ເມືອງໄຊຍະບູລີ ແຂວງໄຊຍະບູລີ ເກັບລາຍຮັບເຂົ້າງົບປະມານໄດ້ຕແຜນການ

ທ່ານ ສີສັງວອນ ທົ່ງລິລາຍ ຮອງຫົວໜ້າຫ້ອງການໆເງິນເມືອງໄຊຍະບູລີ ຕໍ່ທີມຂ່າວທ້ອງຖິ່ນໃນວັນທີ່ 13 ກັັນຍາ 2016 ໃຫ້ຮູ້ວ່າ ເມືອງໄຊຍະບູລີກໍເປັນເມືອງນຶ່ງທີ່ແຂວງໄຊຍະບູລີ

ຕາມການເປີດເຜີຍຂອງທ່ານ ສີສັງວອນ ທົ່ງລິລາຍ ຮອງຫົວໜ້າຫ້ອງການໆເງິນເມືອງໄຊຍະບູລີ ຕໍ່ທີມຂ່າວທ້ອງຖິ່ນໃນວັນທີ່ 13 ກັັນຍາ 2016 ໃຫ້ຮູ້ວ່າ ເມືອງໄຊຍະບູລີກໍເປັນເມືອງນຶ່ງທີ່ແຂວງໄຊຍະບູລີ ໄດ້ກຳນົດເປັນເມືອງທົດລອງສາມສ້າງເປັນເມືອງກຸ້ມຕົວເອງທາງດ້ານງົບປະມານ-ການເງິນ ເຊິ່ງຕາມແຜນຈັດເກັບລາຍຮັບທັງໝົດ 41.232,69 ລ້ານກີບ ຜ່ານການຈັດຕັ້ງປະຕິບັດໃນ 1 ປີ ຜ່ານມາສາມາດຈັດເກັບລາຍຮັບໄດ້ 41.146,98 ລ້ານກີບ ເທົ່າກັບ 99,79% ຂອງແຜນການປີທຽບໃສ່ໄລຍະດຽວຂອງປີຜ່ານມາລື່ນ 135,35% ໃນລາຍຮັບສວຍສາອາກອນ ລາຍຮັບຊັບສິນທີ່ດິນ ລາບຮັບດຸ່ນດ່ຽງຈາກແຂວງຊ່ອຍແລະລາຍຮັບຈາກເມືອງທີ່ເຂັ້ມແຂງດ້ານງົບປະມານກຸ້ມໂຕເອງ ແຜນລາຍຈ່າຍສົກງົບປະມານ 2015-2016 ມີທັງໝົດ 41 ຕຶ້ 247 ລ້ານກີບ ມາຮອດປັດຈຸບັນປະຕິບັດໄດ້ທັງໝົດ 39 ຕຶ້ 339 ລ້ານກີບ ເທົ່າກັບ 96,42% ຂອງແຜນການປີ ໃນນີ້ຈ່າຍເງິນເດືອນ ເງິນນະໂຍບາຍ ອຸດໜູນ ຈ່າຍບໍລິການ ຈ່າຍດັດສົມສົ່ງເສີມແລະຈ່າຍການລົງທຶນ ອັນທີ່ສຳຄັນ ແລະ ເປັນປັດໄຈໃໝ່ ທີ່ແຂວງໄດ້ກຳນົດເອົ່ເມືອງ ໄຊຍະບູລີເປັນເມືອງເຂັ້ມແຂງກຸ້ມຕົນເອງທາງດ້ານງົບປະມານແລະເປັນເມືອງທົດລອງການເກັບລາຍຮັບຜ່ານປະຕູດຽວ ເຊິ່ງປະກອບມີ 6 ພາກສ່ວນເຂົ້າຮ່ວມເຊັ່ນ ຫ້ອງການກະສິກຳປ່າໄມ້ ຫ້ອງການການຄ້າ ຫ້ອງການໂຍທາ ຫ້ອງການຊັບພະຍາກອນແລະ ທຳມະຊາດ ຫ້ອງການພາຍໃນແລະຫ້ອງການການເມືອງ ໂດຍຕັ້ງເປົ້າເກັບລາຍຮັບໃຫ້ໄດ້ 368,50 ລ້ານກີບ ຜ່ານການເກັບລາຍຮັບຕົວຈິງປະຕິບັດໄດ້ 296,32 ລ້ານກີບ ເທົ່າກັບ 82,19% ຂອງແຜນປີ.

ທ່ານຍັງໄດ້ໃຫ້ຮູ້ຕືມວ່າ ຈາກຜົນສຳເລັດດັ່ງກ່າວຍ້ອນວ່າພວກເຮົາມີຄວາມຮັບຜິດຊອບສູງຕໍ່ໜ້າທີການເມືອງທີ່ພັກ-ລັດ ການຈັດຕັ້ງມອບໝາຍ ມີການແບ່ງຄວາມຮັບຜິດຊອບກັນລະອຽດເຊັ່ນໂຄງການເດີນສຳຫຼວດອອກໃບແຈ້ງພາສີທີ່ດິນ ໂຄງການລວມສູນປ່ອງບໍລິການປະຕູດຽວ ການສຳຫຼວດຫົວໜ່ວຍທຸລະກິດເກີດໃໝ່ແລະການປັບຖານອາກອນຈຶ່ງເຮັດໃຫ້ຂໍ້ມູນ ແຜນເກັບລາຍຮັບເພີ່ມຂຶ້ນເພື່ອສຶບຕໍ່ໃນເດືອນ 9 ແລະ 3 ເດືອນຂ້າມຜ່ານສົກ 2015-2016 ຈຶ່ງຕ້ອງສູ້ຊົນຈັດເກັບລາຍຮັບໃນເດືອນ9 ເຊິ່ງເປັນເດືອນສຸດທ້າຍຂອງສົກງົບປະມານໃຫ້ບັນລຸຕາມແຜນຄາດໝາຍຂອງແຜນການ 41 ຕຶ່ 243 ລ້ານກ່ວາກີບ ພ້ອມທີ່ຈະໄດ້ເກັບລາຍຮັບໄລຍະ 3ເດືອນຂ້າມຜ່ານ ແຕ່ເດືອນຕຸລາ-ທັນວາ ສົກປີ 2015-2016 ສງວນແຜນລາຍຈ່າຍທັງໝົດໃນແຕ່ລະດ້ານໃຫ້ສຳເລັດໄລຍະ 3 ເດືອນຂ້າມຜ່ານ ກ່ອນຈະກ້າວເຂົ້າສູ່ສົກງົບປະມານໃໝ່ໃນສົກປີ 2017 ແມ່ນປະຕິບັດລາຍຈ່າຍໃຫ້ສຳເລັດແຜນ ການທີ່ວາງໄວ້.


ທີ່ມາ: www.vtetoday.la/

No comments

Theme images by compassandcamera. Powered by Blogger.