ມວສ ຈະສ້າງຊ່າງທັນຕະແພດຜະລິດແຂ້ວທຽມ
ວັນທີ 19 ກັນຍາ 2016 ມະຫາວິທະຍາໄລວິທະຍາສາດສຸຂະພາບ (ມວສ) ໄດ້ເປີດຫຼັກສູດອະນຸປະລິນຍາຊ່າງທັນຕະກຳຂອງຄະນະທັນຕະແພດສາດ ມວສ ຂຶ້ນທີ່ມະຫາວິທະຍາໄລດັ່ງກ່າວ ເປັນປະທານຂອງທ່ານ ຮສ.ດຣ. ນາງ ສົມຈິດ ບຸບຜາ ອະທິການບໍດີ ມວສ ມີທ່ານ TAKASHI Miyata ປະທານອົງການສາກົນເພື່ອການຊ່ວຍເຫຼືອການສຶກສາທາງທັນຕະກຳ ແຫ່ງປະເທດຍີ່ປຸ່ນ (OISDF) ຕະຫຼອດຮອດພະນັກງານ ຄູ-ອາຈານ ແລະ ນ້ອງນັກສຶກສາເຂົ້າຮ່ວມ.
ຫຼັກສູດອະນຸປະລິນຍາຊ່າງທັນຕະກຳເປັນຫຼັກສູດທີ່ສ້າງຂຶ້ນໃໝ່ ໂດຍອົງການ OISDF ແຫ່ງປະເທດຍີ່ປຸ່ນ ໃຫ້ການຊ່ວຍເຫຼືອ ພ້ອມທັງຊ່ວຍການບໍລິຫານຫຼັກສູດແຕ່ເດືອນສິງຫາ 2016 ຫາເດືອນສິງຫາ 2018 ທີ່ໃຫ້ການສະໜັບສະໜູນຮ່າງເປີດຫຼັກສູດ ແລະ ປະກອບເຄື່ອງມືທີ່ຈຳເປັນໃຫ້ແກ່ການສິດສອນ ຖ່າຍທອດຄວາມຮູ້ໃຫ້ແກ່ຄູ-ອາຈານສອນຂອງຄະນະທັນຕະແພດສາດ ດ້ວຍການສົ່ງອາຈານມາສິດສອນ 4 ຄັ້ງຕໍ່ປີ ພ້ອມນັ້ນ ຍັງສະໜອງງົບປະມານຊື້ເຄື່ອງມື-ອຸປະກອນປີໜຶ່ງມູນຄ່າ 7 ພັນໂດລາສະຫະລັດ ປະມານ 56 ລ້ານກີບ ໃນໄລຍະ 3 ປີ ລວມມູນຄ່າທັງໝົດ 168 ລ້ານກີບ ເຊິ່ງຈະຮັບເອົານັກສຶກສາທຸກປີທີ່ເສັງເຂົ້າທັງໝົດ 5 ຄົນຕໍ່ 1 ຮຸ່ນ ກຳນົດເວລາຮຽນ 3 ປີ ມີ 6 ພາກຮຽນ ແລະ 104 ໜ່ວຍກິດ ເຊິ່ງວິທີການຮຽນແມ່ນປະຕິບັດຕົວຈິງຫຼາຍກວ່າທິດສະດີ ແນໃສ່ເຮັດໃຫ້ ມວສ ສາມາດຜະລິດສົ່ງອອກໄດ້ຫຼາຍສາຂາອາຊີບເພື່ອຮັບໃຊ້ສັງຄົມ ພ້ອມນັ້ນ ຍັງຊຸກຍູ້ໃຫ້ຄະນະທັນຕະແພດສາດ ແລະ ຄະນະອື່ນໆສ້າງຫຼັກສູດອື່ນໆໃຫ້ຫຼາຍຕື່ມອີກ ເພື່ອຊ່ວຍແກ້ໄຂນັກຮຽນທີ່ຈົບ ມ ປາຍ ໄດ້ສຶກສາຮ່ຳຮຽນ ແລະ ມີວິຊາຊີບ ປະກອບສ່ວນເຂົ້າໃນການສ້າງສາ ແລະ ພັດທະນາປະເທດຊາດ ນອກນັ້ນ ເພື່ອສ້າງນາຍຊ່າງທັນຕະແພດມີຄວາມຮູ້ພື້ນຖານສາມາດປະດິດແຂ້ວທຽມ ແລະ ເຄື່ອງມືຊ່ວຍໃນການປິ່ນປົວຄົນເຈັບທີ່ມີຄວາມຫຍຸ້ງຍາກສັບຊ້ອນ ໃຊ້ເຕັກໂນໂລຊີທີ່ທັນສະໄໝ ສາມາດບໍລິຫານຫ້ອງປະຕິບັດການຊ່າງທັນຕະກຳ ເຮັດໜ້າທີ່ຊ່ວຍວຽກງານວິໄຈທາງດ້ານທັນຕະກຳ ແລະ ປະຕິບັດວຽກງານຮ່ວມກັບວິຊາການຂະແໜງອື່ນໆ ຢ່າງມີປະສິດທິພາບ.
ທີ່ມາ: www.vientianemai.net/

No comments