ເມືອງໜອງບົກຮັບຮອງ 5 ບ້ານເປັນບ້ານວັດທະນະທຳ

ບ້ານສອງເໝືອງໃຕ້, ຊຽງຫວາງທົ່ງ, ຊຽງຫວາງ, ໜອງປາຫຼາດ ແລະ ບ້ານດົງຍາງ ແມ່ນກຸ່ມບ້ານໜຶ່ງທີ່ຂຶ້ນກັບເມືອງໜອງບົກ ແຂວງຄຳມ່ວນ ມີເນື້ອທີ່ທັງໝົດ 1.470,27 ເຮັກຕາ, ມີ 695 ຄອບຄົວ, ພົນລະເມືອງທັງໝົດ 4.024 ຄົນ, ຍິງ 2.139 ຄົນ, ຕັ້ງແຕ່ໃດມາປະຊາຊົນທັງ 5 ບ້ານໄດ້ມີມູນເຊື້ອອອກແຮງງານເພີ້ມພູນຜະລິດຜົນຫາລ້ຽງກຸ້ມຕົນເອງດ້ວຍຄວາມດຸໝັ່ນຫ້າວຫັນ, ມີຄວາມສາມັກຄີຮັກແພງ, ຮັກປະເທດຊາດ ແລະ ບ້ານເກີດເມືອງນອນຂອງຕົນເອງ ປະຊາຊົນຍຶດຖືອາຊີບເຮັດນາເປັນຕົ້ນຕໍ, ປູກຝັງ ແລະ ລ້ຽງສັດເປັນອາຊີບສຳຮອງ. ໂດຍຜ່ານການຈັດຕັ້ງປະຕິບັດແຕ່ລະບາດກ້າວມາເຖິງປະຈຸບັນ ທັງ 5 ບ້ານ ມີເງື່ອນໄຂຄົບຖ້ວນທີ່ຈະປະກາດເປັນບ້ານວັດທະນະທຳ ເຊິ່ງມັນໄດ້ສະແດງອອກຄື: ສາມາດປະກາດເປັນບ້ານປອດຄະດີ, ບ້ານແມ່ຍິງ 3 ດີ, ບ້ານສາທາລະນະສຸກແບບຢ່າງ, ເດັກທີ່ມີເກນອາຍຸ 15-45 ປີໄດ້ເຂົ້າຮຽນ 100% ແລະ ໄດ້ມອບໃບຢັ້ງຢືນຄອບຄົວວັດທະນະທຳແລ້ວ 638 ຄອບຄົວ ກວມເອົາ 91,05% ຂອງຄອບຄົວທັງໝົດ. ມາເຖິງປະຈຸບັນຈຶ່ງສາມາດປະກາດເປັນບ້ານວັດທະນະທຳບ້ານທີ 25-29 ຂອງເມືອງໜອງບົກ ແລະ ເປັນບ້ານທີ 171-175 ຂອງແຂວງຄຳມ່ວນໃນວັນທີ 22 ພະຈິກ 2012 ຢູ່ທີ່ເດີ່ນໂຮງຮຽນມັດທະຍົມຕົ້ນສອງ ເໝືອງໃຕ້ ໂດຍການເຂົ້າຮ່ວມພິທີ ແລະ ເປີດປ້າຍ, ລັ່ນຄ້ອງ 9 ບາດປະກາດເອົາບ້ານສອງເໝືອງໃຕ້, ຊຽງຫວາງທົ່ງ, ຊຽງຫວາງ, ໜອງປາຫຼາດ ແລະ ບ້ານດົງຍາງ ເປັນບ້ານວັດທະນະທຳຢ່າງເປັນທາງການຂອງທ່ານ ດຣ ສະເຫຼີມສັກ ແກ້ວຈັນທະລາ ຮອງເຈົ້າເມືອງ ໆໜອງບົກ, ທ່ານ ບຸນທຳ ທຳມະວົງ ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງຄຳມ່ວນ, ມີບັນດາຄະ ນະພັກຮາກຖານ, ອຳນາດການປົກຄອງບ້ານ ຕະຫຼອດເຖິງພໍ່ແມ່ປະຊາຊົນທັງ 5 ບ້ານເຂົ້າຮ່ວມ. ນອກຈາກນີ້ ທັງ 5 ບ້ານດັ່ງກ່າວຍັງມີແຜນທີ່ຈະປະກາດເປັນບ້ານພັດທະນາໃນມໍ່ໆນີ້.

ທີ່ມາ: www.khammouanenews.com

No comments

Theme images by compassandcamera. Powered by Blogger.