ລາວ ຮ່ວມກຸ່ມແຊັມເກົ່າ ບານເຕະ ຢູ-19 ຊີງແຊັມອາຊຽນ
ການແຂ່ງຂັນບານເຕະຊາຍ ຊີງແຊັມອາຊຽນ 2016 ຮຸ່ນອາຍຸບໍ່ເກີນ 19 ປີ (AFF U19 CHAMPIONSHIP 2016) ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ໃນລະຫວ່າງວັນທີ 11-24 ກັນຍາ 2016 ໂດຍຫຼ້າສຸດໄດ້ມີການຈົກສະຫຼາກແບ່ງກຸ່ມເປັນທີ່ຮຽບຮ້ອບແລ້ວ ເຊິ່ງມີ 11 ປະເທດເຂົ້າຮ່ວມແບ່ງອອກເປັນ 2 ກຸ່ມ ປະກົດວ່າ: ກຸ່ມ A: ສສ ຫວຽດນາມ (ເຈົ້າພາບ) ມາເລເຊຍ ຕີມໍ ເລສເຕ ສິງກະໂປ ແລະ ຟີລິບປິນ ສ່ວນ ກຸ່ມ B: ໄທ (ແຊັມເກົ່າ) ສສປ ລາວ ມຽນມາ ອົດສະຕຣາລີ ກຳປູເຈຍ ແລະ ອິນໂດເນເຊຍ.
ສ່ວນຕາຕະລາງການແຂ່ງຂັນ ຂອງທີມຊາດລາວ ຢູ-19 ນັດທີ 1 ວັນທີ 12 ກັນຍາ ເວລາ 16:00 ໂມງ ພົບ ທີມຊາດໄທ ແຂ່ງຂັນຢູ່ທີ່ສະໜາມ Hang Day ນັດທີ 2 ວັນທີ 14 ກັນຍາ ເວລາ 16:00 ໂມງ ພົບ ທີມຊາດກຳປູເຈຍ ແຂ່ງຂັນຢູ່ທີ່ສະໜາມ Youth Football Training Centre 3 ນັດທີ 3 ວັນທີ 16 ກັນຍາ ເວລາ 19:00 ໂມງ ພົບ ທີມຊາດມຽນມາ ແຂ່ງຂັນຢູທີ່ສະຫນາມ Hang Dayນັດທີ 4 ວັນທີ 18 ກັນຍາ ເວລາ 16:00 ໂມງ ພົບ ທີມຊາດອິນໂດເນເຊຍ ແຂ່ງຂັນຢູ່ທີ່ສະໜາມ Youth Football Training Centre 3 ແລະ ນັດສຸດທ້າຍຂອງຮອບແບ່ງກຸ່ມ ວັນທີ 20 ກັນຍາ 2016 ເວລາ 16:00 ໂມງ ພົບ ທີມຊາດອົດສະຕຣາລີ ແຂ່ງຂັນຢູ່ທີ່ສະໜາມ Youth Football Training Centre 3.
ທີ່ມາ: www.vientianemai.net/

No comments