Canon EOS M5 ແລະ EF-M 18-150 F/3.5-6.3 IS ໜ້າຈະເປີດຕົວໃນຕົ້ນປີ 2017
ມີຂ່າວລືອອກມາວ່າທາງ Canon ກຳລັງຈະເປີດຕົວ Canon EOS M5 ໂດຍຂ້າມຮຸ່ນ 4 ໄປ ໂດຍຈະມາພ້ອມ ກັບເລນ Canon EF-M 18-150 F/3.5-6.3 IS ໂດຍທັ້ງ ໝົດກໍໜ້າຈະເປີດຕົວໃນງານ CES 2017 ຫຼື ວ່າຕົ້ນປີໜ້າ.
Canon EOS M5 ນັ້ນລວມ ມີການປັບປ່ຽນຮູບຮ່າງເລັກ ນ້ອຍອັບເກດຫຼາຍຢ່າງຕ່າງຈາກ Canon EOS M3 ແຕ່ສ່ວນ ເຊັນເຊີນັ້ນຫຼາຍຄົນຫວັງວ່າໜ້າຈະເປັນ Full Frame ກໍຍັງບໍ່ ເປັນຍັງເປັນ APS-C ຢູ່ສ່ວນເລື່ອງວີດີໂອນັ້ນຍັງບໍ່ມີຂ່າວອອກມາວ່າຈະເປັນ 4K ຫຼື ເຊັນເຊີ ແບບ Dual Pixel ໃນເລື່ອງຂອງເລນ EF-M 18-150 F/3.5-6.3 IS ຍັງບໍ່ມີ ຫຍັງຫຼຸດອອກມາເລີຍ.
No comments