ໂຮງຊວດຈໍາ ໄຊດວງດີຮຸ່ງເຮືອງຈະເລີນຊັບ ໄດ້ຮັບອະນຸຍາດດໍາເນີນທຸລະກິດ
ພິທີມອບ-ຮັບໃບອະນຸຍາດດໍາເນີນທຸລະກິດໂຮງຊວດຈໍາ ໄຊດວງດີຮຸ່ງເຮືອງຈະເລີນຊັບ ຢ່າງເປັນທາງການ ໄດ້ຈັດຂຶ້ນວັນທີ 16 ກັນຍາ 2016 ຢູ່ໂຮງຊວດຈໍາດັ່ງກ່າວ (ບ້ານວັດໄຕໃຫຍ່ທ່າ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ) ໂດຍມີທ່ານ ອາຄົມ ປຣະເສີດ ຫົວໜ້າກົມຄຸ້ມຄອງສະຖາບັນການເງິນ ທະນາຄານແຫ່ງ ສປປ ລາວ ທ່ານ ພັນໂທ ບຸນກອງ ຮອງຫົວໜ້າກົມຕໍາຫຼວດເສດຖະກິດ ພ້ອມດ້ວຍຄະນະບໍລິຫານໂຮງຊວດຈໍາ ໄຊດວງດີຮຸ່ງເຮືອງຈະເລີນຊັບ ແລະ ແຂກຖືກເຊີນເຂົ້າຮ່ວມ.
ທ່ານ ຄໍາສະຫວ່າງ ຈັນທະຣາສີ ຜູ້ຕາງໜ້າໂຮງຊວດຈໍາ ໄຊດວງດີຮຸ່ງເຮືອງຈະເລີນຊັບ ໄດ້ກ່າວວ່າ: ໂຮງຊວດຈໍາພວກເຮົາ ໄດ້ເລັງເຫັນຄວາມຈໍາເປັນໃນການເຂົ້າເຖິງແຫຼ່ງທຶນທີ່ມີຄວາມເປັນທໍາ ຈຶ່ງໄດ້ຂໍອະນຸຍາດສ້າງຕັ້ງໂຮງຊວດຈໍາແຫ່ງນີ້ຂຶ້ນ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງລູກຄ້າ ແລະ ປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມ ຕາມນະໂຍບາຍຂອງພັກ ແລະ ລັດວາງອອກ ພວກເຮົາຂໍໃຫ້ຄໍາໝັ້ນວ່າຈະດໍາເນີນທຸລະກິດດ້ວຍຄວາມຈິງໃຈໂປ່ງໃສ ແລະ ສັດຊື່ ເພື່ອໃຫ້ລູກຄ້າທຸກທ່ານໄດ້ຮັບຄວາມປະທັບໃຈ ແລະ ມີຄວາມເປັນທໍາ ພ້ອມນີ້ ກໍ່ຈະປະຕິບັດລະບຽບຕ່າງໆທີ່ກົມຄຸ້ມຄອງສະຖາບັນການເງິນວາງອອກຢ່າງເຂັ້ມງວດ.
ດ້ານທ່ານ ອາຄົມ ປຣະເສີດ ກ່າວວ່າ: ການໄຂໂຮງຊວດຈໍາ ໄຊດວງດີຮຸ່ງເຮືອງຈະເລີນຊັບ ເປັນການປະກອບສ່ວນໃນການຜັນຂະຫຍາຍ ແຜນພັດທະນາເສດຖະກິດ-ສັງຄົມ ໂດຍສະເພາະແມ່ນ ໄດ້ຫັນຊັບສິນເອົາທຶນຮອນເພື່ອມາແກ້ໄຂຄວາມຫຍຸ້ງຍາກ ກໍ່ຄືສ້າງເງື່ອນໄຂອໍານວຍໃຫ້ປະຊາຊົນ ສາມາດເຂົ້າຫາແຫຼ່ງທຶນໄດ້ສະດວກຂຶ້ນ ປັດຈຸບັນ ສະຖາບັນການເງິນທີ່ໄດ້ຈົດທະບຽນນໍາທະນາຄານ ແຫ່ງ ສປປ ລາວ ທົ່ວປະເທດມີ 153 ແຫ່ງ ໃນນີ້ ໂຮງຊວດຈໍາ ມີ 27 ແຫ່ງ ສະເພາະຢູ່ເມືອງສີໂຄດຕະບອງ ມີສະຖາບັນການເງິນ 21 ແຫ່ງ ໃນນີ້ ໂຮງຊວດຈໍາ 7 ແຫ່ງ ການເຄື່ອນໄຫວໃຫ້ບໍລິການແນ່ນອນຕ້ອງມີການແຂ່ງຂັນກັນພໍສົມຄວນ ດັ່ງນັ້ນ ຈຶ່ງຂໍຮຽກຮ້ອງໃຫ້ໂຮງຊວດຈໍາ ໄຊດວງດີຮຸ່ງເຮືອງຈະເລີນຊັບ ຈົ່ງປະຕິບັດບັນດາລະບຽບຕ່າງໆຢ່າງເຂັ້ມງວດ.

No comments