ກະຊວງການຕ່າງປະເທດ ເຊື່ອມຊຶມຜົນສໍາເລັດ ວຽກງານກວດສອບ ແລະ ຕ້ານການສໍ້ລາດບັງຫລວງ

ຂປລ. ວັນທີ 20 ກັນຍາ 2016 ນີ້ ກະຊວງການຕ່າງປະເທດ ໄດ້ຈັດເຜີຍແຜ່ ຜົນສໍາເລັດຂອງ ກອງປະຊຸມ ວຽກງານກວດກາທົ່ວປະເທດ ຄັ້ງທີ III ​ເຊິ່ງ​ໄດ້​ຈັດ​ຂຶ້ນ ​ໃນ​ວັນ​ທີ 18-20 ກໍລະກົດ 2016 ​ແລະ ກອງ​ປະຊຸມ ​ເປີດ​ກວ້າງກ່ຽວ​ກັບ ​ວຽກ​ງານ​ກວດ​ສອບ ​ປະ​ຈໍາ​ສົກ​ປີ 2014-2015 ຈັດ​ຂຶ້ນ​ໃນ​ວັນ​ທີ 16-17 ມີ​ນາ 2016 ​ແລະ ວຽກ​ງານ​ຕ້ານ​ການ ​ສໍ້ລາດ​ບັງ​ຫລວງ ​ໂດຍ​ພາຍ​ໃຕ້​ກາ​ນ ​ເປັນ​ປະທານ​ຂອງ​ທ່ານນາງ ຄໍາ​ເພົາ ​ເອີນ​ທະ​ວັນ ປະທານ​ກວດກາ​ພັກ, ຮອງ​ລັດຖະມົນຕີ​ ກະຊວງ​ການ​ຕ່າງປະ​ເທດ, ມີ​ບັນດາ​ຄະນະ​ກົມ, ພະ​ແນ​ກ, ພະນັກງານ​ຫລັກ​ແຫ​ລ່ງ ​ແລະ ​ລັດຖະກອນ ​ອ້ອມ​ຂ້າງ​ກະຊວງ​ດັ່ງກ່າວ​ ເຂົ້າ​ຮ່ວມ.
khamphao1
ການ​ເຜີ​ຍແຜ່​ເອກະສານ​ໃນ​ຄັ້ງ​ນີ້​, ​ເພື່ອ​ແນ​ໃສ່​ໃຫ້ ​ພະນັກງານ​ຫລັກ​ແຫ​ລ່ງ ຂອງ​ກະຊວງ​ການ​ຕ່າງປະ​ເທດ ​ໃຫ້ມີ​ຄວາມ​ຮັບ​ຮູ້ເຂົ້າ​ໃຈ ​ຢ່າງ​ເລິກ​ເຊິ່ງ ກ່ຽວ​ກັບ​ຜົນ​ສໍາ​ເລັດ​ ກອງ​ປະຊຸມ​ໃຫຍ່​ວຽກ​ງານ​ ກວດກາ​ທົ່ວ​ປະ​ເທດ​ ຄັ້ງ​ທີ III ​ໂດຍ​ສະ​ເພາະ ​ແມ່ນ​ການ​ຕີ​ລາຄາ​ ການ​ເຄື່ອນ​ໄຫວ​ ວຽກ​ງານ​ກວດກາ ​ໃນ​ໄລຍະ ປີ 2011-2015, ການຖອດ​ຖອນ​ບົດຮຽນ​ແນ​ໃສ່ ​ເສີມ​ຂະຫຍາຍ​ດ້ານ​ດີ ​ແລະ ປັບປຸງ​ແກ້​ໄຂ ​ຂໍ້​ຄົງ​ຄ້າງ ​ເພື່ອ​ເປັນ​ບ່ອນ​ອີງ​ ໃນ​ການ​ວາງ​ທິດ​ທາງ ​ແຜນການ​ເຄື່ອນ​ໄຫວ ​ປີ 2016-2020 ຢ່າງ​ແທດ​ເໝາະ​ ພ້ອມ​ນັ້ນ ກໍ​ຍັງ​ເຮັດ​ໃຫ້​ຮັບ​ຮູ້​ກໍາ​ໄດ້ ​​ຜົນ​ສໍາເລັດ​ກ່ຽວ​ກັບ ​ວຽກ​ງານ​ກວດ​ສອບ ​ແລະ ວຽກ​ງານ​ຕ້ານ​ການ​ ສໍ້​ລາດ​ບັງ​ຫລວງ ​ເຊິ່ງລ້ວນ​ແລ້ວ​ແຕ່ ​ເປັນ​ວຽກ​ງານ​ສໍາຄັນ ​ແລະ ຈໍາ​ເປັນ​ທີ່​ຕ້ອງ​ໄດ້​ເອົາ​ໃຈ​ໃສ່ ​ໃນ​ການຈັດ​ຕັ້ງ​ຜັນ​ຂະຫຍາຍ ​ໃຫ້​ປະສົບ​ຜົນ​ສໍາ​ເລັດ​ ຕາມ​ຄາດໝາຍ ​ແລະ ມີ​ປະສິດທິ​ຜົນ​ສູງ.

​​ເອກະສານ​ທີ່​ນໍາ​ມາ ​ເຜີຍ​ແຜ່​ປະກອບ​ມີ ບົດ​ລາຍ​ງານ​ວຽກ​ງານ​ກວດກາ​ ຂອງ​ກະຊວງ​ການ​ຕ່າງປະ​ເທດ​ ປີ 2011-2015 ​ແລະ ທິດ​ທາງ​ແຜນການ​ປີ 2016-2020, ບົດ​ແນະ​ນໍາ ​ວ່າ​ດ້ວຍ​ການຈັດ​ຕັ້ງ​ລະບຽບ​ພັກ​ ສະ​ໄໝ​ທີ X ກ່ຽວກັບ​ການ​ຕິດຕາມ, ກວດກາ​ຂອງ​ພັກ​ແ​ຕ່ລະ​ຂັ້ນ ສະບັບ​ເລກທີ 239/ຄກສພ ລົງ​ວັນ​ທີ 27 ມີນາ 2016 ຂອງ​ຄະນະ​ກວດກາ​ສູນ​ກາງ​ພັກ, ບົດ​ໂອ້​ລົມ​ຂອງ​ສະຫາຍ ​ເລຂາທິການ​ໃຫຍ່ຄະນະ​ບໍລິຫານ​ງານ ສູນ​ກາງ​ພັກ ​ຕໍ່​ກອງ​ປະຊຸມ​ວຽກ​ງານ​ກວດກາ ​ທົ່ວ​ປະ​ເທດ​ ຄັ້ງ​ທີ III ບົດ​ລາຍ​ງານ​ການກວດ​ສອບ, ບົດ​ສະຫລຸບ ​ຂາດ​ຕົວ​ການຈັດ​ຕັ້ງ​ປະຕິບັດ​ ແຜນ​ງົບປະມານ​ແຫ່ງ​ລັດ​ ປະ​ຈໍາ​ສົກ​ປີ 2013-2014 ຕໍ່​ກອງ​ປະຊຸມ​ເປີດ​ກວ້າງ​ ວຽກ​ງານ​ກວດ​ສອບ ​ງົບປະມານ​ ສົກ​ປີ 2014-2015 ບົດ​ຄໍາ​ເຫັນ​ຂອງ​ ສະຫາຍ ບຸນ​ທອງ ຈິດ​ມະນີ ກໍາມະການ ​ກົມ​ການ​ເມືອງ​ ສູນ​ກາງ​ພັກ, ​ເລຂາທິການ ​ສູນ​ກາງ​ພັກ, ປະທານ​ຄະນະ ​ກວດກາ​ສູນ​ກາງ​ພັກ, ປະທານ​ອົງການ ​ກວດກາ​ລັດຖະບານ ​ແລະ ຫົວໜ້າ​ອົງການ ​ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ ​ຂັ້ນ​ສູນ​ກາງ​ຕໍ່​ກອງ​ປະຊຸມ ​ເປີດ​ກ້ວາງ​ກ່ຽວ​ກັບ ​ວຽກ​ງານ​ກວດ​ສອບ ປະ​ຈໍາ​ສົກ​ ປີ 2014-2015 ຂອງ​ອົງການ ​ກວດ​ສອບ​ແຫ່ງ​ລັດ, ດໍາລັດ​ວ່າ​ດ້ວຍ​ການ​ປະຢັດ ຕ້ານ​ການ​ຟຸມ​ເຟືອຍ ​ແລະ ການ​ເຊື່ອມ​ຊຶມ ​ເນື້ອ​ໃນ​ກົດໝາຍ​ວ່າ​ດ້ວຍ​ ການ​ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ ​ແລະ ການ​ແຈ້ງ​ຊັບ​ສິນ

No comments

Theme images by compassandcamera. Powered by Blogger.