ຂອງ​ສັນ​ຂອງ​ຄູ­ບາ ຕ້ອງ​ກວດ­ກາ​ໃຫ້​ຄັກໆ

ນັກ­ບວດ ຫຼື ຄູ­ບາ​ອາ­ຈານ​ນັ້ນ ເພິ່ນ​ຢູ່​ໃນ​ສິນ​ກິນ​ໃນ​ທຳ ນອກຈາກ​ສິນ 227 ຂໍ້​ສຳ­ລັບ​ຄູ­ບາ ແລະ ສິບ​ຂໍ້​ສຳ­ລັບ​ສຳ​ມະ​ເນນ​ແລ້ວ ກໍ່​ຍັງ​ມີ​ຫຼັກ­ການ​ປະ­ພຶດ​ອື່ນໆ​ອີກ​ທີ່​ຈະ​ຕ້ອງ​ປະ­ຕິ­ບັດ​ຢ່າງ​ເຄັ່ງ​ຄັດ ໃນນັ້ນ ການ​ສັນ (ກິນ) ອາ­ຫານ ກໍ່​ຕ້ອງ​ມີ​ການ​ສັງລວມ ບໍ່​ໃຊ້​ສຽງ​ດັງ ບໍ່​ຍົກ​ຕ່ອນ​ຂຶ້ນ​ມາ​ກັດ ຫຼື ແຫ້ນ ບໍ່​ໃຫ້​ມີ​ສຽງ​ດັງ​ຈິບໆ​ຈັບໆ ດັ່ງ­ນັ້ນ ການ​ເຮັດ​ອາ­ຫານ​ໄປ​ເຄນ​ຄູ­ບານັ້ນ ຕ້ອງ​ໄດ້​ເອົາ­ໃຈ­ໃສ່​ເປັນ​ພິ­ເສດ ບໍ່​ໃຫ້​ເຮັດ​ຕ່ອນ​ໃຫຍ່ ຕ້ອງ​ເຮັດ​ພໍ­ດີ​ຄຳ ອາ­ຫານ​ປະ­ເພດ​ເສັ້ນ (ເຂົ້າປຸ້ນ-ໝີ່) ກໍ່​ຕ້ອງ​ຕັດ​ເສັ້ນ​ໃຫ້​ສັ້ນ ອ່ອມ​ຫອຍ­ຈູບ​ບໍ່​ຄວນ​ເອົາ​ໄປ​ເຄນ ຄູ­ບາ ເພາະ​ເວ­ລາ​ຈູບ​ຈະ​ມີ​ສຽງ​ດັງ ບໍ່​ສຸ­ພາບ ທີ່​ເລົ່າ​ມາ​ນີ້​ຢູ່​ບ້ານເກີດ​ຂອງຜູ້​ຂຽນ​ປະ­ຕິ­ບັດ​ຢ່າງ​ເຄັ່ງ​ຄັດ ດັ່ງ­ນັ້ນ ອາ­ຫານ​ເຄນ​ຄູ­ບາ ນອກ­ຈາກ​ເຮັດ​ຕ່ອນ​ໃຫ້​ພໍ­ດີ​ຄຳ​ແລ້ວ ຍັງ​ບໍ່​ຄວນ​ໃສ່​ຖ້ວຍ​ຈົນ​ລົ້ນ ທຸກ​ສິ່ງ​ທຸກ​ຢ່າງ​ຕ້ອງ​ໃຫ້​ພໍ­ດີ​ພໍ­ງາມ​ວ່າ​ຊັ້ນ!.

ໂດຍ: ສາວ​ສິ້ນ​ແຕ້ມ

No comments

Theme images by compassandcamera. Powered by Blogger.