ປກສ ເມືອງ ປາກກະດິງ ມ້າງກຸ່ມແກ້ງລັກລົດຈັກຂອງພົນເມືອງ ໂພສໃນ 2016-09-28
ຂປລ. ເຈົ້າໜ້າທີ່ຕຳຫລວດ ປກສ ເມືອງ ປາກກະດິງ, ແຂວງ ບໍລິຄຳໄຊ ໄດ້ເປີດເຜີຍອາທິດນີ້ວ່າ: ເດືອນກໍລະກົດ 2016 ທີ່ຜ່ານມາ ໄດ້ມີປະຊາຊົນ ເຂົ້າມາແຈ້ງຄວາມຕໍ່ເຈົ້າໜ້າທີ່ວ່າ ມີຄົນຮ້າຍມາລັກລົດຂອງຕົນ, ດັ່ງນັ່້ນທາງເຈົ້າໜ້າ ທີ່ຈຶ່ງໄດ້ ສ້າງເປັນ ລາຍຄະດີສະເພາະ ແລະ ໄດ້ຄັດຈ້ອນເປົ້າໝາຍ ຢ່າງລະອຽດຄົບຖ້ວນ. ຕົກມາຮອດ ຕົ້ນເດືອນ ສິ່ງຫາ 2016 ຈຶ່ງສາມາດກັກຕົວຜູ້ຖືກຫາໄດ້ ຈຳນວນ 5 ຄົນ ແລະ ຜູ້ຮັບຊື້ເຄື່ອງຜິດກົດໝາຍດັ່ງກ່າວມາ 1 ຄົນ, ລວມມີ 1. ທ້າວ ແສນ ອາຍຸ 20 ປີ ຢູ່ບ້ານຊະນະໄຊ, ເມືອງ ປາກຊັນ, ແຂວງ ບໍລິຄຳໄຊ, 2. ທ້າວ ບີ່ ອາຍຸ 19 ປີ ແລະ 3. ທ້າວ ສົມຮັກ ອາຍຸ 21 ປີ ທັງສອງແມ່ນຢູ່ບ້ານ ໂພນສີ ເມືອງ ປາກກະດິງ ແຂວງ ບໍລິຄໍາໄຊ 04. ທ້າວ ບອຍ ອາຍຸ 29 ປີ ຢູ່ບ້ານ ຈອມທອງ ເມືອງທ່າແຂກ ແຂວງ ຄໍາມ່ວນ, ທັງ 4 ຄົນ ແມ່ນກະທໍາຜິດ ໃນຂໍ້ຫາລັກຊັບພົນລະເມືອງ 5. ທ້າວ ພັນ ອາຍຸ 44 ປີ ຢູ່ບ້ານ ນ້ຳທອນ ເມືອງປາກກະດິງ, ແຂວງ ບໍລິຄຳໄຊ ແມ່ນກະທຳຜິດໃນຂໍ້ຫາ ຊຸກເຊື່ອງ-ຊື້ຂາຍຊັບ ຂອງພົນລະເມືອງ ຢ່າງຜິດກົດໝາຍ, ຂອງກາງທີ່ເກັບກູ້ມາໄດ້ມີ ລົດຈັກທັງໝົດ ຈຳນວນ 13 ຄັນ ໃນນັ້ນມີ ລົດຈັກເວບ 100 ( ບໍ່ມີປາຍ ) 04 ຄັນ, ລົດຈັກ ຄິກໄອ 03 ຄັນ ( ບໍ່ມີປ້າຍ ), ຊູຊູກິສະແມັດ 01 ຄັນ, ເວັບໄອ (ຈີນ) 02 ຄັນ, ລົດຈັກເວບໂຄລາວ 01 ຄັນ, ລົດຈັກເວບຈີນ 01 ຄັນ, ລົດຈັກເວບໄອ (ຮອນດາ) 01 ຄັນ, ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່, ທ້າວ ແສນ, ທ້າວ ບີ່, ທ້າວ ບອຍ, ທ້າວ ສົມຮັກໄດ້ຮັບສາລະພາບວ່າ: ພວກຕົນໄດ້ຮ່ວມກັນ ເຄື່ອນໄຫວລັກລົດຈັກເປັນອາຈິນ ໂດຍເຄື່ອນໄຫວຊອກລັກ ທັງກາງເວັນ ແລະ ກາງຄືນ ເມື່ອພົບເປົ້າໝາຍ ແລະ ມີຊ່ອງວ່າງກໍ່ຈະລົງມືລັກທັນທີ ໂດຍນຳໃຊ້ອຸປະກອນທີ່ກຽມມາ, ເມື່ອລັກໄດ້ມາແລ້ວ ກໍ່ນຳໄປຊຸກເຊື່ອງໄວ້ຢູ່ເຮືອນຂອງ ທ້າວ ພັນ ຢູ່ບ້ານນຳທອນເພື່ອລໍຖ້າເອົາໄປຂາຍ.
ຜ່ານການສັງເກດຕີລາຄາ ຂອງເຈົ້າໜ້າທີ່ເຫັນວ່າ ກະທຳຂອງຜູ້ກ່ຽວ ແມ່ນໄດ້ສ້າງຜົນເສຍຫາຍ ແກ່ຊັບສິນຂອງພົນລະເມືອງ ພ້ອມທັງເຮັດໃຫ້ສັງຄົມ ບໍ່ມີຄວາມສະຫງົບ ເຊິ່ງຜິດຕໍ່ກົດໝາຍອາຍາ ມາດຕາ 119 ແຫ່ງ ສປປລາວ, ຕໍ່ກັບຄະດີດັ່ງກ່າວ ປັດຈຸບັນເຈົ້າໜ້າທີ່ ປກສ ເມືອງ ປາກກະດິງ ໄດ້ສົ່ງສຳນວນຄະດີໃຫ້ ປກສ ແຂວງ ບໍລິຄຳໄຊ ດຳເນີນຄະດີຕາມລະບຽບກົດໝາຍຕໍໄປ.
ສວນລົດທັງໝົດຈຳນວນ 13 ຄັນທີ່ເຈົ້າໜ້າທີ່ ເກັບກູ້ມາໄດ້ແລ້ວນັ້ນ ແມ່ນໄດ້ມອບຄືນໃຫ້ເຈົ້າຂອງເດີມ ຈຳນວນ 3 ຄັນ, ສ່ວນລົດ ອີກຈຳນວນ 10 ຄັນ ທາງເຈົ້າໜ້າທີ່ ຈະໄດ້ກວດກາຢ່າງລະອຽດ ເພື່ອແຈ້ງໃຫ້ຜູ້ທີເປັນເຈົ້າຂອງມາຮັບເອົາໃນຄັ້ງຕໍ່ໄປ.
ທີ່ມາ: www.kpl.gov.la
No comments