ລາວ-ຣັດເຊຍ ເພີ່ມທະວີການຮ່ວມມື ຕ້ານການຟອກເງິນ

(ຂປລ) ທະນາຄານ ແຫ່ງ ສປປ ລາວ ແລະ ອົງການ ຄຸ້ມຄອງທາງດ້ານການເງິນສະ ຫະພັນຣັດເຊຍໄດ້ລົງນາມ ໃນ ສັນຍາຮ່ວມມືສະບັບໜຶ່ງກ່ຽວ ກັບການແລກປ່ຽນຂໍ້ມູນຂ່າວ ສານ, ການພັດທະນາ ແລະ ການວິເຄາະຂໍ້ມູນຂ່າວສານໃນ ວຽກງານຕ້ານສະກັດກັ້ນການ ຟອກເງິນ ແລະ ການສະໜອງ ທຶນໃຫ້ແກ່ການກໍ່ການຮ້າຍ ບົນພື້ນຖານຫຼັກການກົດໝາຍ ພາຍໃນຂອງທັງສອງປະເທດ ແນໃສ່ເຮັດໃຫ້ ວຽກງານ ສືບ ຂ່າວທາງດ້ານການເງິນຂອງ ສປປ ລາວ ມີການຮ່ວມມືກັບ ສາກົນຢ່າງຮອບດ້ານໃຫ້ຫຼາຍ ຂຶ້ນ, ທັງສາມາດຕອບສະໜອງ ໄດ້ຕາມມາດຕະຖານສາກົນ ເຊິ່ງຈະສາມາດແກ້ໄຂບັນດາ ຂໍ້ບົກຜ່ອງ ຂອງ ສປປ ລາວ ກ່ຽວກັບວຽກງານດັ່ງກ່າວ. ສັນຍາຮ່ວມມືດັ່ງກ່າວໄດ້ ຮັບການລົງນາມ ໃນຕອນເຊົ້າ ວັນທີ 8 ກັນຍາ 2016, ທີ່ທຳ ນຽບປະທານປະເທດ ລະຫວ່າງ ທ່ານ ຈິນດາໄມ ວິໄລຫົງ ຮອງ ຫົວໜ້າສຳນັກ ງານຂໍ້ມູນຕ້ານ ການຟອກເງິນ ສປປ ລາວແລະ ທ່ານ ວະລາດີເມຍ ໂກຣ ໂຕບ ຮອງຫົວໜ້າອົງການຄຸ້ມ ຄອງທາງດ້ານການເງິນສະຫະ ພັນຣັດເຊຍ ໂດຍການເຂົ້າຮ່ວມ ເປັນສັກຂີພິຍານຂອງທ່ານ ບຸນຍັງ ວໍລະຈິດ ປະທານປະ ເທດ ແຫ່ງ ສປປ ລາວ ແລະ ທ່ານ ດີມີຕຣີ ເມດເວເດບ ນາ ຍົກລັດຖະມົນຕີສະຫະພັນຣັດ ເຊຍ. ໃນໄລຍະຜ່ານມາ, ສປປ ລາວ ໄດ້ເຂົ້າເປັນສະມາຊິກ ຂອງກຸ່ມອາຊີ-ປາຊີຟິກ ເພື່ອ ຕ້ານການຟອກເງິນ (APG) ເປັນອັນດັບທີ 36 ໃນປີ 2007 ເຊິ່ງລັດຖະບານ ແຫ່ງ ສປປ ລາວ ໄດ້ມອບໝາຍໃຫ້ທະນາ ຄານ ແຫ່ງ ສປປ ລາວ ເປັນ ເຈົ້າການ ໃນວຽກງານຕ້ານ ສະກັດກັ້ນການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການ ກໍ່ການຮ້າຍ ເປັນຕົ້ນກົດໝາຍ ອາຍາ ສະບັບປີ 2005 ມາດ ຕາ 64 ການຟອກເງິນ ແລະ ດຳລັດວ່າດ້ວຍການຕ້ານການ ຟອກເງິນ ເລກທີ 55/ນຍ ປີ 2006. ໃນປີ 2010 ສປປ ລາວ ໄດ້ຮັບການປະເມີນຜົນເປັນ ຄັ້ງທຳອິດຈາກກຸ່ມ APG ໂດຍ ອີງໃສ່ຂໍ້ແນະນຳ 40+9 ຂອງ ອົງການຕ້ານການຟອກເງິນ ສາກົນ. ເພື່ອເຮັດໃຫ້ວຽກງານຕ້ານ ສະກັດກັ້ນການຟອກເງິນ ແລະ ການ ສະໜອງທຶນໃຫ້ແກ່ການ ກໍ່ການຮ້າຍສາມາດຕອບສະ ໜອງໄດ້ຕາມມາດຕະຖານສາ ກົນ, ທະນາຄານ ແຫ່ງ ສປປ ລາວ ຈຶ່ງໄດ້ນຳສະເໜີຕໍ່ລັດຖະ ບານ ເພື່ອຍົກລະດັບ ດຳລັດ ວ່າດ້ວຍການຕ້ານການຟອກ ເງິນ ຂຶ້ນເປັນກົດໝາຍວ່າດ້ວຍ ການຕ້ານ ສະກັດກັ້ນການຟອກ ເງິນ ແລະ ການສະໜອງທຶນ ໃຫ້ແກ່ການກໍ່ການຮ້າຍ ແລະ ໄດ້ປະກາດໃຊ້ຢ່າງເປັນທາງ ການ ໃນປີ 2015. ພ້ອມດຽວ ກັນນີ້ກໍໄດ້ຍົກ ລະດັບໜ່ວຍງານ ຂໍ້ມູນ ຕ້ານການຟອກເງິນ ໃນ ເມື່ອກ່ອນໄດ້ຂຶ້ນເປັນສຳນັກ ງານຂໍ້ມູນຕ້ານການຟອກເງິນ ໃນປີ 2015 ເຊິ່ງໄດ້ສະແດງໃຫ້ ສາກົນເຫັນວ່າ: ສປປ ລາວ ມີ ຄວາມເອົາໃຈໃສ່ຢ່າງຈິງຈັງຕໍ່ ວຽກງານດັ່ງກ່າວ ແລະ ຈະໄດ້ ສືບຕໍ່ຮ່ວມມືກັບບັນດາປະເທດ ທັງໃນລະດັບພາກພື້ນ ແລະ ສາ ກົນ. .

ທີ່ມາ: www.pasaxon.org.la

No comments

Theme images by compassandcamera. Powered by Blogger.