ອາຫານເຈ ທີ່ໃຫ້ທາດໂປຕີນສູງ


ໃນ​ຄໍ​ລຳ​ພວກ​ເຮົາ​ ເຄີຍ​ໄດ້​ນຳ​ສະ​ເໜີ​ ໄປ​ແລ້ວກ່ຽວ​ກັບ ​ວິທີ​ກິນ​ອາຫານ​ເຈ​ ໃຫ້​ຖືກ​ວິທີ ​ແລະ ບໍ່​ໃຫ້​ຂາດ​ສານ​ອາຫານ ​ເພື່ອ​ສືບ​ຕໍ່​ ຈາກ​ບົດ​ຜ່ານ​ມາ ມື້​ນີ້​ພວກ​ເຮົາ​ ຂໍ​ນຳ​ສະ​ເໜີ​ ຂໍ້​ມູນ​ກ່ຽວ​ກັບ​ອາຈານ​ເຈ ​ທີ່​ມີ​ໂປ​ຕີນ​ສູງ. ຫລາຍ​ຄົນ​​ຄິດ​ວ່າ​ ທາດ​ໂປ​ຕີນ ​ແມ່ນ​ມີ​​ຢູ່​ນຳ​ ຊີ້ນສັດ​ເທົ່າ​ນັ້ນ ​ແຕ່​ຄວາມ​ຈິງ​ແລ້ວ ພືດ​ຜັກ​ບາງ​ຊະນິດ ກໍ​ມີ​ທາດ​ໂປ​ຕີນ​ສູງ​ ເຊັ່ນ​ກັນ​ເຊັ່ນ: ໝາກຖົ່ວ ບໍ່ວ່າຈະເປັນ ຖົ່ວປະເພດໃດ ກໍໃຫ້ໂປຕີນສູງ ​ແລະ ຍັງນໍາມາປະກອບ ອາຫານໄດ້ຫລາຍ​ ປະ​ເພດບໍ່ວ່າ ຈະຖົ່ວລັນເຕົາຜັດ, ແກງສົມໃສ່ ໝາກຖົ່ວຍາວ, ຕົ້ມຖົ່ວຂຽວ ຫລື ຈະເປັນຖົ່ວດິນ ອົບແຫ້ງ, ຖົ່ວ ປາກອ້າອົບເກືອ ​ແລະ ອື່ນໆ. ເຫັດ ບໍ່ວ່າຈະເປັນ ເຫັດຫອມ, ເຫັດເຟືອງ, ເຫັດນາງຟ້າ, ເຫັດຫູໜູ, ເຫັດນາງລົມ ແລະ ອື່ນໆ ​ແມ່ນ​ມີໂປຕີນ ສູງກວ່າພຶດ ຫລາຍຊະນິດ. ນອກຈາກນີ້ຍັງ ຊ່ວຍປ້ອງກັນ ການເສື່ອມຂອງ ຈຸລັງຕ່າງໆ ໃນຮ່າງກາຍໄດ້ ເປັນຢ່າງດີ ດັ່ງນັ້ນ​ເຮົາ​ຄວນກິນ ອາຫານທີ່ມີເຫັດ ເປັນສ່ວນ ປະກອບຫລາຍໆ. ເຕົາຫູ້ ສາມາດນຳໄປຕັດ ແປງເປັນອາຫານ​ໄດ້​ຫລາຍ​ຊະນິດ ​ເພື່ອ​ທົດແທນ ຊີ້ນສັດ, ລາຄາບໍ່ແພງ ທັງ​ມີລົດຊາດ ທີ່ແຊບ ​ແລະ ດີສຸຂະພາບ, ບໍ່ມີ​ລົດ​ຊາດຫວານ ​ແລະ ເຄັມ ເໝາະກັບຄົນ ທີ່ຢາກຄວບຄຸມ ນໍ້າຕານ ໃນຮ່າງກາຍ ແລະ ທີ່ ສຳຄັນໂປຕີນສູງທີ່ສຸດ. ​

ເມື່ອ​ຮູ້​ແນວ​ນີ້​ແລ້ວ ທ່ານ​ຜູ້​ອ່ານ​ ທີ່​ຄິດ​ຈະ​ກິນ ​ອາຫານ​ເຈ ຫລື ກິນ​ອາຫານ​ເຈ ​ຢູ່​ແລ້ວກໍ​ຄວນ​ກິນ​ ອາຫານ​ທີ່​ມີ​ສ່ວນ ​ປະກອບ​ຂອງສິ່ງ​ທີ່​ເວົ້າມາ​ ໃຫ້​ຫລາຍໆ ​ເພື່ອ​ເຮັດ​ໃຫ້ ​ຮ່າງກາຍ​ໄດ້​ຮັບ​ສານ​ອາຫານ ​ພຽງພໍ ​ແລະ ດີ​ຕໍ່​ສຸຂະພາບ ​ນຳ​ອີກ.




ທີ່ມາ: KPL

No comments

Theme images by compassandcamera. Powered by Blogger.