ຄະນະສັນຕິພາບ ແລະ ສາມັກຄີຂອງລາວ ຈະຈັດພິທີຍ່າງເພື່ອສຸຂະພາບໃນວັນສັນຕິພາບສາກົນ

ຄະນະສັນຕິພາບ ແລະ ສາມັກຄີຂອງລາວ ຈະຈັດການຍ່າງເພື່ອສັນຕິພາບ ແລະ ຮ່ວມສະເຫຼີມສະຫຼອງວັນສັນຕິພາບສາກົນ 21 ກັນຍາ ຄົບຮອບ 14 ປີ (21/09/2002-21/09/2016) ພ້ອມທັງສະເຫຼີມສະຫຼອງ ວັນສ້າງຕັ້ງຄະນະສັນຕິພາບ ແລະ ສາມັກຄີຂອງລາວ ຄົບຮອບ 33 ປີ (01/08/1983-01/08/2016) ເຊິ່ງຈະຈັດຂຶ້ນໃນຕອນເຊົ້າວັນທີ 17 ກັນຍາ 2016 ຢູ່ທີ່ສວນປະຕູໄຊ ນະຄອນຫຼວງວຽງຈັນ ຫາ ຫໍຄໍາ ແລ້ວກັບຄືນສູ່ປະຕູໄຊ ເລີ່ມແຕ່ເວລາ 05:00 ໂມງເຊົ້າ ເປັນຕົ້ນໄປ.

ພິທີຖະແຫຼງຕໍ່ສື່ມວນຊົນກ່ຽວກັບການຈັດພິທີຍ່າງເພື່ອສັນຕິພາບດັ່ງກ່າວ ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 14 ກັນຍາ 2016 ທີ່ສະມາຄົມນັກຂ່າວ ແຫ່ງ ສປປ.ລາວ ໂດຍການຖະແຫຼງຂອງທ່ານ ຄໍາພັນ ສິມມາລາວົງ ປະທານຄະນະສັນຕິພາບ ແລະ ສາມັກຄີຂອງລາວ ເຊິ່ງເຂົ້າຮ່ວມມີທ່ານ ສົມສະໜຸກ ມີໄຊ ຮອງປະທານສະມາຄົມນັກຂ່າວແຫ່ງ ສປປ.ລາວ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ປະທານຄະນະສັນຕິພາບ ແລະ ສາມັກຄີຂອງລາວ ກ່າວວ່າ ຈຸດປະສົງຫຼັກຂອງການຈັດກິດຈະກໍາໃນຄັ້ງນີ້ ເພື່ອປຸກຈິດສຳນຶກໃຫ້ທຸກຊັ້ນຄົນໃນສັງຄົມເຫັນເຖິງຄວາມສຳຄັນຂອງວຽກງານສັນຕິພາບ ເຊິ່ງຍາມໃດກໍຕິດພັນກັບການພັດທະນາ ທັງເປັນການປຸກລະດົມໃຫ້ສັງຄົມມີສ່ວນຮ່ວມໃນການເສີມສ້າງສັນຕະພາບໃນພາກພື້ນ ແລະ ໃນໂລກ ນອກນີ້ຍັງເປັນການຜັນຂະຫຽາຍເນື້ອໃນຈິດໃຈຂອງມະຕິ 55/282 ຂອງອົງການສະຫະປະຊາຊາດ ທີ່ປະກາດເລືອກເອົາວັນທີ 21 ກັນຍາ ຂອງທຸກໆປີເປັນວັນສາກົນເພື່ອສັນຕິພາບ ແລະ ຮຽກຮ້ອງໃຫ້ບັນດາປະເທດສະມາຊິກອົງການຈັດຕັ້ງຕ່າງໆ ເຜີຍແຜ່ວຽກງານສັນຕິພາບ ໂດຍຜ່ານການສຶກສາອົບຮົມໃຫ້ສາທາລະນະຊົນ ແລະ ຖືເອົາວັນດັ່ງກ່າວເປັນວັນຍຸດຕິການສູ້ຮົບໃນໂລກ ຍຸດຕິການໃຊ້ຄວາມຮຸນແຮງ ການລຶບລ້າງຄວາມອຶດຫິວ ແລະ ບັນຫາອື່ນໆທີ່ສົ່ງຜົນກະທົບທາງດ້ານລົບຕໍ່ສັນຕິພາບ ແລະ ການພັດທະນາໃນໂລກ ຈິ່ງຮຽກຮ້ອງເຖິງອົງການຈັດຕັ້ງມະຫາຊົນ ທຸກຊັ້ນຄົນໃນສັງຄົມ ກໍຄື ພະນັກງານ ທະຫານ ຕໍາຫຼວດ ນັກຮຽນ ນັກສຶກສາ ຊາວໜຸ່ມ ເຍົາວະຊົນຕະຫຼອດຮອດປະຊາຊົນລາວບັນດາເຜົ່າ ໂດຍສະເພາະຊາວນະຄອນຫຼວງວຽງຈັນ ຈົ່ງເຂົ້າຮ່ວມກິດຈະກໍາສໍາຄັນນີ້ເພື່ອໃຫ້ມີຄວາມໝາຍ ແລະ ມີບັນຍາກາດຄຶກຄື້ນກວ່າປີທີ່ຜ່ານມາ.

ຂ່າວ/ພາບ: ເທບພະວົງ

No comments

Theme images by compassandcamera. Powered by Blogger.