ໂຄງການເຂື່ອນໄຟຟ້ານ້ຳທາ 1 ທົດແທນຜົນລະປູກແກ່ປະຊາຊົນ

ໃນ​ວັນ​ທີ 15 ກັນຍາ 2016 ຜ່ານ​ມາ ຄະນະ​ຮັບຜິດຊອບຍົກຍ້າຍ ແລະ ຈັດ​ສັນ​ປະຊາຊົນ​ທີ່ຖືກ​ຜົນ​ກະທົບ ​ໂຄງການ​ກໍ່ສ້າງເຂື່ອນ​ໄຟຟ້າ​ນ້ຳຕົກນ້ຳ​ທາ 1 ພ້ອມ​ດ້ວຍທ່ານ ກ່າງ ມະນີຫວ່າງ ຜູ້​ຊີ້​ນຳ​ໂຄງການ ຮອງເຈົ້າເມືອງຜາ​ອຸດົມ ແຂວງ​ບໍ່ແກ້ວ ຕາງໜ້າ​ອຳນາດ​ການ​ປົກຄອງ​ແຂວງ ທ່ານ ສອນ​ເພັດ ເມືອງ​ວົງ ປະທານ​ບໍລິສັດ ​ແສງເພັດ​ກໍ່ສ້າງຂົວ-ທາງ ຈຳກັດ ໄດ້ນຳ​ເອົາ​ເຂົ້າສານ ແລະ ເງິນ​ທົດແທນ​ຜົນລະປູກ​ໄປ​ມອບ​ໃຫ້​ປະຊາ​ຊົນ​ທີ່​ຖືກ​ຜົນ​ກະທົບ​ໂຄງການດັ່ງກ່າວ ເພື່ອ​ເປັນ​ການ​ແກ້​ໄຂເບື້ອງ​ຕົ້ນ ຊຶ່ງ​ມີ​ເຂົ້າສານ​ຈຳນວນ 120 ໂຕນ ແລະ ເງິນ​ທົດ​ແທນຜົນລະປູກ 2,71 ຕື້​ກີບ ພິທີ​ມອບ-ຮັບ​ດັ່ງກ່າວ​ ໄດ້​ຈັດ​ຂຶ້ນ​ທີ່​ເຂດບ້ານ​ຫາດ​ໝວກ ເມືອງ​ຜາ​ອຸດົມ ແຂວງ​ບໍ່​ແກ້ວ ຊຶ່ງ​ເປັນ​ບ້ານ​ຍ້າຍໃໝ່​ທີ່​ທາງ​ໂຄງການ ແລະ ອຳນາດ​ການ​ປົກຄອງ​ແຂວງ​ບໍ່​ແກ້ວ ຈັດ​ສັນ​ໃຫ້ຈຳນວນ 10 ບ້ານ 566 ຄອບຄົວ ມີ 310,78 ຄົນ.

ທ່ານ ວິລະ​ພອນ ວິ​ຊຸນ​ນະລາດ ຕາງໜ້າ​ລັດ​ວິ​ສາ​ຫະ​ກິດໄຟຟ້າ​ລາວ ກ່າວ​ວ່າ: ການ​ຍົກຍ້າຍ​ປະຊາຊົນ​ທີ່​ຖືກ​ຜົນ​ກະທົບໂຄງການແມ່ນ​ມີ 2 ເຂດ ເມືອງນາ​ແລ ແຂວງ​ຫຼວງ​ນ້ຳ​ທາ ແລະ ເຂດບ້ານ​ຫາດ​ໝວກ ເມືອງ​ຜາ​ອຸດົມ ແຂວງ​ບໍ່​ແກ້ວ ເຊິ່ງ​ພວກ​ເຮົາເນັ້ນ​ໃສ່ 3 ແຜນ​ງານ​ຫຼັກຄື: 1 ປຸກ​ສ້າງ​ທີ່ຢູ່​ອາໄສ ພື້ນຖານ​ໂຄ່ງລ່າງ ເປັນຕົ້ນ ລະບົບ​ນ້ຳ ໄຟຟ້າ ຖະໜົນ​ຫົນທາງ ສຸກສາລາ ໂຮງຮຽນ ແລະ ວັດ ເປັນຕົ້ນ ແລະ ປັດຈຸບັນ ປະຊາຊົນ​ໄດ້​ເຂົ້າ​ມາ​ຢູ່ແລ້ວ ແຜນ​ງານ​ທີ 2 ແມ່ນ​ວຽກ ຈ່າຍ​ຄ່າ​ທົດ​ແທນ​ຜົນລະປູກຕ່າງໆ ປັດຈຸບັນ ໄດ້​ຈ່າຍ​ໄປ​ແລ້ວງວດ​ທີ​ໜຶ່ງ 500 ກວ່າ​ລ້ານ​ກີບ ແລະ ງວດ​ທີ​ສອງແມ່ນ 2,71 ຕື້ກີບ ສ່ວນ​ວຽກ​ທີ 3 ແມ່ນ​ການແບ່ງ​ດິນ​ທຳ​ການ​ຜະລິດ ແລະ ຈັດ​ສັນ​ອາຊີບການ​ຜະລິດ​ເພື່ອເປັນ​ສິນຄ້າ​ ເພື່ອ​ເຮັດ​ໃຫ້​ປະຊາຊົນ​ໃນ​ເຂດ​ດັ່ງ​ກວ່າ​ມີ​ຊີວິດ​ທີ່​ດີ​ຂື້ນ.

ທີ່ມາ: www.vientianemai.net/

No comments

Theme images by compassandcamera. Powered by Blogger.