ພຽງ 6 ເດືອນ ປກສ ເມືອງໄຊເຊດຖາ ແຂວງອັດຕະປື ແກ້ໄຂປາກົດການຫຽໍ້ທໍ້ໄດ້ຫຼາຍສິບຄະດີ
ປັດຈຸບັນ ປາກົດການຫຽໍ້ທໍ້ໃນສັງຄົມ ເຊັ່ນ ການກໍ່ອາດຊະຍາກຳ ການປຸ້ນຈີ້ຊີງຊັບ ການມົ້ວສຸມຂອງໄວໜຸ່ມ ຂີ້ລັກງັດແງະ ຄ້າຂາຍເຖື່ອນ ແລະ ອື່ນໆ ແມ່ນບັນຫາກົດໜ່ວງຖ່ວງດຶງຄວາມກ້າວໜ້າຂອງສັງຄົມທີ່ພວມທ້າທາຍ ເປັນວຽກທີ່ສ້າງຄວາມຫຽຸ້ງຍາກໃຫ້ເຈົ້າໜ້າທີ່ ແລະ ພາກສ່ວນທີ່ກ່ຽວຂ້ອງຫຼາຍພໍສົມຄວນ.
ທ່ານ ພັ.ທ ແກ້ວເຊີນ ຮັກສາພົນ ຄະນະປະຈໍາພັກເມືອງ ຫົວໜ້າກອງບັນຊາການ ປກສ ເມືອງໄຊເຊດຖາ ໄດ້ເປີດເຜີຍຕໍ່ຜູ້ສື່ຂ່າວໃນວັນທີ 13 ກັນຍາ 2016 ວ່າ ເມືອງໄຊເສດຖາ ແມ່ນນຶ່ງໃນ 5 ເມືອງຂອງແຂວງອັດຕະປື ພຽງໃນໄລຍະ 6 ເດືອນຂອງສົກປີນີ້ ທາງຄະນະພັກ ອົງການປົກຄອງເມືອງ ກໍຄືເຈົ້າໜ້າທີ່ກໍາລັງ ປກສ ເມືອງ ໄດ້ເປັນເຈົ້າການເອົາໃຈໃສ່ແກ້ໄຂ ແລະ ສະກັດກັ້ນປາກົດການຫຽໍ້ທໍ້ ເປັນຕົ້ນແມ່ນໄດ້ຫັນເອົາມະຕິຄໍາສັ່ງຂອງຂັ້ນເທິງລົງເຜີຍແຜ່ເຊື່ອມຊຶມໃຫ້ສະມາຊິກພັກ ພະນັກງານໃນທົ່ວກໍາລັງເຫຼົ່າຮົບ ແລະ ພໍ່ແມ່ປະຊາຊົນທົ່ວເມືອງໃຫ້ໄດ້ຮັບຮູ້ຢ່າງທົ່ວເຖິງ ສິ່ງສຳຄັນແມ່ນໄດ້ຫັນເອົາກໍາລັງເຈົ້າໜ້າທີ່ລົງກໍ່ສ້າງຮາກຖານການເມືອງ ປັບປຸງກໍາລັງ ປກສ ກຸ່ມບ້ານ ປກສ ບ້ານ ແລະ ປກສ ໜ່ວຍຕາມຈຸດຫຼໍ່ແຫຼມ ແຕ່ຢ່າງກໍຕາມ ຍ້ອນວ່າເມືອງໄຊເຊດຖາ ເປັນເມືອງທີ່ມີອຸດສາຫະກໍາ ແລະ ການທ່ອງທ່ຽວ ເປັນຕົ້ນມີສະໜາມບິນສາກົນ ມີເສັ້ນທາງຫຼວງແຫ່ງຊາດ 18 B ຜ່ານອອກໄປສູ່ ສສ.ຫວຽດນາມ ໂຮງຜະລິດອຸດສາຫະກຳຫຼາຍແຫ່ງ ແລະ ສິ່ງອື່ນໆອີກຫຼາຍຢ່າງ ຈິ່ງບໍ່ປາສະຈາກໄດ້ກ່ຽວກັບບັນຫາປາກົດການຫຽໍ້ທໍ້ທີ່ອາດຈະເກີດຂຶ້ນ.
ຍ້ອນສາເຫດດັ່ງກ່າວ ພຽງໃນໄລຍະ 6 ເດືອນຜ່ານມາ ເຈົ້າໜ້າທີ່ເມືອງໄຊເຊດຖາ ໄດ້ຮັບສຳນວນຄະດີທີ່ເກີດຂຶ້ນທັງໝົດ 12 ເລື່ອງ ແກ້ໄຂໄດ້ແລ້ວ 11 ເລື່ອງ ພວມດໍາເນີນ 1 ເລື່ອງ ສົ່ງໃຫ້ໄອຍະການເຂດ 5 ເລື່ອງ ຈັບຜູ້ກະທໍາຜິດໄດ້ທັງໝົດ 22 ຄົນ ສຶກສາອົບຮົມຜູ້ກະທໍາຜິດໄດ້ 14 ຄັ້ງ ມີ 20 ຄົນ ໃນນັ້ນ ມີຄະດີອຸປະຕິເຫດເກີດຂຶ້ນໃນ 6 ເດືອນຜ່ານມາທັງໝົດ 33 ເລື່ອງ ມີຜູ້ໄດ້ຮັບບາດເຈັບ 57 ຄົນ ແລະ ເສຍຊີວິດ 6 ຄົນ ສ່ວນໃຫຽ່ຂອງບັນຫາປາກົດການຫຽໍ້ທໍ້ທີ່ມັກເກີດຂຶ້ນພາຍໃນເມືອງໄຊເຊດຖາ ໃນໄລຍະຜ່ານມາ ແມ່ນບັນຫາຂີ້ລັກງັດແງະ ປຸ້ນຈີ້ ຄ້າຂາຍຢາເສບຕິດ ຄ້າຂາຍເຖື່ອນ ການຫຼີ້ນການພະນັນທີ່ຕ້ອງຫ້າມ ການມົ້ວສຸມຂອງໄວໜຸ່ມ ບັນຫາຄົນເຂົ້າ-ອອກເມືອງທີ່ບໍ່ຖືກຕ້ອງຕາມກົດໝາຍ ບັນຫາຈາກການສັນຈອນ ແລະ ໄພສັງຄົມໃນຮູບແບບອື່ນໆ.
ຈາກບັນຫາດັ່ງກ່າວ ສຳລັບທິດທາງແຜນການໃນຕໍ່ໜ້າແມ່ນຈະຕ້ອງໄດ້ຫັນເອົາແຜນການ ແຜນງານໃຫ້ເປັນແຜນລະອຽດຕື່ມ ເປັນຕົ້ນຕ້ອງມີການສ້າງແຜນຕອບຕ້ານ ສະກັດກັ້ນ ແລະ ແກ້ໄຂໃຫ້ມີຄວາມສະຫງົບຂອງສັງຄົມ ສືບຕໍ່ປະຕິບັດ 4 ຄາດໝາຍ 4 ບຸກທະລຸ ພ້ອມກັນນັ້ນຈະຕ້ອງໄດ້ເອົາໃຈໃສ່ປັບປຸງກໍ່ສ້າງກຳລັງຢູ່ຮາກຖານ ປັບປຸງ ປກສ ກຸ່ມບ້ານ ປກສ ບ້ານ ໃຫ້ມີຄຸນະພາບສູງ ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ດຳເນີນຄະດີໃຫ້ຖືກຕ້ອງຕາມກົດໝາຍ ສືບສວນ-ສອບສວນ ໃຫ້ຮັດກຸມ ຄຸ້ມຄອງຜູ້ຕ້ອງຫາ ຮັກສານັກໂທດໃຫ້ດີ ສ້າງພະນັກງານໃຫ້ມີຄວາມຊຳນິຊຳນານໃນການເຮັດວຽກງານວິຊາສະເພາະ ສ້າງໃຫ້ໄດ້ພະນັກງານສືບທອບປ່ຽນແທນໃນຕຳແໜ່ງງານຕ່າງໆ ເລືອກເອົາພະນັກງານທີ່ດີມີຄວາມຮູ້ຄວາມສາມາດເພື່ອເຮັດຫຼ້ອນໜ້າທີ່ທີ່ພັກ-ລັດ ມອບໝາຍໃຫ້ ໂຮມທັງຜູ້ຊີ້ນຳດ້ວຍ.
ທີ່ມາ: www.vtetoday.la/

No comments