ສປປ ລາວ ຕີລາຄາສູງຕໍ່ຜົນສຳເລັດທີ່ອາຊຽນຍາດມາໄດ້ ແລະ ພູມໃຈທີ່ໄດ້ເປັນສະມາຊິກຂອງຄອບຄົວອາຊຽນ
(ສູນທອນພົດຂອງພະນະທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ໃນພິທີໄຂ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ 29 ແລະບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, 6/9/2016)
ສົມເດັດ,
ບັນດາພະນະທ່ານປະ ມຸກລັດ ແລະ ຫົວໜ້າລັດຖະ ບານ,
ບັນດາແຂກທີ່ມີກຽດ, ທ່ານ ຍິງ ແລະ ທ່ານຊາຍທັງຫຼາຍ,
ຂ້າພະເຈົ້າຮູ້ສຶກເປັນ ກຽດຢ່າງສູງ ແລະ ປິຕິຍິນ ດີເປັນຢ່າງຍິ່ງ ທີ່ໄດ້ມີໂອ ກາດມາກ່າວສູນທອນພົດໃນ ພິທີໄຂກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 28 ແລະ 29 ແລະ ບັນດາກອງປະຊຸມສຸດ ຍອດທີ່ກ່ຽວຂ້ອງໃນມື້ນີ້.
ຂ້າພະເຈົ້າ, ຕາງໜ້າ ສປປ ລາວ ແລະ ປະຊາຊົນລາວ ບັນດາເຜົ່າ ແລະ ໃນນາມສ່ວນຕົວ, ຂໍສະແດງຄວາມຕ້ອນຮັບ ອັນອົບອຸ່ນ ມາຍັງບັນດາພະນະທ່ານປະມຸກລັດ, ຫົວໜ້າລັດ ຖະບານ, ເລຂາທິການໃຫຍ່ອາຊຽນ ແລະ ບັນດາຜູ້ແທນສູ່ ນະຄອນຫຼວງວຽງຈັນ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດອາ ຊຽນ ຄັ້ງທີ 28 ແລະ 29 ແລະ ບັນດາກອງປະຊຸມສຸດຍອດທີ່ ກ່ຽວຂ້ອງ.
ອາຊຽນ ເປັນອົງການຈັດຕັ້ງພາກພື້ນໜຶ່ງທີ່ສຳຄັນ ຊຶ່ງໄດ້ ຜ່ານສິ່ງທ້າທາຍຕ່າງໆ ແລະ ປະສົບຜົນສຳເລັດມາເທື່ອລະ ກ້າວ ຈົນກາຍເປັນປະຊາຄົມອາຊຽນ ໃນວັນທີ 31 ທັນວາ 2015 ເປັນຕົ້ນມາ, ບັນດາຜົນສຳເລັດຂອງອາຊຽນໃນ 5 ທົດ ສະວັດທີ່ຜ່ານມາ ແມ່ນໝາກຜົນຂອງການຮ່ວມມືກັນ ພາຍ ໃນອາຊຽນ ແລະ ລະຫວ່າງອາຊຽນກັບຄູ່ຮ່ວມມືພາຍນອກ ໂດຍຜ່ານກົນໄກທີ່ອາຊຽນ ລິເລີ່ມຂຶ້ນຕາມວິຖີທາງອາຊຽນ ແລະ ສອດຄ່ອງກັບຈຸດພິເສດ ແລະ ລັກສະນະສະເພາະ ຂອງ ພາກພື້ນອາຊຽນ.
ອາຊຽນ ໄດ້ກາຍເປັນຕະຫຼາດ ແລະ ຖານການຜະລິດໜຶ່ງ ດຽວ ທີ່ມີຍອດຜະລິດຕະພັນພາຍໃນ 2,43 ພັນຕື້ໂດລາສະຫະ ລັດ ໃນປີ 2015 ຊຶ່ງເປັນເສດຖະກິດໃຫຍ່ອັນດັບ 6 ຂອງໂລກ, ຄາດວ່າໃນຕໍ່ໜ້າ ເສດຖະກິດຂອງອາຊຽນ ຈະເຕີບໂຕໃນຈັງ ຫວະປະມານ 7 ສ່ວນຮ້ອຍຕໍ່ປີ ຊຶ່ງຈະເຮັດໃຫ້ເສດຖະກິດຂອງ ອາຊຽນ ມີຄວາມເຂັ້ມແຂງກວ່າເກົ່າ. ອາຊຽນເປັນພາກສ່ວນ ທີ່ສຳຄັນ ແລະ ທັງເປັນແກນກາງຂອງໂຄງສ້າງພາກພື້ນ ພວມ ຜັນແປໄປ. ນອກນັ້ນ ອາຊຽນ ຍັງເປັນອົງການຈັດຕັ້ງພາກພື້ນ ລະຫວ່າງລັດຖະບານ ທີ່ມີລັກສະນະສະເພາະ ໂດຍມີ 10 ປະ ເທດສະມາຊິກທີ່ມີລະບອບການເມືອງແຕກຕ່າງກັນ, ມີຄວາມ ຫຼາກຫຼາຍດ້ານວັດທະນະທຳ, ສາສະໜາ, ພາສາ ແລະ ອື່ນໆ, ແຕ່ກໍຢູ່ຮ່ວມ ກັນຢ່າງສັນຕິ ແລະ ມີຄວາມກົມກຽວ ແລະ ຮ່ວມ ມືກັນພາຍໃຕ້ປະຊາຄົມອາຊຽນ ທີ່ມີເອກະລັກໜຶ່ງດຽວ ແລະ ມີວິໄສທັດໜຶ່ງດຽວ. ຍ້ອນແນວນັ້ນ ຂ້າພະເຈົ້າເຫັນວ່າປະຊາ ຄົມອາຊຽນ ເປັນປະຊາຄົມແຫ່ງກາລະໂອກາດ ບໍ່ສະເພາະແຕ່ ສຳລັບປະຊາຊົນອາຊຽນ 620 ລ້ານກວ່າຄົນເທົ່ານັ້ນ, ແຕ່ຍັງ ເປັນກາລະໂອກາດ ສຳລັບປະເທດຕ່າງໆນອກພາກພື້ນອີກດ້ວຍ.
ສປປ ລາວ ຕີລາຄາສູງຕໍ່ຜົນສຳເລັດທີ່ອາຊຽນ ຍາດມາ ໄດ້ໃນໄລຍະຜ່ານມາ ແລະ ພູມໃຈເປັນຢ່າງຍິ່ງ ທີ່ໄດ້ເປັນສະ ມາຊິກຂອງຄອບຄົວອາຊຽນ ທີ່ຫຼາກຫຼາຍ, ແຕ່ຢຶດໝັ້ນໃນວິຖີ ທາງຂອງອາຊຽນ ກໍຄືບັນດາຫຼັກການຂອງອາຊຽນ ແລະ ຢູ່ ຮ່ວມກັນ ເພື່ອຮ່ວມກັນປົກປັກຮັກສາ ແລະ ເສີມສ້າງສັນຕິ ພາບໃນອາຊຽນ ແລະ ໃນໂລກໂດຍລວມ.
ອາຊຽນ ແມ່ນພາກສ່ວນໜຶ່ງທີ່ສຳຄັນຂອງນະໂຍບາຍ ຕ່າງປະເທດຂອງ ສປປ ລາວ ບົນພື້ນຖານຫຼັກການເພື່ອສັນຕິ ພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື. ນັບແຕ່ ເຂົ້າເປັນສະມາຊິກອາຊຽນ ໃນປີ 1997, ສປປ ລາວ ໄດ້ເຂົ້າ ຮ່ວມເຄື່ອນໄຫວຢ່າງຕັ້ງໜ້າ ໃນຂອບການຮ່ວມມືພາຍໃນອາ ຊຽນ ແລະ ລະຫວ່າງອາຊຽນກັບພາຍນອກ ກໍຄືຂອບການຮ່ວມ ມືອະນຸພາກພື້ນ ທີ່ກ່ຽວຂ້ອງກັບອາຊຽນ ຊຶ່ງເປັນທ່າແຮງໜຶ່ງ ທີ່ສຳຄັນປະກອບສ່ວນ ເຂົ້າໃນການພັດທະນາ ເສດຖະກິດ-ສັງ ຄົມຂອງ ສປປ ລາວ.
ຜ່ານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ VII (2010-2015), ເສດຖະກິດຂອງ ສປປ ລາວ ສືບຕໍ່ຂະຫຍາຍຕົວ. ໃນຕົ້ນປີນີ້, ພວກເຮົາໄດ້ຮັບ ຮອງເອົາແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ VIII (2016-2020). ຍຸດທະສາດການພັດທະນາເສດຖະກິດ- ສັງຄົມ ຮອດປີ 2025 ແລະ ວິໄສທັດຮອດປີ 2030 ແນໃສ່ສືບ ຕໍ່ພັດທະນາເສດຖະກິດ-ສັງຄົມ ໃຫ້ຈະເລີນກ້າວໜ້າ ແລະ ປະ ກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດ ວິໄສທັດປະຊາຄົມອາ ຊຽນ 2025 ແລະ ເປົ້າໝາຍການພັດທະນາແບບຍືນຍົງຂອງ ອົງການສະຫະປະຊາຊາດ 2030.
ຂ້າພະເຈົ້າຂໍຖືໂອກາດນີ້ ສະແດງຄວາມຂອບໃຈຢ່າງຈິງ ໃຈມາຍັງບັນດາປະເທດສະມາຊິກອາຊຽນ, ຄູ່ເຈລະຈາອາຊຽນ ແລະ ຄູ່ຮ່ວມມືພາຍນອກກໍຄືບັນດາປະເທດເພື່ອນມິດ, ອົງ ການຈັດຕັ້ງພາກພື້ນ ແລະ ສາກົນຕ່າງໆທີ່ໄດ້ໃຫ້ການສະໜັບ ສະໜູນ ແລະ ຊ່ວຍເຫຼືອ ສປປ ລາວໃນການສ້າງສາພັດທະນາ ປະເທດ ແລະ ປະຕິບັດ ພັນທະສາກົນຂອງຕົນ ໂດຍໄດ້ເປັນເຈົ້າ ພາບ ແລະ ປະທານບັນດາກອງປະຊຸມທີ່ສຳຄັນໃນຂອບການ ຮ່ວມມືອະນຸພາກພື້ນ, ພາກພື້ນ ແລະ ສາກົນຕ່າງໆໃນຊຸມປີ ຜ່ານມາ ໄດ້ຮັບຜົນສຳເລັດເປັນຢ່າງດີ.
ສປປ ລາວ ໄດ້ເປັນປະທານອາຊຽນຄັ້ງທຳອິດ ໃນປີ 2004-2005 ໂດຍຂ້າພະເຈົ້າເອງໄດ້ເປັນປະທານກອງປະຊຸມ ສຸດຍອດອາຊຽນຄັ້ງທີ 10 ແລະ ບັນດາກອງປະຊຸມສຸດຍອດທີ່ ກ່ຽວຂ້ອງ ສປປ ລາວ ຮູ້ສຶກເປັນກຽດຢ່າງສູງ ແລະ ພູມໃຈຢ່າງ ຍິ່ງທີ່ໄດ້ຮັບກຽດເປັນປະທານອາຊຽນ ຄັ້ງທີ ສອງ ພາຍໃຕ້ຄຳ ຂວັນ “ຫັນວິໄສທັດ ໃຫ້ເປັນຮູບປະທຳ ເພື່ອຄວາມເຂັ້ມແຂງ ຂອງປະຊາຄົມອາຊຽນ” ໃນປີ 2016 ນີ້ ຊຶ່ງເປັນປີເລີ່ມຕົ້ນສັງ ກາດໃໝ່ແຫ່ງການເປັນປະຊາຄົມອາຊຽນ ແລະ ການຈັດຕັ້ງ ປະຕິບັດວິໄສທັດປະຊາຄົມອາຊຽນ 2025.
ໃນໄລຍະນີ້, ສະພາບການພາກພື້ນ ແລະ ສາກົນ ສືບຕໍ່ ຜັນແປໄປຢ່າງໄວວາ ແລະ ສັບສົນ, ມີສິ່ງທ້າທ້າຍດ້ານຄວາມ ໝັ້ນຄົງຫຼາຍຢ່າງ ເກີດຂຶ້ນຢູ່ພາກພື້ນຕ່າງໆຂອງໂລກ ເຊັ່ນ: ການກໍ່ການຮ້າຍ ແລະ ລັດທິຫົວຮຸນແຮງ, ໄພພິບັດທຳມະຊາດ ການປ່ຽນແປງຂອງດິນຟ້າອາກາດ, ບັນຫາຊາວອົບພະຍົບ, ການຄ້າມະນຸດ, ຂໍ້ຂັດແຍ່ງດ້ານເຂດແດນ ແລະ ການປະທະ ກັນດ້ວຍກຳລັງ ແລະ ອື່ນໆ ພ້ອມດຽວກັນນີ້, ເຖິງແມ່ນວ່າເສດ ຖະກິດໂລກໄດ້ມີການຟື້ນຕົວເທື່ອລະກ້າວ, ແຕ່ກໍຢູ່ໃນ ຈັງຫວະ ທີ່ຊ້າ ແລະ ມີຄວາມບອບບາງ. ສະນັ້ນ, ພວກເຮົາຕ້ອງໄດ້ຕິດ ຕາມຢ່າງໃກ້ຊິດ ແລະ ສືບຕໍ່ເພີ່ມທະວີຮ່ວມມືກັນພາຍໃນອາ ຊຽນ ແລະ ກັບວົງຄະນາຍາດສາກົນ ລວມທັງບັນດາຄູ່ເຈລະ ຈາ ແລະ ຄູ່ຮ່ວມພາຍນອກ ອື່ນໆເພື່ອຮັບມື ແລະ ແກ້ໄຂຢ່າງ ທັນເວລາ.
ຄຽງຄູ່ກັນນີ້, ອາຊຽນພວກເຮົາກໍຕ້ອງສືບຕໍ່ຢຶດໝັ້ນໃນ ບັນດາຫຼັກການຂອງອາຊຽນ, ສົ່ງເສີມຄວາມສຳຄັນ ແລະ ຄວາມເປັນແກ່ນກາງຂອງອາຊຽນ ໃນການຮ່ວມມືກັບພາຍນອກ ຕາມວິຖີທາງອາຊຽນ ແລະ ສອດຄ່ອງກັບຈຸດພິເສດ ແລະ ລັກ ສະນະສະເພາະຂອງພາກພື້ນອາຊຽນ ເພື່ອກ້າວໄປສູ່ການສ້າງ ປະຊາຄົມອາຊຽນ ທີ່ເຂັ້ມແຂງອີງໃສ່ລະບຽບຫຼັກການເປັນພື້ນ ຖານ, ຕາມທິດປະຊາຊົນ ແລະ ປະຊາຊົນເປັນແກນກາງ ໃນ ຂະນະດຽວກັນ, ພວກເຮົາກໍພ້ອມກັນພັດທະນາ ເສດຖະກິດໃຫ້ ມີຄວາມກ້າວໜ້າ, ໝັ້ນທ່ຽງ, ຍືນຍົງ ແລະ ມີການເຊື່ອມໂຍງໃນ ລະດັບສູງເສີມຂະຫຍາຍການເຊື່ອມຈອດອາຊຽນກໍຄືເພີ່ມທະ ວີຄວາມພະຍາຍາມ ໃນການຮັດແຄບຄວາມແຕກໂຕນທາງ ດ້ານການພັດທະນາພາຍໃນອາຊຽນ ໂດຍຜ່ານກົນໄກຕ່າງໆ ລວມທັງຂໍ້ລິເລີ່ມ ເພື່ອການເຊື່ອມໂຍງອາຊຽນ.
ອີກດ້ານໜຶ່ງ, ການຮ່ວມມືກັບພາຍນອກກໍຄວນໄດ້ຮັບ ການເສີມຂະຫຍາຍໄປໃນຮູບແບບຕ່າງໆທີ່ເໝາະສົມ ແລະ ສອດຄ່ອງກັບທ່າອ່ຽງທີ່ມີຫຼາຍປະເທດ, ຫຼາຍອົງການຈັດຕັ້ງ ພາກພື້ນ ແລະ ສາກົນ ໃຫ້ຄວາມສົນໃຈ ແລະ ຢາກຜູກພັນກັບ ອາຊຽນ (engagement) ເພື່ອເຮັດແນວໃດໃຫ້ອາຊຽນໄດ້ຮັບ ຜົນປະໂຫຍດສູງສຸດຈາກທ່າແຮງດັ່ງກ່າວ.
ຂ້າພະເຈົ້າເຊື່ອໝັ້ນວ່າກອງປະຊຸມສຸດຍອດອາຊຽນຄັ້ງ ທີ 28 ແລະ 29 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ຄັ້ງນີ້ ຈະໄດ້ປຶກສາຫາລືກັນຢ່າງກົງໄປກົງມາ, ຮອບດ້ານ ແລະ ສ້າງສັນກ່ຽວກັບການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາ ຊຽນ 2025 ແລະ ການເສີມຂະຫຍາຍການຮ່ວມມືກັບພາຍ ນອກ ໂດຍຜ່ານບັນດາກົນໄກທີ່ອາຊຽນລິເລີ່ມຂຶ້ນ ແລະ ອາ ຊຽນເປັນແກນກາງ ກໍຄືແລກປ່ຽນຄຳຄິດຄຳເຫັນກ່ຽວກັບບັນຫາ ພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈ ຮ່ວມມືແນໃສ່ “ຫັນວິ ໄສທັດ ໃຫ້ເປັນຮູບປະທຳ ເພື່ອຄວາມເຂັ້ມແຂງຂອງປະຊາ ຄົມອາຊຽນ” ກໍຄື ເພື່ອປະກອບສ່ວນເຂົ້າໃນພາລະກິດລວມ ແຫ່ງການປົກປັກຮັກສາ ແລະ ສົ່ງເສີມສັນຕິພາບສະຖຽນລະ ພາບ ແລະ ການຮ່ວມມື ເພື່ອການ ພັດທະນາໃນພາກພື້ນ ແລະ ໃນໂລກໂດຍລວມ.
ສົມເດັດ
ພະນະທ່ານ, ແຂກທີ່ມີກຽດທັງຫຼາຍ,
ອີກເທື່ອໜຶ່ງ ຂ້າພະເຈົ້າຕາງໜ້າ ສປປ ລາວ ແລະ ປະຊາ ຊົນລາວບັນດາເຜົ່າ ຂໍສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ທຸກ ປະເທດ ແລະ ອົງການຈັດຕັ້ງພາກພື້ນ ແລະ ສາກົນ ທີ່ໄດ້ໃຫ້ ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ໃນການເປັນ ປະທານອາຊຽນ ໃນປີ 2016 ນີ້ ໂດຍສະເພາະແມ່ນການເປັນ ເຈົ້າພາບ ແລະ ປະທານກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ 29 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງຄັ້ງນີ້.
ສຸດທ້າຍນີ້, ຂ້າພະເຈົ້າກໍຂໍອວຍພອນໄຊອັນປະເສີດ ມາ ຍັງ ສົມເດັດ, ບັນດາພະນະທ່ານ ປະມຸກລັດ, ຫົວໜ້າລັດຖະ ບານ ແລະ ຄະນະຜູ້ແທນທຸກໆທ່ານ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ, ມີຜົນສຳເລັດ ແລະ ມີຄວາມເບີກ ບານໃນໄລ ຍະຢ້ຽມຢາມ ແລະ ພຳນັກຢູ່ ສປປ ລາວ.
ໃນໂອກາດອັນເປັນເລີກງາມຍາມດີນີ້, ຂ້າພະເຈົ້າຂໍປະ ກາດໄຂກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ 29 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ຢ່າງເປັນທາງ ການ ແລະ ຂໍອວຍພອນໃຫ້ບັນດາກອງປະຊຸມສຸດຍອດຄັ້ງນີ້ ຈົ່ງປະສົບ ຄວາມສຳເລັດຢ່າງຈົບງາມ.
ທີ່ມາ: www.pasaxon.org.la

No comments