ປກສ ເລ່ງຈັບໂຈນລັກລົດ

ວັນ​ທີ 27 ມັງ­ກອນຜ່ານ​ມາ​ໄດ້​ມີຄົນ​ຮ້າຍ​ເຂົ້າ​ໄປ​ລັກ​ລົດ­ຈັກຍີ່­ຫໍ້ ຮອນ​ດາເວບ ສີ­ແດງ​ດຳ ໝາຍ​ເລກ​ທະ­ບຽນ ຍຣ 7497 ກຳ­ແພງ​ນະ­ຄອນຢູ່​ບ້ານ​ສີ​ໄຄໂດຍ
ທາງ​ເຈົ້າ​ຂອງ​ເຮືອນ​ໄດ້​ມີ​ກ້ອງ​ວົງ​ຈອນປິດ​ຕິດ​ໄວ້­ໜ້າ​ບ້ານ ແລະ​ສາ­ມາດ​ບັນ­ທຶກພາບ​ຂອງ​ຄົນ​ຮ້າຍ​ດັ່ງ­ກ່າວ​ໄວ້​ໄດ້ຊຶ່ງເປັນ​ໄວ​ໜຸ່ມ 2 ຄົນ​ທີ່​ຂີ່​ລົດ­ຈັກ​ຊ້ອນ​ກັນມາ​ໂດຍ​ໃສ່​ໝວກ​ກັນ​ກະ­ທົບ​ປິດ​ບັງ­ໃບໜ້າ​ຈາກ​ນັ້ນ​ໄວ້​ໜຸ່ມ​ທີ່​ໃສ່​ໝວກ​ກັນ​ກະທົບ​ສີ­ຂາວ, ນຸ່ງ​ໂສ້ງ​ຢີນ ແລະ​ເສື້ອ​ກັນໜາວ​ສີ­ດຳ​ໄດ້​ລົງ​ຈາກ​ລົດ ແລະ​ຍ່າງ​ເຂົ້າມາ​ໃນ​ເຮືອນ​ກ່ອນ​ລົງ­ມື​ລັກ​ເອົາ​ລົດ​ແລ້ວຫຼົບ­ໜີ​ໄປ, ປະ­ຈຸ​ບັນ​ທາງ​ເຈົ້າ​ໜ້າ­ທີ່​ກຳ­ລັງເລັ່ງ​ຕິດ­ຕາມ​ມາ​ດຳ­ເນີນ​ຄະ­ດີ.

ເຫດ­ການ​ດັ່ງ­ກ່າວທາງ​ນັກ​ຂ່າວ​ໜັງ ສື​ພິມ ເສດ­ຖະ­ກິດ-ສັງ­ຄົມ ໄດ້​ສອບ​ຖາມລູກ​ສາວ​ຂອງ​ຜູ້​ເສຍ​ຫາຍ​ໃຫ້​ຮູ້​ວ່າ: ກ່ອນເກີດ​ເຫດ​ພໍ່​ຂອງ​ຕົນ​ເອງ​ໄດ້​ຂີ່​ລົດ­ຈັກ​ອອກມາ​ຈາກ​ບ້ານ ທົ່ງ​ປົ່ງ ເພື່ອ​ມາ​ຫາ​ພີ່­ນ້ອງ​ຢູ່ ບ້ານ​ສີ​ໄຄ, ຈາກ​ນັ້ນ ກໍ​ໄດ້​ຈອດ​ລົດ​ໄວ້­ໜ້າບ້ານ ແລະ​ເຂົ້າ​ໄປ​ຖາມ​ເບີ​ໂທ ພຽງ​ບໍ່​ເທົ່າ ໃດ​ນາ­ທີ​ອອກ​ມາ​ກໍ​ບໍ່​ເຫັນ​ລົດ­ຈັກ​ທີ່​ຂີ່​ມາ, ຈິ່ງ​ໄດ້​ແຈ້ງ​ໄປ​ຍັງ​ເຈົ້າ​ໜ້າ­ທີ່ຈະ­ລາ­ຈອນປະ­ຈຳ​ປ້ອມ​ຕ່າງໆ ແລະ​ເຈົ້າ​ໜ້າ­ທີ່ ປກສ ເມືອງ​ສີ​ໂຄດ​ຕະ­ບອງໃຫ້​ຊ່ວຍ​ຕິດ­ຕາມເພື່ອ​ນຳ​ຕົວ​ຜູ້​ກະ­ທຳ​ຜິດ​ມາ​ດຳ­ເນີນ​ຄະ­ດີຕາມ​ລະ­ບຽບ​ກົດ­ໝາຍ.

ທີ່ມາ: www.sedthakid.la/

No comments

Theme images by compassandcamera. Powered by Blogger.