ເຈົ້າຄອງນະຄອນຫລວງວຽງຈັນຕ້ອນຮັບການເຂົ້າ ຢ້ຽມຂໍ່ານັບຄະນະຜູ້ແທນພັກຄອມມູນິດຈີນ
ຂປລ. ວັນທີ 19 ກັນຍາ 2016 ສະຫາຍ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງ ສູນກາງພັກ, ເລຂາຄະນະພັກ, ເຈົ້າຄອງນະຄອນຫລວງວຽງຈັນ. ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງຄະນະຜູ້ແທນພັກຄອມມູນິດຈີນ ເຊິ່ງນຳໂດຍສະຫາຍ ຈາງຈິນານ (Zhang Zhinan), ຄະນະ ປະຈຳພັກແຂວງ, ຮອງເຈົ້າແຂວງ ຜູ້ປະຈຳການ ແຂວງຝູຈ້ຽນ ສປ ຈີນ ພ້ອມດ້ວຍຄະນະ ໃນໂອ ກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ສປປ ລາວ ແຕ່ວັນທີ 19-21 ກັນຍາ ນີ້ ຕາມແຜນ ການຮ່ວມມື ປະຈຳປີ 2016 ລະຫວ່າງ ພັກ ປປ ລາວ ແລະ ພັກຄອມມູນິດຈີນ.
ໃນໂອກາດດັ່ງກ່າວ, ສະຫາຍ ສິນລະວົງ ຄຸດໄພທູນ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາ ຄາສູງຕໍ່ການຢ້ຽມຢາມສປປ ລາວ ຂອງຄະນະ ເຊິ່ງເປັນໂອກາດດີໃຫ້ແກ່ສອງຝ່າຍ ລາວ-ຈີນ ໄດ້ ແລກປ່ຽນບົດຮຽນດ້ານຕ່າງໆນຳກັນ ທັງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການເພີ້ມທະວີສາຍ ພົວພັນມິດຕະພາບອັນເປັນມູນເຊຶ້ອ ແລະ ການຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ໃຫ້ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ.
ສະຫາຍ ສິນລະວົງ ຄຸດໄພທູນ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສຳເລັດອັນໃຫຍ່ຫລວງ ແລະ ຮອບດ້ານທີ່ພັກ, ລັດ ແລະ ປະຊາຊົນຈີນ ຍາດມາໄດ້ຕະຫລອດໄລຍະທີ່ຜ່ານມາ ໂດຍສະເພາະແມ່ນການ ຈັດຕັ້ງຜັນຂະຫຍາຍ ມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ 18 ຂອງພັກຄອມມູນິດຈີນ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 13 ຂອງສປ ຈີນ, ໂດຍສະເພາະ ແມ່ນຜົນສຳເລັດ ໃນການພັດທະນາເສດຖະກິດ-ສັງຄົມ ຂອງແຂວງຝູຈ້ຽນ ແລະ ສະແດງຄວາມເຊື່ອໜັ້ນວ່າ ພາຍ ໃຕ້ການຊີ້ນຳ-ນຳພາອັນຖືກຕ້ອງ ແລະ ສະຫລາດສ່ອງໃສ່ ຂອງພັກຄອມມູນິດຈີນ ອັນມີສະຫາຍ ສີ ຈີນຜີ້ງ ເປັນຜູ້ນຳໜ້ານັ້ນ, ສປ ຈີນ ຈະສາມາດບັນລຸຍຸດທະສາດ 4 ຮອບດ້ານ, ເປົ້າໜາຍສູ້ຊົນ 100 ປີຂອງເຫດການ ແລະ ຄວາມມຸ້ງຫວັງຂອງສປ ຈີນ ໃນການຟື້ນຟູຄວາມສີວິໄລຮຸ່ງເຮືອງຂອງຊົນ ຊາດຈີນ, ສ້າງສັງຄົມອີ່ມໜໍາສຳລານຮອບດ້ານ ແລະ ສືບຕໍ່ນຳເອົາປະເທດກ້າວຂຶ້ນສັງຄົມນິຍົມ ຕາມ ສີສັນພິເສດຂອງສປ ຈີນ ຢ່າງໜັກແໜ້ນ.
ສະຫາຍ ຈາງຈິນານ ໄດ້ສະແດງຄວາມຂອບໃຈຕໍ່ສະຫາຍ ສິນລະວົງ ຄຸດໄພທູນ ທີ່ໃຫ້ກຽດ ຕ້ອນຮັບຄະນະ ຢ່າງອົບອຸ່ນໃນຄັ້ງນີ້, ກໍຄື ການພົວພັນລະຫວ່າງສອງພັກ, ສອງລັດ ຈີນ-ລາວ ແລະ ຊົມເຊີຍຕໍ່ບັນດາຜົນສຳເລັດທີ່ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າຍາດມາໄດ້ ໃນພາລະກິດປົກ ປັກຮັກສາ ແລະ ສ້າງສາປະເທດຊາດ. ໂດຍສະເພາະ ຜົນສຳເລັດການ ດຳເນີນກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ X ຂອງພັກ, ການເລືອກຕັ້ງຜູ້ແທນສະພາແຫ່ງຊາດສະໄໜທີ VIII ແລະ ການເລືອກ ຕັ້ງສະພາຂັ້ນແຂວງ ແລະ ນະຄອນຫລວງຄັ້ງທຳອິດ, ພ້ອມທັງສະແດງ ຄວາມຊົມເຊີຍຕໍ່ຜົນສຳເລັດ ໃນການເປັນເຈົ້າພາບ ຈັດກອງປະຊຸມ ຊຸດຍອດອາຊຽນ ຄັ້ງທີ 28, 29 ທີ່ ສປປ ລາວ ໄດ້ຮັບກຽດ ເປັນເຈົ້າພາບ. ນອກຈາກນັ້ນ, ສະຫາຍ ຍັງໄດ້ແຈ້ງໃຫ້ຊາບກ່ຽວກັບ ສະພາບທີ່ພົ້ນເດັ່ນຂອງຈີນ ແລະ ການພັດທະນາເສດຖະກິດ-ສັງຄົມ ຂອງແຂວງຝູຈ້ຽນ ໃນໄລຍະຜ່ານມາ.
ໃນຕອນບ່າຍວັນດຽວກັນ ຄະນະໄດ້ເຂົ້າຢ້ຽມຂໍ່ານັບ ທ່ານນາງ ສູນທອນ ໄຊຍະຈັກ ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໃນໄລຍະຢ້ຽມຢາມ ສປປ ລາວ ຂອງ ຄະນະໃນຄັ້ງນີ້, ໄດ້ໄປຢ້ຽມຊົມສະຖານ ທີ່ທ່ອງທ່ຽວທາງດ້ານວັດທະນະທຳ ແລະ ປະຫວັດສາດ ທີ່ສຳ ຄັນຈຳນວນໜຶ່ງ ຢູ່ນະຄອນຫລວງວຽງຈັນ ແລະ ຫລວງພະບາງ.
ທີ່ມາ: www.kpl.gov.la

No comments