ້ງແລ້ວ ຫຼັງຄລິບນີ້ຖືກອັບໂຫຼດພຽງເດືອນດຽວເທົ່ານັ້ນ.

No comments