ສູນການຄ້າວຽງຈັນເຊັນເຕີ້ ໄຂໂຄງການ Platinum Vientiane ສູນໂຮມຄວາມຫຼາກຫຼາຍຂອງສິນຄ້າ
ໃນຕອນບ່າຍວັນທີ 13 ກັນຍາ 2016 ທີ່ສູນການຄ້າວຽງຈັນເຊັນເຕີ້ ນະຄອນຫຼວງວຽງຈັນ ໄດ້ມີພິທີໄຂໂຄງການ Platinum Vientiane ຂຶ້ນໂດຍການເປັນປະທານຂອງທ່ານ ສົມບັດ ສິຣິພອນວິທະຍາ ຜູ້ອໍານວຍການສູນການຄ້າວຽງຈັນເຊັນເຕີ້ ມີບັນດາຜູ້ປະກອບການ ຫົວໜ່ວຍທຸລະກິດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານອໍານວຍການສູນການຄ້າວຽງຈັນເຊັນເຕີ້ ໄດ້ໃຫ້ຮູ້ວ່າ Platinum Vientiane ແມ່ນສູນໂຮມສິນຄ້າເປັນຕົ້ນແມ່ນ ເສື້ອຜ້າແຟຊັນ ເກີບ ເຄື່ອງປະດັບທີ່ທັນສະໄໝຫຼາກຫຼາຍຊະນິດ ສໍາລັບທັງທ່ານຍິງ ແລະ ທ່ານຊາຍ ພ້ອມທັງສິນຄ້າຂາຍຍ່ອຍ-ຂາຍສົ່ງ ຢູ່ຊັ້ນທີ 2 ຂອງສູນການຄ້າແຫ່ງນີ້ ເຊິ່ງມີຫຼາຍກວ່າ 100 ຮ້ານຄ້າ ດ້ວຍພື້ນທີ່ຕັ້ງຢູ່ໃຈກາງນະຄອນຫຼວງວຽງຈັນ ຈິ່ງເຮັດໃຫ້ຜູ້ປະກອບການທຸລະກິດ ກໍຄືຊາວຄ້າຂາຍມີຄວາມສົນໃຈ ແລະ ຍິນດີເຂົ້າຮ່ວມທຸລະກິດເພື່ອເປັນສ່ວນນຶ່ງກັບວຽງຈັນເຊັນເຕີ້ ນອກນີ້ຍັງມີໂຕແທນນໍາເຂົ້າສິນຄ້າໂດຍກົງຈາກໂຮງງານທົ່ວປະເທດອາຊຽນ ເພື່ອແນໃສ່ສ້າງໂອກາດໃຫ້ນັກລົງທຶນລາວໄດ້ຮ່ວມລົງທຶນ ປັດຈຸບັນ Platinum Vientiane ແມ່ນໄຂໃຫ້ບໍລິການແລ້ວ ເຊິ່ງເລີ່ມແຕ່ວັນທີ 01 ກັນຍາ 2016 ເປັນຕົ້ນມາ ໂດຍມີລູກຄ້າໃຫ້ຄວາມສົນໃຈເປັນຈໍານວນຫຼວງຫຼາຍ ເນື່ອງຈາກສູນແຫ່ງນີ້ເປັນສູນໂຮມສິນຄ້າຄຸນະພາບ ອີກທັງລາຄາບໍ່ແພງ.
ໃນພິທີດັ່ງກ່າວ ຍັງຈັດໃຫ້ມີການເດີນແບບແຟຊັນ ເສື້ອຜ້າອາພອນ ແລະ ກິດຈະກໍາຕ່າງໆອີກຈໍານວນນຶ່ງອີກດ້ວຍ.
ຂ່າວ/ພາບ: ເທບພະວົງ ທີ່ມາ: www.khammouanenews.com

No comments