ການພົບປະສອງນາຍົກ ລາວ-ໄທ

ໃນວັນທີ 6 ກັນຍາ 2016 ທີ່ສໍານັກງານນາຍົກລັດຖະມົນຕີ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ການຕ້ອນຮັບການເຂົ້າຢ້ຽມພົບປະຂອງທ່ານພົນເອກ ປຣະຢຸດ ຈັນໂອຊາ ນາຍົກລັດ ຖະມົນຕີ ແຫ່ງຣາຊະອານາຈັກ ໄທ ເນື່ອງໃນໂອກາດທີ່ເດີນທາງມາຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 28, 29 ແລະ ກອງປະຊຸມອື່ນໆທີ່ປິ່ນອ້ອມ ໃນລະຫວ່າງ ວັນ ທີ 06-08 ກັນຍາ 2016 ທີ່ນະຄອນຫຼວງວຽງ ຈັນ.

ໂອກາດນີ້, ທ່ານ ທອງລຸນ ສີສຸລິດ ກໍໄດ້ສະແດງຄວາມຊົມ ເຊີຍ ແລະ ຕີລາຄາສູງທີ່ພະນະ ທ່ານນາຍົກລັດຖະມົນຕີ ພົນເອກ ປຣະຍຸດ ຈັນໂອຊາ ໄດ້ນໍາຄະນະ ຜູ້ແທນໄທເດີນທາງມາເຂົ້າ ຮ່ວມ ກອງປະຊຸມສຸດຍອດອາ ຊຽນຄັ້ງນີ້ ພ້ອມທັງສະແດງ ຄວາມຂອບໃຈຕໍ່ລັດຖະບານໄທ ສຳລັບການສະໜັບສະໜູນຊ່ວຍ ເຫຼືອແກ່ ສປປ ລາວ ດ້ວຍດີມາ ໂດຍຕະຫຼອດ ໂດຍສະເພາະໃນ ການພັດທະນາພື້ນຖານໂຄງລ່າງ ແລະ ການເປັນປະທານ ອາ ຊຽນຂອງລາວລວມເຖິງການປະກອບສ່ວນ ແລະ ສະໜັບສະໜູນຕໍ່ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 49 ແລະກອງປະຊຸມອື່ນໆທີ່ກ່ຽວຂ້ອງໃນເດືອນກໍລະກົດທີ່ຜ່ານມາ ໃຫ້ມີ ຜົນສໍາເລັດຢ່າງຈົບ ງາມ. ພ້ອມນີ້, ທັງສອງຝ່າຍ ຍັງຈະໄດ້ພ້ອມກັນສືບຕໍ່ຊຸກຍູ້ພາກ ສ່ວນກ່ຽວຂ້ອງຂອງທັງສອງ ຝ່າຍເພື່ອເພີ່ມທະວີການຄ້າ ແລະການລົງທຶນຂອງໄທຢູ່ລາວໃຫ້ ນັບມື້ຫຼາຍຂຶ້ນກວ່າເກົ່ານັບທາງ ດ້ານ ປະ ລິມານ ແລະ ດ້ານຄຸນ ນະ ພາບຕາມທ່າແຮງ ແລະ ຄວາມອາດສາມາດຕົວຈິງຂອງສອງປະເທດ, ເອົາໃຈໃສ່ປຶກ ສາຫາລືຮ່ວມກັນເພື່ອແກ້ໄຂ ອຸປະສັກກີດຂວາງຕໍ່ການຄ້າ ຊາຍແດນ ແລະ ການຂົນສົ່ງ ສິນຄ້າຜ່ານແດນ ຂອງທັງສອງ ປະເທດ, ການຮ່ວມມືຮັກສາ ຄວາມສະຫງົບຮຽບຮ້ອຍຕາມ ຊາຍແດນ ກໍໄດ້ເອົາໃຈໃສ່ຈັດ ຕັ້ງຜັນຂະຫຍາຍການພົບປະ ຂອງສອງນາຍົກ ໃນເດືອນກໍລະ ກົດ 2016 ທີ່ຜ່ານມາ. ນອກ ຈາກນັ້ນ, ກໍ່ຍັງຈະໄດ້ ສືບຕໍ່ຮ່ວມ ມືກັນຢ່າງ ໃກ້ຊິດໃນການຕິດ ຕາມບັນຫາກຸ່ມຄົນທີ່ບໍ່ຫວັງດີ ຕໍ່ສາຍພົວພັນ ລາວ-ໄທ, ການ ຄ້າຂາຍຢາເສບຕິດ, ການຄ້າ ຂອງເຖື່ອນ ແລະ ບັນຫາອື່ນໆ.
ໃນເວລາຕໍ່ມາ, ກໍໄດ້ມີພິທີ ລົງນາມໃນບົດບັນທຶກຄວາມ ເຂົ້າໃຈ (MOU) ວ່າດ້ວຍການ ພັດທະນາແຫຼ່ງພະລັງງານຢູ່ ສປປ ລາວ ຮ່ວມກັນລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ທີ່ ຕາງໜ້າໂດຍ ທ່ານ ປອ ຄຳມະນີ ອິນທິຣາດ ລັດຖະມົນຕີ ກະຊວງ ພະລັງງານ ແລະ ບໍ່ແຮ່ ແລະ ລັດຖະບານ ແຫ່ງຣາຊະອານາ ຈັກໄທ ທີ່ຕາງໜ້າໂດຍທ່ານພົນ ເອກ ອະນັນຕະພອນ ການຈະ ນະຣັດ ລັດຖະມົນຕີ ກະຊວງ ພະລັງງານ ໂດຍມີທ່ານນາຍົກ ລັດຖະມົນຕີຂອງທັງສອງປະ ເທດເຂົ້າຮ່ວມເປັນສັກຂີພິຍານ ເຊິ່ງ MOU ສະບັບດັ່ງກ່າວນີ້ ເປັນການຂະຫຍາຍກອບການ ຮ່ວມມືທີ່ເປັນພື້ນຖານໃຫ້ກັບ ການພັດທະນາໂຄງການຜະລິດ ໄຟຟ້າຢູ່ ສປປ ລາວເພື່ອສົ່ງ ອອກ
ໄປຍັງປະເທດໄທ ໃຫ້ເພີ່ມຂຶ້ນເປັນ 9 ພັນເມກາວັດ ຈາກ MOU ສະບັບເດີມທີ່ກຳນົດກອບການ ຮ່ວມມືໄວ້ທີ່ 7 ພັນເມກາວັດ.

ທີ່ມາ: http://www.kongthap.gov.la/

No comments

Theme images by compassandcamera. Powered by Blogger.