ລາວ - ໄທ ສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື

ໂດຍຕອບສະໜອງຕາມ ຄຳເຊີນຂອງທ່ານ ດອນ ປຣະ ມັດວິໄນ ລັດຖະມົນຕີກະຊວງ ການຕ່າງປະເທດແຫ່ງຣາຊະ ອານາຈັກໄທ, ທ່ານ ສະເຫຼີມ ໄຊ ກົມມະສິດ ລັດຖະມົນຕີກະ ຊວງການຕ່າງປະເທດແຫ່ງ ສາ ທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມຣາຊະ ອານາຈັກໄທຢ່າງເປັນທາງ ການແຕ່ວັນທີ 9 - 10 ສິງຫາ 2016 ເພື່ອເສີມຂະຫຍາຍສາຍ ພົວພັນມິດຕະພາບຖານບ້ານ ໃກ້ເຮືອນຄຽງທີ່ດີມີມາແຕ່ ດົນນານ ແລະ ການຮ່ວມມືອັນ ດີລະຫວ່າງສອງປະເທດລາວ ແລະ ໄທໃຫ້ແໜ້ນແຟ້ນ ແລະ ກວ້າງຂວາງຍິ່ງຂຶ້ນ.
ໃນວັນທີ 9 ສິງຫາ 2016 ທີ່ກະຊວງການຕ່າງປະເທດຣາ ຊະອານາຈັກໄທ ທ່ານ ສະເຫຼີມ ໄຊ ກົມມະສິດ ລັດຖະມົນຕີກະ ຊວງການຕ່າງປະເທດແຫ່ງ ສປປ ລວ ໄດ້ຖືກຕ້ອນຮັບຢ່າງ ເປັນທາງການຈາກທ່ານ ດອນ ປຣະມັດວິໄນ ລັດຖະມົນຕີກະ ຊວງການຕ່າງປະເທດແຫ່ງຣາ ຊະອານາຈັກໄທ ແລະ ຫຼັງຈາກ ນັ້ນກໍໄດ້ມີການພົບປະສອງ ຝ່າຍຢ່າງເປັນທາງການຂຶ້ນ. ໃນການພົບປະ, ສອງຝ່າຍຕີ ລາຄາສູງຕໍ່ມູນເຊື້ອສາຍພົວ ພັນມິດຕະພາບ ແລະ ການ ຮ່ວມມືທີ່ມີມາແຕ່ຍາວນານ ຖານບ້ານໃກ້ເຮືອນຄຽງທີ່ດີລະ ຫວ່າງສອງປະເທດ ສອງລັດ ຖະບານ ກໍຄືສອງກະຊວງການ ຕ່າງປະເທດ ທີ່ມີການຂະ ຫຍາຍຕົວຢ່າງເລິກເຊິ່ງໜັກ ແໜ້ນ ແລະ ຮອບດ້ານ ເຫັນ ໄດ້ຈາກການໄປມາຫາສູ່ມີ ການແລກປ່ຽນການຢ້ຽມຢາມ ຂອງຄະນະຜູ້ແທນຂັ້ນຕ່າງໆ; ສອງຝ່າຍຕົກລົງເຫັນດີຮ່ວມມື ກັນສະກັດກັ້ນການເຄື່ອນໄຫວ ຂອງພວກຄົນບໍ່ດີທີ່ລັກລອບ ຂົນສົ່ງສິນຄ້າ - ຄ້າຂາຍຢາ ເສບຕິດ, ການຄ້າໄມ້ເຖື່ອນ, ການຄ້າມະນຸດ ແລະ ການກໍ່ ຄວາມບໍ່ສະຫງົບຢູ່ຕາມບໍລິ ເວນຊາຍແດນ; ສືບຕໍ່ພະຍາ ຍາມຮ່ວມກັນປັກຫຼັກໝາຍ ຊາຍແດນທາງບົກທີ່ຍັງຄົງຄ້າງ ຈຳນວນ 14 ຈຸດໃຫ້ສຳເລັດໃນ ປີ 2016 ແລະ ການປັກຫຼັກ ໝາຍຊາຍແດນທາງນ້ຳໃຫ້ສຳ ເລັດໃນປີ 2018; ສອງຝ່າຍ ເຫັນດີເພີ່ມທະວີການຮ່ວມມື ດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ, ອຳນວຍ ຄວາມສະດວກໃຫ້ແກ່ການສົ່ງ ສິນຄ້າຜ່ານຊາຍແດນໃຫ້ວ່ອງ ໄວຂຶ້ນກວ່າເກົ່າ, ອຳນວຍ ຄວາມສະດວກໃນການນຳ ເຂົ້າ - ສົ່ງອອກສິນຄ້າຂອງ ສປປ ລາວ ເພື່ອສົ່ງຕໍ່ໄປປະ ເທດທີສາມ ແລະ ໃນປີ 2015 ມູນຄ່າການຄ້າລະຫວ່າງສອງ ປະເທດເພີ່ມຂຶ້ນຈາກ 2,105 ລ້ານໂດລາໃນປີ 2014 ເປັນ 5,633 ລ້ານໂດລາ; ສອງຝ່າຍ ເຫັນດີສືບຕໍ່ເພີ່ມທະວີການ ຮ່ວມມືດ້ານພະລັງງານໄຟຟ້າ, ດ້ານແຮງງານ, ດ້ານການສຶກ ສາ, ພື້ນຖານໂຄງລ່າງ, ການ ຮ່ວມມືລະຫວ່າງແຂວງ ແລະ ຈັງຫວັດຊາຍແດນລາວ - ໄທ ແລະ ການດູດແຮ່ ແລະ ຊາຍ ຕາມລຳແມ່ນ້ຳຂອງ ແລະ ແມ່ ນ້ຳເຫຼືອງ. ນອກນັ້ນສອງຝ່າຍ ຍັງເຫັນດີຈະສືບຕໍ່ໃຫ້ການ ຮ່ວມມືກັນໃນຂອບການຮ່ວມ ມື CLMVT, ຂອບການຮ່ວມ ມື ACMECS, ກອບການ ຮ່ວມມືອາຊຽນ, ໃນພາກພື້ນ ແລະ ສາກົນ. ໃນຕອນທ້າຍ ການພົບປະທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມ ຂອບໃຈຕໍ່ລັດຖະບານໄທທີ່ໃຫ້ ການຮ່ວມມື ແລະ ຊ່ວຍເຫຼືອ ເປັນຢ່າງດີແກ່ການເປັນເຈົ້າ ພາບຈັດກອງປະຊຸມ AMM ຄັ້ງທີ 49 ແລະ ກອງປະຊຸມປິ່ນ ອ້ອມອື່ນໆທີ່ນະຄອນຫຼວງວຽງ ຈັນ ແລະ ຫວັງວ່າຈະໄດ້ຮັບ ການຊ່ວຍເຫຼືອ ແລະ ຮ່ວມມື ຕື່ມອີກໃນໂອກາດທີ່ ສປປ ລາວ ຈະເປັນເຈົ້າພາບຈັດກອງ ປະຊຸມສຸດຍອດອາຊຽນໃນ ເດືອນກັນຍາ 2016 ນີ້.

ທີ່ມາ: www.pasaxon.org.la

No comments

Theme images by compassandcamera. Powered by Blogger.