ວາດສະໜາ ບໍ່ໄດ້ຂຶ້ນກັບຈີດີພີ (GDP)

ຕາມນິຍາມຂອງທະນາຄານໂລກ ທີ່ອະທິບາຍເຖິງຈີດີພີ, ຊຶ່ງເຮົາຮັບຮູ້ກັນທົ່ວໄປວ່າລາຍຮັບສະເລ່ຍຕໍ່ຫົວຄົນແມ່ນຜະລິດຕະພັນລວມພາຍໃນຫລືລາຍຮັບຂອງປະເທດ ຫລື ຂົງເຂດໃດໜຶ່ງ ແລ້ວເອົາມາສະເລ່ຍໃຫ້ປະຊາຊົນທັງໝົດ ທີ່ຢູ່ໃນຂົງເຂດ ຫລື ປະເທດນັ້ນ. ຕົວຢ່າງ: ອີງຕາມຕົວເລກຂອງທະນາຄານໂລກ (WB) ໃນປີ 2014, ໄດ້ກາຍເປັນເຄື່ອງວັດແທກຫລາຍຢ່າງ ບໍ່ວ່າທາງດ້ານເສດ ຖະກິດ, ຊີວິດການເປັນຢູ່ຂອງປະຊາຊົນຢູ່ຂອບເຂດທົ່ວໂລກ, ໂດຍທັງທີ່ຕົວເລກດັ່ງກ່າວນີ້ ຍັງບໍ່ໄດ້ເວົ້າເຖິງຄວາມເທົ່າທຽມຂອງຄົນໃນສັງຄົມ, ຄວາມຢູ່ດີກິນດີຂອງໝົດທຸກຄົນ, ຄວາມເສຍຫາຍທາງສິ່ງແວດລ້ອມ ແລະ ອື່ນໆ ເພາະສະນັ້ນ, ນັກຄົ້ນຄວ້າຫລາຍທ່ານຈຶ່ງສົງໃສວ່າ ເຮັາຈະເອົາຕົວເລກດັ່ງກ່າວມາເປັນໄມ້
ຫລາວັດແທກຂອງເຮົາເຮັດຫຍັງ ເພາະເຮົາຕ້ອງເຮັດທຸກຢ່າງ ເພື່ອໃຫ້ຕົວເລກນັ້ນສູງຂຶ້ນ ແລ້ວພວກເຮົາຮຽກກັນວ່າຜົນສຳເລັດຊຶ່ງມັນອາດບໍ່ແນ່ວ່າເຮົາອາດຈະຕົກເປັນເຫຍື່ອຂອງຄວາມສຳເລັດນັ້ນດ້ວຍຊ້ຳ.
ທ່ານ ໄມເຄີລ ກຣິນ (Machael Green) ນັກເສດຖະສາດທີ່ມີຊື່ສຽງ ຊາວສະຫະລັດ ໄດ້ຍົກຕົວຢ່າງບັນດາປະເທດທີ່ລາຍຮັບສະເລ່ຍຕໍ່ຫົວຄົນສູງເຊັ່ນ: ສະຫະລັດອາເມລິກາ ທີ່ມີລາຍຮັບສະເລ່ຍຕໍ່ຫົວຄົນ 40 ພັນກວ່າລ້ານໂດລາ ແຕ່ບັນຫາສັງຄົມພາຍໃນປະເທດ, ຄວາມບໍ່ເທົ່າທຽມກັນ ຍັງມີແຜ່ຫລາຍ, ສ່ວນທາງດ້ານ ສປ ຈີນ ທີ່ມີອັດຕາການເຕີບໃຫຍ່ທາງດ້ານເສດຖະກິດສູງ ແຕ່ບັນດາສິ່ງ ແວດລ້ອມພາຍໃນປະເທດເຊັ່ນ: ມົນລະພິດທາງອາກາດ, ບັນຫາສຸຂະພາບເຊັ່ນ: ອາຫານປອມ ແລະ ອື່ນໆ ຍັງເປັນໄພຂົ່ມຂູ່ຊີວິດການເປັນຢູ່ທີ່ດີຂອງປະຊາຊົນ ແລະ ອິນເດຍ ທີ່ເສດຖະກິດຂະຫຍາຍຕົວໄວ ແລະ ມີຮອດໂຄງການທາງດ້ານຍານອະວາກາດ ແຕ່ປະຊາຊົນພາຍໃນປະເທດຫລາຍລ້ານຄົນພັດຍັງບໍ່ມີຫ້ອງນ້ຳໃຊ້ຊ້ຳ.
ກົງກັນຂ້າມ ພວກເຮົາຍັງມີປະເທດທີ່ບໍ່ແລ່ນນຳເລື່ອງການເຕີບໃຫຍ່ທາງດ້ານເສດຖະກິດ ແຕ່ໃຫ້ບູລິມະສິດທາງດ້ານຄວາມກ້າວໜ້າຂອງສັງຄົມເຊັ່ນ: ປະເທດຄອສຕາຣິກາ (Costa Rica) ທີ່ລັດຖະບານຖືເອົາວຽກງານການສຶກສາ, ສຸຂະພາບ ແລະ ຄວາມຍືນຍົງຂອງສິ່ງລ້ອມ ມາເປັນບູລິມະສິດຕົ້ນຕໍ, ຜົນກໍຄືປະເທດດັ່ງກ່າວ ໄດ້ຮັບຂະໜາມນາມວ່າເປັນປະເທດທີ່ມີຄວາມສຸກ ແລະ ດັດສະນີຄວາມຄືບໜ້າທາງສັງຄົມກໍສູງໃນໂລກ ໂດຍທີ່ລາຍຮັບສະເລ່ຍ ເທົ່າກັບ ¼ ຂອງສະຫະລັດເທົ່ານັ້ນ. ສິ່ງດັ່ງກ່າວສໍ່ໃຫ້ເຫັນວ່າ ພວກເຮົາບໍ່ແມ່ນຂ້ອຍຂ້າຂອງຈີດີພີ, ມັນຂຶ້ນກັບການເລືອກຂອງພວກເຮົາ, ບາງທີປະເທດນ້ອຍໆ ປະຊາກອນບໍ່ຫລາຍ ແຕ່ມີຊັບພະຍາກອນອັນລົ້ນເຫລືອບໍ່ຈຳເປັນດອກທີ່ຈະດຶງເອົາໂຄງການໃຫຍ່ໆມາ ເພື່ອເຮັດໃຫ້ໂຕເລກຂອງຈີດີພີສູງຂຶ້ນ, ເພາະກະໂຕຈີດີພີນັ້ນ ມັນນຳເອົາທັງຄວາມກ້າວໜ້າ ແລະ ຄ່າເສຍຫາຍທີ່ພວກເຮົາຕ້ອງຊົດໃຊ້ທີ່ບໍ່ຕ່ຳໄປກວ່າກັນ. ສະນັ້ນ ເຮົາຄວນໃສ່ໃຈໃນບຸລະມະສິດ ທີ່ຈະເຮັດໃຫ້ຊີວິດຂອງປະຊາຊົນດີຂຶ້ນແທ້ທດີກວ່າ.
ເມື່ອເປັນເຊັ່ນນັ້ນ, ຈຶ່ງມີຄຳຖາມວ່າ ເຮົາຈະເອົາຈີດີພີນີ້ບໍ່ມາເປັນໄມ້ຫລາວັດແທກຄວາມກ້າວໜ້າພວກເຮົາ ຫລື ເຮົາຈະເອົາຄວາມກ້າວໜ້າທາງດ້ານການພັດະທນາສັງຄົມຫລາຍກວ່າ, ເລື່ອງຂອງດັດສະນີຂອງຄວາມກ້າວໜ້າທາງສັງຄົມນັ້ນ ມີສາມຄຳຖາມທີ່ເປັນພື້ນຖານຄື: 1 ແຕ່ລະຄົນພາຍໃນປະເທດໄດ້ຮັບຄວາມຕ້ອງການພື້ນຖານ ເພື່ອໃຫ້ມີຊີວິດຢູ່ລອດບໍ່ເຊັ່ນ: ອາຫານ, ນ້ຳ, ທີ່ພັກພາອາໄສ, ມີຄວາມປອດໄພ? 2, ແຕ່ລະຄົນພາຍໃນປະເທດໄດ້ຮັບໂອກາດໃນການສ້າງຊີວິດສ່ວນຕົວ ແລະ ສັງຄົມໃຫ້ດີຂຶ້ນບໍ່ເຊັ່ນການສຶກສາ, ຂໍ້ມູນ-ຂ່າວສານ, ສຸຂະພາບ ແລະ ຄວາມຍືນຍົງຂອງສິ່ງ ແວດລ້ອມ? ແລະ 3. ແຕ່ລະຄົນໄດ້ຮັບໂອກາດໃນການປັບປຸງຊີວິດຂອງຕົນ ໂດຍຜ່ານການມີສິດທິພື້ນຖານໃນການເລືອກ, ປາສະຈາກການຈຳແນກໃນສັງຄົມ ແລະ ສາມາດເຂົ້າສູ່ຄັງຄວາມຮູ້ທີ່ກ້າວໜ້າຂອງໂລກບໍ່?

ແນ່ນອນແລ້ວ ບັນດາຄຳຖາມຂ້າງເທິງນັ້ນ ມັນອາດບໍ່ຫລາຍແລ້ວ ແລະ ບໍ່ຍາວ ທັງເຂົ້າໃຈເນື້ອໃນໄດ້ດີ ແຕ່ການຫາຄຳຕອບນັ້ນ ມັນບໍ່ແມ່ນວ່າມື້ໜຶ່ງຍາມດຽວ, ບໍ່ແມ່ນວ່າມີແຕ່ໃຜຜູ້ໜຶ່ງ ແຕ່ມັນຂຶ້ນກັບການເລືອກຂອງເຮົາໝົດທຸກຄົນ ໂດຍເຫັນຄວາມຈຳເປັນແທ້ໆ ແທນທີ່ຈະໄລ່ຕາມຄວາມເຫີ່ເຫີມນຳສິ່ງທີ່ບໍ່ແນ່ນອນນັ້ນ.

No comments

Theme images by compassandcamera. Powered by Blogger.