ໄຂກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ VII
ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ VII ຈັດຂຶ້ນລະຫວ່າງວັນທີ 19-20 ກັນຍາ 2016 ຢູ່ທີ່ສູນການຮ່ວມມືສາກົນ ລາວ-ຍີ່ປຸ່ນ (ICTC) ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງພະອາຈານໃຫຍ່ ມະຫາງອນ ດຳຣົງບຸນ ປະທານອົງການພຸດທະສາສະໜາສັມພັນລາວ ເຂົ້າຮ່ວມມີທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ພະເຖຣານຸເຖຣະ ພະສົງ ອອກຕົນຍາດໂຍມ ພ້ອມດ້ວຍຜູ້ຕາງໜ້າຈາກອົງການພຸດທະສາສະໜາ ແຫ່ງ ສສ ຫວຽດນາມ ແລະ ແຂກຖືກເຊີນ.
ພະອາຈານໃຫຍ່ ມະຫາເວດ ມະເສໄນ ໄດ້ຜ່ານບົດລາຍງານການເຄື່ອນໄຫວວຽກງານຂອງອົງການພຸດທະສາສະໜາສັມພັນລາວ 5 ປີຜ່ານມາ ແລະ ນຳສະເໜີທິດທາງແຜນການສຳລັບ 5 ປີຕໍ່ໜ້າ ເຊິ່ງຕະຫຼອດໄລຍະຜ່ານມາ ອົງການພຸດທະສາສະໜາສັມພັນລາວ ໄດ້ເປັນຕົວແທນໃຫ້ແກ່ພະສົງ-ສຳມະເນນ ກໍ່ຄືພຸດທະສາຊະນິກະຊົນລາວບັນດາເຜົ່າ ທີ່ມີສັດທາ ແລະ ຄວາມເຫຼື່ອມໃສຕໍ່ພະທັມຄຳສອນຂອງພະສັມມາສັມພຸດທະເຈົ້າ ໂດຍມີຜູ້ເຊື່ອຖືກວມເອົາ 66,8% ຂອງພົນລະເມືອງໃນ ສປປ ລາວ ອົງການພຸດທະສາສະໜາສັມພັນລາວ ໄດ້ເອົາໃຈໃສ່ເຕົ້າໂຮມຄວາມສາມັກຄີພາຍໃນຂອງພະສົງ-ສຳມະເນນໃນທຸກຂັ້ນ ປັບປຸງການປົກຄອງສົງ ແລະ ແບບແຜນວິທີເຮັດວຽກໃຫ້ມີຄວາມສອດຄ່ອງກັບການຂະຫຍາຍຕົວທາງດ້ານສັງຄົມ ປັດຈຸບັນ ເອົາໃຈໃສ່ຈັດຕັ້ງເຄື່ອນໄຫວວຽກງານການສຶກສາສົງໃນຂອບເຂດທົ່ວປະເທດ ໃຫ້ມີຄວາມໜັກແໜ້ນ-ເຂັ້ມແຂງ ຂະຫຍາຍຕົວທັງປະລິມານ ແລະ ຄຸນະພາບ ເຊິ່ງມາຮອດປີ 2016 ທົ່ວປະເທດ ມີໂຮງຮຽນສົງທັງໝົດ 56 ແຫ່ງ ໃນນັ້ນ ໂຮງຮຽນປະຖົມ 4 ແຫ່ງ ມັດທະຍົມ 36 ແຫ່ງ ມັດທະຍົມປາຍ 12 ແຫ່ງ ໂຮງຮຽນປະຣິຍັດຕິທັມ 1 ແຫ່ງ ວິທະຍາໄລສົງ 2 ແຫ່ງ ແລະ ມີນັກຮຽນທັງໝົດ 8.387 ອົງ.

ຄຽງຄູ່ກັນນີ້ ອົງການພຸດທະສາສະໜາສັມພັນລາວ ຍັງໄດ້ເປັນເຈົ້າການຢ່າງຕັ້ງໜ້າເຂົ້າໃນວຽກງານເທສະໜາເຜີຍແຜ່ສິລທັມ ແລະ ການເຝິກອົບຮົມສິລທັມ ວຽກງານສ້າງ ແລະ ປົກປັກຮັກສາວັດຖຸບູຮານ ວຽກງານຍ້ອງຍໍນຳພາສ້າງຂະບວນການຕ່າງໆ ລວມທັງວຽກງານພົວພັນຕ່າງປະເທດຕື່ມອີກ.
ກອງປະຊຸມໃຫຍ່ຜູ້ແທນສົງທົ່ວປະເທດ ສະໄໝທີ VII ນອກຈາກຈະໄດ້ຮັບຟັງບົດລາຍງານ ແລະ ການປະກອບຄຳເຫັນຈາກພາກສ່ວນກ່ຽວຂ້ອງແລ້ວ ກອງປະຊຸມຍັງຜ່ານຮ່າງວິໄສທັດ ແຜນຍຸດທະສາດ ທິດທາງແຜນການ ແລະ ວຽກງານຈຸດສຸມຂອງອົງການພຸດທະສາສະໜາສັມພັນລາວ ແຕ່ນີ້ຮອດປີ 2020 ວິໄສ ທັດຮອດປີ 2030 ແລະ ແຜນຍຸດທະສາດ 10 ປີ ພ້ອມກັນເລືອກເອົາຄະນະກຳມະການບໍລິຫານງານສູນກາງ ອົງການພຸດທະສາສະໜາສັມພັນລາວຊຸດໃໝ່ອີກດ້ວຍ.
ປັດຈຸບັນ ອົງການພຸດທະສາສະໜາສັມພັນລາວ (ອພສ) ມີສະມາຊິກເປັນກຳມະການ ອພສ ທົ່ວປະເທດ ຈຳນວນ 4.083 ອົງ ໃນນັ້ນ ມີກຳມະການສູນກາງ ອພສ 75 ອົງ ຂັ້ນແຂວງ-ນະຄອນຫຼວງ 119 ອົງ ຂັ້ນເມືອງ 755 ອົງ ແລະ ຂັ້ນເຈົ້າອະທິການວັດ 4.134 ອົງ ມີພະສົງທັງໝົດ 15.564 ອົງ ສຳມະເນນ 19.994 ອົງ.

ທີ່ມາ: www.vientianemai.net/

No comments