ກຳນົດເອົາ 2017 ເປັນປີຮ່ວມມືດ້ານການທ່ອງທ່ຽວ ອາຊຽນ-ຈີນ

ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ-ຈີນ ຄັ້ງ​ທີ 19 ເຊິ່ງ​ຈັດ​ຂຶ້ນ​ວັນ​ທີ 7 ກັນຍາ 2016 ທີ່​ນະຄອນຫຼວງວຽງ​ຈັນ ນອກຈາກ​ການ​ສະເຫຼີມສະຫຼອງ​ສາຍ​ພົວພັນ​ອາ​ຊຽນ-ຈີນ ຄົບຮອບ 25 ປີແລ້ວ ຜູ້ນຳ​ອາຊຽນ-ຈີນ ຍັງ​ໄດ້​ຕີ​ລາຄາ​ສູງ​ຕໍ່ໝາກຜົນ​ການ​ຮ່ວມ​ມື ໃນ​ໄລຍະສອງ​ທົດ​ສະ​ວັດ​ກວ່າ ເຊິ່ງ​ສາມາດ​ສ້າງ​ຜົນສຳເລັດ​ອັນ​ສຳຄັນຫຼາຍ​ດ້ານ ​ສປ ຈີນ ເປັນ​ປະເທດຄູ່​ເຈລະຈາ​ທຳ​ອິດ ​ທີ່​ເຂົ້າ​ເປັນ​ພາຄີ​ຂອງ​ສົນທິສັນຍາ​ໄມຕີ​ຈິດ ແລະ ການ​ຮ່ວມ​ມື​ອາ​ຊຽນ ທັງ​ເປັນ​ຄູ່ຮ່ວມ​ຍຸດ​ທະ​ສາດ​ທຳ​ອິດ​ຂອງອາ​ຊຽນ ສິ່ງ​ສຳຄັນ​ຜູ້ນຳ​ອາ​ຊຽນ-ຈີນ ເຫັນ​ດີ​ເພີ່ມ​ທະວີ​ການ​ຮ່ວມ​ມື ເພື່ອ​ໃຫ້​ບັນລຸ​ມູນ​ຄ່າ​ການ​ຄ້າ 1.000 ຕື້​ໂດ​ລາ​ສະຫະລັດ ໃນ​ປີ 2020.

ໂອກາດ​ດຽວ​ກັນ ບັນດາ​ຜູ້ນຳອາ​ຊຽນ-ຈີນ ໄດ້​ຮັບຮອງ​ເອົາ 4 ເອກະສານ​ສຳຄັນຄື: ຖະແຫຼງການ​ຮ່ວມ​ຂອງ​ກອງ​ປະຊຸມ​ສຸດຍອດ ການ​ສະເຫຼີມສະຫຼອງ​ສາຍພົວພັນ​ອາ​ຊຽນ-ຈີນ ຄົບຮອບ 25 ປີ ຖະແຫຼງການ​ຮ່ວມລະຫວ່າງອາ​ຊຽນ-ຈີນ ວ່າ​ດ້ວຍການ​ຮ່ວມ​ມື ແລະ ສົ່ງເສີມ​ການສ້າງ​ຂີດ​ຄວາມ​ສາມາດ​ດ້ານການ​ຜະລິດ ຖະແຫຼງການ​ຮ່ວມລະຫວ່າງອາ​ຊຽນ-ຈີນ ວ່າ​ດ້ວຍການຈັດຕັ້ງ​ປະຕິບັດ​ລະບຽບ​ການ​ປະພຶດ ​ໃນ​ກໍລະນີ​ມີ​ການ​ປະ​ເຊີນໜ້າ​ທາງ​ອາກາດ ແລະ ທະເລຢູ່​ທະເລ​ຈີນ​ໃຕ້ ແລະ ລະບຽບການ​ສຳລັບ​ສາຍ​ດ່ວນ ລະຫວ່າງຫົວໜ້າ​ເຈົ້າ​ໜ້າທີ່​ອາວຸໂສ ກະຊວງ​ການ​ຕ່າງປະເທດ​ຂອງ​ບັນດາ​ປະເທດ​ສະມາຊິກ​ອາ​ຊຽນ ແລະ ຈີນໃນຕໍ່ໜ້າ ພ້ອມ​ດຽວກັນ​ ບັນດາ​ຜູ້ນຳອາ​ຊຽນ-ຈີນ ​ເຫັນ​ດີ​ສືບຕໍ່​ຈັດ​ຕັ້ງ​ປະຕິບັດ​ກິດຈະກຳ​ສະເຫຼີມສະຫຼອງ ​ການ​ຮ່ວມ​ມືອາ​ຊຽນ-ຈີນ ແລະ ກຳນົດ​ເອົາ​ປີ 2017 ເປັນ​ປີ​ແຫ່ງ​ການ​ຮ່ວມ​ມືດ້ານ​ທ່ອງ​ທ່ຽວ​ອາ​ຊຽນ-ຈີນ.

ທີ່ມາ: www.vientianemai.net/

No comments

Theme images by compassandcamera. Powered by Blogger.