ຍີ່ປຸ່ນ ສະໜັບສະໜູນການເຊື່ອມຈອດອາຊຽນ

ກອງ​ປະຊຸມ​ສຸດ​ຍອດ​ອາຊຽນ-ຍີ່ປຸ່ນ ຄັ້ງ​ທີ 19 ຈັດ​ຂຶ້ນວັນ​ທີ 7 ກັນຍາ 2016 ທີ່​ຫໍ​ປະຊຸມແຫ່ງ​ຊາດ ນະຄອນຫຼວງ​ວຽງ​ຈັນ ໂດຍ​ເປັນ​ປະທານຂອງ​ທ່ານ ທອງ​ລຸນ ສີ​ສຸ​ລິດ ນາຍົກ​ລັດ​ຖະມົນຕີ ແຫ່ງ ​ສປປ ລາວ ມີ​ທ່ານ ຊິນ​ໂຊະ ອາ​ເບະ ນາຍົກ​ລັດ​ຖະມົນຕີ​ຍີ່ປຸ່ນ ບັນດາ​ປະມຸກ​ລັດ ຫົວໜ້າ​ລັດຖະບານ​ຈາກ​ປະເທດ​ສະມາ​ຊິກ​ອາ​ຊຽນ​ເຂົ້າ​ຮ່ວມ ເຊິ່ງ​ບັນດາ​ຜູ້ນຳ​ໄດ້​ຕີ​ລາຄາ​ສູງ​ຕໍ່​ການຮ່ວມ​ມື​ອາ​ຊຽນ-ຍີ່ປຸ່ນ ໄດ້​ຮັບ​ຜົນສຳເລັດ​ຫຼາຍ​ດ້ານ ໂດຍ​ສະເພາະ ການຈັດຕັ້ງ​ປະຕິບັດ​ຖະແຫຼງການ ວິໄສ​ທັດອາ​ຊຽນ-ຍີ່ປຸ່ນ ວ່າ​ດ້ວຍ​ມິດຕະພາບ-ການ​ຮ່ວມມື ລວມ​ທັງ​ກິດຈະກຳ​ຕ່າງໆ.

ຜູ້ນຳ​ອາ​ຊຽນ​ສະແດງ​ຄວາມຂອບໃຈ​ ຕໍ່​ການ​ປະກອບສ່ວນ​ເຂົ້າໃນ​ການ​ສ້າງຕັ້ງ​ປະຊາ​ຄົມ​ອາຊຽນ​ຂອງ​ຍີ່ປຸ່ນ ໂດຍ​ສະເພາະ ການ​ຊ່ວຍເຫຼືອ​ດ້ານ​ການ​ພັດ​ທະນາ​ຊັບພະຍາກອນ​ມະນຸດ ສ້າງຂີດ​ຄວາມ​ສາມາດ​ໃຫ້​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ-ກາງ ການ​ຈັດຕັ້ງ​ປະຕິບັດ​ແຜນ​ແມ່​ບົດ​ອາ​ຊຽນ ແລະ ຂໍ້​ລິ​ເລີ່ມ​ເພື່ອ​ການ​ເຊື່ອມຈອດ​ອາ​ຊຽນ ໃນ​ກອງ​ປະຊຸມ​ຄັ້ງນີ້ ຍີ່ປຸ່ນ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະສືບຕໍ່​ໃຫ້ການ​ຊ່ວຍເຫຼືອ ສະໜັບສະ​ໜູນການ​ເຊື່ອມ​ຈອດ​ອາ​ຊຽນ ລວມ​ທັງ​ການ​ຮັດ​ແຄບ​ຄວາມແຕກ​ໂຕນ​ພາຍ​ໃນ​ອາ​ຊຽນ ໂດຍຜ່ານ​ການຈັດຕັ້ງ​ປະຕິບັດ​ແຜນແມ່​ບົດ ​ເພື່ອ​ການ​ເຊື່ອມ​ຈອດ​ອາຊຽນ 2025 ແລະ ວຽກ​ງານ​ຂໍ້​ລິເລີ່ມ​ເພື່ອ​ເຊື່ອມ​ໂຍງ​ອາ​ຊຽນ​ໄລຍະ​ສາມ (2016-2020) ລວມທັງ​ຂໍ້​ລິ​ເລີ່ມ​ໃໝ່​ຂອງ​ຍີ່ປຸ່ນ ໃນການ​ເປັນ​ຄູ່​ຮ່ວມ​ເພື່ອ​ພັດທະນາພື້ນຖານ​ໂຄງ​ລ່າງທີ່​ໄດ້​ມາດ​ຕະຖານ ແລະ ການ​ສະໜອງ​ທຶນ​ໃຫ້ແກ່​ການ​ພັດທະນາ​ພື້ນຖານ​ໂຄງລ່າງ​ໃນ​ພາກ​ພື້ນ.

ຍີ່ປຸ່ນ ຍິນ​ດີ​ໃຫ້ການ​ຊ່ວຍເຫຼືອໃນ​ດ້ານ​ການ​ພັດທະນາ​ຊັບ​ພະຍາກອນ​ມະນຸດ ສາທາລະນະ​ສຸກ ແມ່ຍິງ-ເດັກນ້ອຍ ການ​ສຶກ​ສາ ນະ​ວັດຕະ​ກຳ ແລະ ອື່ນໆ ນອກ​ນີ້ ຜູ້ນຳ​ອາ​ຊຽນ-ຍີ່ປຸ່ນ ຍັງ​ໄດ້​ແລກປ່ຽນ​ຄຳ​ຄິດ​ຄຳ​ເຫັນ​ຢ່າງ​ກົງ​ໄປ​ກົງມາ ສ້າງສັນ​ຍາ​ກ່ຽວ​ກັບ​ບັນຫາພາກ​ພື້ນ-ສາກົນ​ທີ່​ມີ​ຄວາມ​ສົນໃຈ ແລະ ເປັນ​ຫ່ວງ​ເຖິງ​ສິ່ງ​ທ້າທາຍ ຄວາມ​ໝັ້ນຄົງ​ທີ່​ກ່ຽວຂ້ອງ ເຊັ່ນ: ການ​ກໍ່​ການ​ຮ້າຍ ລັດທິ​ຫົວຮຸນ​ແຮງ ໄພພິບັດ​ທຳ​ມະ​ຊາດ ການ​ປ່ຽນແປງ​ດິນ​ຟ້າ​ອາກາດ ແລະ ອື່ນໆ.

No comments

Theme images by compassandcamera. Powered by Blogger.