ຜະລິດແນວພັນປາ ສະໜອງໃຫ້ຊາວກະສິກອນ ເພື່ອຫຼຸດຜ່ອນການນຳເຂົ້າ

ສະຖານີຜະລິດແນວພັນປານ້ຳຫຸມ ທີ່ຂຶ້ນກັບສູນຄົ້ນຄວ້າກະສິກຳ ແລະ ປ່າໄມ້ ພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ເປັນສະຖານີແຫ່ງໜຶ່ງ ມີເປົ້າໝາຍຜະລິດແນວພັນປາ ໂດຍສະເພາະແມ່ນປານິນໝັນ (ປານິນຜູ້) ເພື່ອຕອບສະໜອງໃຫ້ຊາວກະສິກອນພາຍໃນນະຄອນຫຼວງວຽງຈັນ ຫຼຸດຜ່ອນການນຳເຂົ້າລູກປາຈາກຕ່າງປະເທດ ໂຄງການນີ້ເກີດຂຶ້ນໂດຍການຮ່ວມມືລະຫວ່າງພາກລັດກັບປະເທດຮົງກາລີ ໂດຍຮົງກາລີຈະສົ່ງຊ່ຽວຊານມາປະຈຳຢູ່ໂຄງການ ເພື່ອຮ່ວມກັບພະນັກງານວິຊາການລັດຈັດຕັ້ງປະຕິບັດ ໃນການຜະລິດແນວພັນປາທີ່ມີຄຸນະພາບ ໂດຍສະເພາະ ລູກປານິນໝັນທີ່ມີຄວາມຈຳເປັນກວ່າໝູ່ໃນປັດຈຸບັນ ເພື່ອສະໜອງໃຫ້ຊາວກະສິກອນ ໂດຍສະເພາະຊາວກະສິກອນລ້ຽງປາກະຊັງ ແລະ ລ້ຽງຢູ່ໜອງໄປລ້ຽງເພື່ອບໍລິໂພກ ແລະ ເປັນສິນຄ້າສະໜອງໃຫ້ຕະຫຼາດພາຍໃນນະຄອນຫຼວງວຽງຈັນ ແລະ ຕ່າງແຂວງຈຳນວນໜຶ່ງ.
9ef994037dc775e6b7080321f06aaf8c
ທ່ານ ແສງເພັດ ຈັນທະເສນ ຮັກສາການຫົວໜ້າສູນຄົ້ນຄວ້າກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ໄດ້ໃຫ້ສຳພາດໃນວັນທີ 15 ກັນຍາ 2016 ວ່າ: ໂຄງການຜະລິດແນວພັນປາ ເປັນໂຄງການຮ່ວມມືກັບປະເທດຮົງກາລີ ເລີ່ມຈັດຕັ້ງປະຕິບັດມາແຕ່ທ້າຍປີ 2013 ການລິເລີ່ມໂຄງການທຳອິດແມ່ນໄດ້ປັບປຸງສະຖານີ ແລະ ນຳອຸປະກອນເຂົ້າມາຮັບໃຊ້ໂຄງການ ພາຍຫຼັງທີ່ມີຄວາມພ້ອມມາຮອດທ້າຍປີ 2014 ໂຄງການໄດ້ນຳເອົາພໍ່ແມ່ພັນປານິນທີ່ມີຄຸນະພາບເຂົ້າມາຈາກຕ່າງປະເທດ ຈຳນວນ 3 ແສນໂຕ ເພື່ອມາຄັດເລືອກໃຫ້ເປັນພັນທີ່ສົມບູນແບບທີ່ສຸດ ແລະ ຜ່ານການຄັດເລືອກໄດ້ປະມານ 5.000 ໂຕ ເພື່ອເປັນພໍ່ແມ່ພັນຜະລິດລູກປານິນໝັນສະໜອງໃຫ້ຊາວກະສິກອນ ຫຼັງຈາກໄດ້ແນວພັນທີ່ດີແລ້ວ ໂຄງການໄດ້ເລີ່ມຈັດຕັ້ງປະຕິບັດໃນທ້າຍປີ 2015 ເປັນຕົ້ນມາ ໃນໄລຍະເບື້ອງຕົ້ນສາມາດຜະລິດລູກປາໄດ້ປະມານ 2-3 ແສນໂຕຕໍ່ອາທິດ ສະໜອງໃຫ້ຊາວກະສິກອນ ແລະ ຜູ້ປະກອບການລ້ຽງປາກະຊັງຕາມນ້ຳຂອງ ນ້ຳງື່ມ ແລະ ລ້ຽງໃສ່ໜອງຈຳນວນໜຶ່ງ ຜ່ານການໄປລ້ຽງຕົວຈິງເຫັນວ່າປາມີຄຸນະພາບສູງ ທຽບໃສ່ລູກປາທີ່ນຳເຂົ້າຈາກຕ່າງປະເທດ ຈຶ່ງເຮັດໃຫ້ຊາວກະສິກອນມີຄວາມເຊື່ອໝັ້ນຕໍ່ຄຸນະພາບຂອງລູກປາ ອັນໄດ້ເຮັດໃຫ້ມາຮອດປັດຈຸບັນ ມີຊາວກະສິກອນຕ້ອງການລູກປາເພີ່ມຂຶ້ນເລື້ອຍໆ ເມື່ອເປັນຄືແນວນັ້ນທາງໂຄງການ ກໍ່ໄດ້ເອົາໃຈໃສ່ເພີ່ມການຜະລິດລູກປາຂຶ້ນເລື້ອຍໆເປົ້າໝາຍໃຫ້ໄດ້ປະມານ 1-2 ລ້ານໂຕຕໍ່ປີ.
9892aeffc2f36ea7e8710b56a322f342

ທີ່ມາ: www.vientianemai.net/

No comments

Theme images by compassandcamera. Powered by Blogger.