Google Trips ແອັບວາງແຜນທ່ອງທ່ຽວເດີນທາງທັງ Android ແລະ IOS (ໂພສໃນ 2016-09-29)


ສຳລັບໃຜທີ່ກຳລັງມີແຜນໄປທ່ອງທ່ຽວຕ່າງໆທັງພາຍໃນ ຫຼື ຕ່າງປະເທດທີ່ໃຊ້ສະມາດໂຟນ Android ຫຼື iOS ຕ້ອງບໍ່ພາດແອັບທີ່ຜ່າໂລກໄອ ທີແນະນຳຕໍ່ໄປນີ້ກັບແອັບGoogle Trips ແອັບ ທີ່ພັດທະນາໂດຍ Google ທີ່ເຮັດໜ້າທີ່ເໝືອນຕົວຊ່ວຍໃຫ້ການເດີນທາງ ແລະທ່ອງທ່ຽວຂອງທ່ານ ໃຫ້ສະດວກສະບາຍຂຶ້ນ.

Google Trips ເປັນແອັບພີເຄເຊິນສຳລັບການເດີນທາງໄປຍັງສະຖານທີ່ຕ່າງໆ ທີ່ຜູ້ພັດທະນາໄດ້ລວບລວມຂໍ້ມູນໄວ້ພາຍໃນແອັບຫຼາຍແບບ ເຊັ່ນຂໍ້ມູນສະຖານທີ່ຕ່າງໆ, ຂໍ້ມູນຈອງປີ້ເຄື່ອງບິນ, ຂໍ້ມູນທີ່ພັກ ແລະຂໍ້ມູນສະພາບອາກາດກ່ອນເດີນທາງເປັນຕົ້ນບໍ່ພຽງເທົ່ານີ້ແອບ Google Trips ຍັງສາມາດໃຫ້ຜູ້ໃຊ້ງານແນະນຳສະຖານທີ່ຕ່າງໆທີ່ທ່ານໄດ້ໄປ ຫຼື ສະຖານທີ່ຖືກໃຈເພື່ອໄປບອກຕໍ່ກັບເພື່ອນໆຜ່ານທາງແອັບໄດ້ອີກດ້ວຍລວມໄປຍັງບັກທຶກສະຖານທີ່ທີ່ທ່ານປະທັບໃຈງ່າຍໆ ດ້ວຍການ Favorite ຫຼື ກົດຮູບດາວໂຫຼດທີ່ ຂຶ້ນຢູ່ເທິງສະຖານທີ່ນັ້ນໆໄດ້ ແລະທີ່ສຳຄັນແອບ Google Trips ນັ້ນສາມາດໃຊ້ງານໄດ້ເຖິງວ່າບໍ່ມີອິນເຕີເນັດກໍ່ຕາມ.

No comments

Theme images by compassandcamera. Powered by Blogger.