ຜົນກະທົບຂອງເຫຼົ້າຕໍ່ສຸຂະພາບ
ເຫຼົ້າແມ່ນທາດເບື່ອ ! ເຫຼົ້າຂ້າຈຸລັງຂອງເຮົາໂດຍສະເພາະຈຸລັງ ຂອງເສັ້ນປະສາດແລະຈຸລັງຕັບ,ເຫຼົ້າ ແມ່ນທາດເສບຕິດ , ສະໝອງຂອງຄົນເຮົາແມ່ນຕິດເຫຼົ້າງ່າຍ , ເຫຼົ້າແລະຢາສູບແມ່ນ 2 ສາຍເຫດທີ່ເຮັດໃຫ້ຕາຍໄວກ່ວາອາ ຍຸ,ຕາຍຍ້ອນພະຍາດຕັບ,ຕາຍຍ້ອນອຸປະຕິເຫດ ( ຂັບລົດ,ຕົກຈາກບ່ອນສູງແລະຄວາມຮຸນແຮງ),ຕາຍຍ້ອນຂາດສານອາຫານ,ເຫຼົ້າມີຜົນກະທົບກົດໜີບ ປະສານສ່ວມກາງໂດຍສະເພາະບາງເຂດຂອງສະໝອງ(Motor centers,Plnning centers,Respiratory and Sleep centers),ເຫົ້າມີຜົນກະທົບກະຕຸ້ນປະສານດສ່ວນກາງຢູ່ບາງເຂດຂອງສະໝອງ,(Parts of the cortex,Hippocampus and pleasure center)ຜົນກະທົບຈາກເຫຼົ້າແມ່ນເພີ້ມຄວາມຂົ້ນຂອງເລືອດສູງຂັ້ນ,ປະລິມານຂອງເຫຼົ້າໃນເລືອດສູງພາໃຫ້ມີການທຳລາຍຈຸລັງ , ປະລິມານຂອງເຫຼົ້າໃນເລືອດສູງອັນຕະລາຍຕໍ່ການຂັບຂີ່ສູງ , ມີການແຈ້ງເຕືອນກ່ຽວກັບເວລາຫ່າງກັນແລະການດື່ມ,1ແກ້ວນ້ອຍ ( One drink ) ຫ່າງກັນ 1 ຊົ່ວໂມງ ( One hour ) , ຫຼາຍປະເທດຖືເອົາ 0,08-0,1% ອະນຸ ຍາດໃຫ້ຂັບຂີ່ໄດ້,ກິນພໍດີພໍງາມ (1-2ແກ້ວນ້ອຍຕໍ່ມື້)ອາດໃຫ້ຊິີວິດຍືນຍາວ,ຊ່ວຍຫຼຸດຜ່ອນເສັ້ນເລືອດຕັນ,ເພີ່ມທະວີກະແສໄຫຼວຽນເສັ້ນເລືອດຫົວໃຈ,ຫຼຸດຜ່ອນການປັ້ນຂອງເສັ້ນເລືອດເຕັນ , ຖ້າດື່ມເກີນທີ່ກ່າວມາຢູ່ຂ້າງເທິງແມ່ນອັນຕະລາຍສຳລັບມະນຸດ,ນິຍາມ:ດື່ມຫຼາຍແມ່ນເກີນ >1-2 ແກ້ວເບຍນ້ອຍຕໍ່ມື້,ການເສຍສຸຂະພາບຈາກການດື່ມເຫຼົ້າແມ່ນ ການດື່ມຫຼາຍແລະດື່ມເປັນປະຈຳ,ການເຜົາໄໝ້ຈະໝົດໄປພາຍໃນ 01 ຊົ່ວໂມງ ສຳລັບເບຍ 01 ແກ້ວນ້ອຍ ( One drink ) 330 ml , One drink = ( 01 ເບຍແກ້ວນ້ອຍ , 01 ຈອກ wine ຫຼື 01 ຈອກນ້ອຍເຫຼົ້າຂາວ),ຖ້າວ່າຄົນຜູ້ໜຶ່ງດື່ມເກີນ01ເບຍແກ້ວນ້ອຍຕໍ່ 01 ຊົ່ວໂມງ , ລາວກໍ່ຈະເມົາຫຼາຍ ຂຶ້ນຕາມລຳລັບ,ມ້າມອັກເສບ,ຕັບອັກເສບ,ຕັບແຂງ,ເສັ້ນເລືອດຫຼອດກືນອາຫານຕຶງແລະພາໃຫ້ເລືອດໄຫຼ ກະເພາະ , ເຫຼົ້າແລະໜິ້ວຖົງບີເປັນສາຍເຫດຫຼັກຂອງມ້າມອັກເສບໃນສະຫະລັດອາເມລິກາ ການສ່ຽງຕໍ່ຄວາມຕາຍສູງຖ້າມ້າມອັກເສບຮຸນແຮງ,ເຫຼົ້າແມ່ນທາດເບື່ອໂດຍກົງຕໍ່ຈຸລັງຕັບ ( liver cells ) , ຍິ່ງດື່ມຫຼາຍເທົ່າໃດຈຸລັງຕັບຍິ່ງຕາຍຫຼາຍຂຶ້ນແລະຕັບກໍ່ຖືກຫຸ້ມແທນດ້ວຍໄຂມັນ,ຫຼັງຈາກຈຸລັງຕັບຟື້ນຄືນສະພາບມັນ ກໍ່ມີຮອຍແລະການເປັນທີ່ເຮົາເອີ້ນວ່າ:ຕັບແຂງ,ໃນເບື້ອງຕົ້ນການກວດໜ້າທີ່ຂອງຕັບ AST/ALT ອາດສູງ,ໄລຍະທ້າຍ AST/ALT ສ່ວນຫຼາຍປົກກະຕິເພາະວ່າຈຸລັງຕັບທີ່ແຂງແຮງນັ້ນຕາຍໝົດແລ້ວ , ເຫຼົ້າຢ່າງດຽວທີ່ເປັນສາຍເຫດຂອງພະຍາດຕັບແຂງແຕ່ຕ້ອງໃຊ້ເວລາຫຼາຍປີ 20-30 ປີ,ຖ້າຫາກມີການປະສົມກັບສາເຫດອື່ນໆເຊັ່ນ : ຕັບອັກເສບ C ຫຼື ຕັບອັກເສບ B ພະຍາດຕັບແຂງຈະຂະຫຍາຍຕົວໄວທີ່ສຸດ,ການດື່ມເຫຼົ້າໃນຄົນເຈັບທີ່ເປັນຕັບອັກເສບ ຫຼື HIV ແມ່ນມີຄວາມກັນ ດົນຫຼາຍທີ່ສຸດ.ໃນການຈະເປັນພະຍາດຕັບແຂງ,ດັ່ງນັ້ນຄົນເຈັບຈຳພວກນີ້ແມ່ນຕ້ອງການຄຳປຶກສາຫຼາຍ ທີ່ສຸດ.ພະຍາດຕັບແຂງແມ່ນສາຍເຫດຂອງຄວາມດັນສູງຢູ່ເສັ້ນເລືອດ ( Portal ) ເຮັດໃຫ້ເສັ້ນເລືອດຫຼອດ ກືນອາຫານຕຶງແລະແຕກຊຶ່ງແມ່ນສາຍເຫດເລືອດໄຫຼຂອງກະເພາະລຳໄສ້ , ເຮັດໃຫ້ ( cholesterol ) ສູງ,ເຮັດໃຫ້ຄວາມດັນເລືອດສູງ,ເຮັດໃຫ້ເຫົວໃຈໃຫຍ່ , ຖ້າດື່ມຫຼາຍຈະເຮັດໃຫ້ຫົວໃຈເຕັ້ນຜິດປົກກະຕິ, ຖ້າດື່ມຫຼາຍໆສາມາດເຮັດໃຫ້ຄວາມຈຳບໍ່ດີ,ເສັ້ນເລືອດສະໝອງຕັນ ( stroke ) ສາມາດເປັນສາຍເຫດພະ ຍາດເສັ້ນປະສາດສ່ວນປາຍ .
ໂດຍ : ສຸດທິລົມ ສຸລິວົງ
ທີ່ມາ: www.khammouanenews.com
ໂດຍ : ສຸດທິລົມ ສຸລິວົງ
ທີ່ມາ: www.khammouanenews.com
No comments