ກະແຈໄຮເທັກ ປົດລັອກດ້ວຍລາຍນີ້ວມື
ຢີ່ປຸ່ນ ໄດ້ມີຄວາມຄິດທີ່ສຸດຍອດກັບນະວັດຕະກຳໃໝ່ຂອງກະແຈທີ່ມາພ້ອມກັບການເຊັນເຊີສະແກນລາຍນີ້ວມືໃນຕົວ ໂດຍຮູບຮ່າງ ແລະ ການໃຊ້ງານຫຼັກໆຂອງມັນກະຄຶກັບກະແຈທົ່ວໄປ ສຳລັບລັອກສິ່ງຂອງຕ່າງໆ ປ້ອງກັນຂີ້ລັກ ແຕ່ສີ່ງທີ່ແຕກຕ່າງຈາກກະແຈທົ່ວໄປນັ້ນກໍ່ຄື ມັນບໍ່ ຕ້ອງໃຊ້ລູກກະແຈໃນການໄຂ ພຽງແຕ່ໃຊ້ນີ້ວມືແຕະແລ້ວເທິງເຊັນເຊີເທົ່ານັ້ນກໍ່ສາມາດປົດລັອກໄຂໄດ້ທັນທີ ໂດຍຕົວເຊັນເຊີນັ້ນສາມມາດຈຳລາຍນີ້ວມືໄດ້ສູງສຸດ 10 ແບບ ຫຼື ຖ້າຫາກບໍ່ສາມາດສະແກນລາຍນີ້ວມືໄດ້ກໍ່ສາມາດໃຊ້ແທ່ງ USB ສຽບດ້ານລຸ່ມ ເພື່ອປົດລັອກແທນກໍ່ໄດ້ເຊັ່ນກັນ.
ແຕ່ວ່າກະແຈໜ່ວຍນີ້ຈະຕ້ອງໃຊ້ຖ່ານຂະໜາດ AAA ຂຳນວນ 2 ກ້ອນ ຈຶ່ງສາມາດໃຊ້ງານໄດ້ ເຊິ່ງສາມາດຢູ່ໄດ້ດົນເຖິງ 10 ເດືອນ ແຕ່ມັນບໍ່ສາມາດກັນນ້ຳໄດ້ ສຳລັບລາຄານັ້ນແມ່ນຢູ່ທີ່ປະມານ 14,800 ເຢນ.
ທີ່ມາ: http://www.vientianemai.net/

No comments