ສະຫວັນນະເຂດ ກັກຕົວເປົ້າໝາຍ ຊິງຊັບພົນລະເມືອງ

ເຈົ້າ​ໜ້າ­ທີ່ ປກສ ແຂວງ​ສະ­ຫວັນ ນະ​ເຂດ​ກັກ​ຕົວ​ເປົ້າ​ໝາຍ​ຊິງ​ຊັບ​ພົນ​ລະ ເມືອງ​ໄດ້ 2 ຄົນ ຄື ທ້າວ ພູ​ວັນ ຫຼື ໂລນ ອາ­ຍຸ 29 ປີ ອາ­ຊີບ​ກຳ­ມະ­ກອນ ບ້ານ ທ່າ​ແຮ່ ແລະ ທ້າວ ພູ​ຫວິນ ອາ­ຍຸ 23 ປີອາ­ຊີບ​ຫວ່າງ​ງານ ຢູ່​ບ້ານ​ໂພນ​ຊາຍ​ທັງສອງ​ຄົນ​ຢູ່​ເມືອງ​ໄກ­ສອນ ພົມ­ວິ­ຫານ ແຂວງ​ສະ­ຫວັນ​ນະ​ເຂດ.


ຜ່ານ​ການ​ສືບ­ສວນ-ສອບ​ສວນ​ຂອງເຈົ້າ​ໜ້າ­ທີ່​ພວກ​ກ່ຽວ​ໄດ້​ຮັບ​ສາ­ລະ­ພາບວ່າ: ໃນ​ຄັ້ງ​ວັນ​ທີ 23 ພຶດ­ສະ­ພາ 2016 ເວ­ລາ​ປະ­ມານ 20 ໂມງ ທ້າວ ພູ​ຫວິນ ໄດ້​ຂີ່​ລົດ­ຈັກ​ມີ​ໂອ​ສີ­ຂາວ ບໍ່​ຕິດ​ປ້າຍ​ທະ ບຽນ ຊຶ່ງ​ເປັນ​ລົດ​ຂອງ​ໝູ່​ມາ​ຫາ ທ້າວ ພູ​ວັນ ຫຼື ໂລນ ຢູ່​ເຮືອນ ເພື່ອ​ຊວນ​ກັນ ໄປ​ຫຼິ້ນ​ຢູ່​ເຮືອນ​ຂອງ​ໝູ່ ຊຶ່ງ​ໄດ້​ນັ່ງ​ຫຼິ້ນ​ຈົນຮອດ ເວ­ລາ ປະ­ມານ 22 ໂມງ ຈິ່ງ​ຊວນກັນ​ກັບ​ເມືອ​ຕາມ​ເສັ້ນ­ທາງ A1 ໂດຍ​ແມ່ນທ້າວ ພູ​ຫວິນ ເປັນ​ຄົນ​ຂັບ ເມື່ອ​ມາ​ຮອດຂອບ​ເຂດ​ບ້ານ​ລັດ­ຕະ­ນະ​ລັງ­ສີ​ເໜືອ​ໄດ້ ແນມ​ເຫັນ​ລົດ​ເກັງ​ສີ­ດຳ​ຈອດ​ຢູ່​ແຄມ​ທາງ ເບື້ອງ​ຂວາ​ມື​ພວກ​ກ່ຽວ​ໄດ້​ຂີ່​ລົດ​ກາຍ​ແລ້ວລ້ຽວ​ກັບ​ມາ​ຈອດ​ລົດ­ຈັກ​ໄວ້ ທ້າວ ພູຫວິນ ໄດ້​ເວົ້າ​ວ່າ ຫັ້ນ​ເດະ!! ກະ​ເປົ໋າ​ໃນລົດ​ລົງ​ເອົາ​ແມ!!! ພ້ອມ​ທັງ​ຊີ້​ມື​ໃສ່​ລົດຄັນ​ດັ່ງ­ກ່າວ​ທີ່​ໄຂ​ປະ­ຕູ​ໜ້າ​ເບື້ອງ​ຄົນ​ຂັບ ໄວ້​ແລ້ວ ທ້າວ ພູ​ວັນ ຫຼື ໂລນ ໄດ້​ໂດດລົງ​ຈາກ​ລົດ­ຈັກ​ແລ້ວ​ແລ່ນ​ໄປ​ເອົາ​ກະ​ເປົ໋າໃນ​ລົດ​ເກັງ​ແລ້ວ​ແລ່ນ​ກັບ​ມາ​ຂຶ້ນ​ລົດ­ຈັກຫຼົບ­ໜີ​ໄປ ຈາກ​ນັ້ນ​ຈິ່ງ​ໄດ້​ພາ­ກັນ​ມາ​ເຮືອນ ປ້າ ຂອງ ທ້າວ ພູ​ຫວິນ ຢູ່​ບ້ານ​ໂພນ​ສະ ຫວັນ​ແລ້ວ​ໄດ້​ພາ­ກັນ​ກວດ­ເບິ່ງ​ກະ​ເປົ໋າ​ຢູ່ໃນ​ຫ້ອງ​ນ້ຳ​ແລ້ວ​ແບ່ງ­ປັນ​ກັນ ແລະ​ເມືອເຮືອນ​ໃຜ​ເຮືອນ​ມັນ​ເຄື່ອງ​ທີ່​ລັກ​ມາ​ໄດ້ແມ່ນ​ໄດ້​ເອົາ​ໄປ​ຂາຍ​ຫຼິ້ນ​ກິນ​ຟູມ​ເຟືອຍຕົກ​ມາ​ຮອດ​ວັນ​ທີ 31 ພຶດ­ສະ­ພາ 2016 ທ້າວ ພູ​ວັນ ຫຼື ໂລນ ຈຶ່ງ​ຖືກ​ເຈົ້າ​ໜ້າ­ທີ່ ຈັບ​ຕົວ ແລະ​ໄດ້​ຊັດ​ທອດ​ເຖິງ ທ້າວ ພູ ຫວິນ ຕໍ່​ມາ​ຈິ່ງ​ຖືກ​ເຈົ້າ​ໜ້າ­ທີ່​ຈັບ​ຕົວ​ໃນ ວັນ​ທີ 1 ມິ­ຖຸ­ນາ 2016.

ນາງ ມະ­ນີ​ວົງ ອາ­ຍຸ 56 ປີ ອາ­ຊີບ ຄ້າ­ຂາຍ ບ້ານ​ລັດ­ຕະ­ນະ​ລັງ­ສີ​ເໜືອ ເມືອງ ໄກ­ສອນ ພົມ­ວິ­ຫານ ແຂວງ​ສະ­ຫວັນ​ນະ ເຂດ (ຜູ້​ຖືກ­ເສຍ​ຫາຍ) ໃຫ້​ຮູ້​ວ່າ: ໃນ​ຄັ້ງວັນ​ທີ 23 ພຶດ­ສະ­ພາ 2016 ເວ­ລາ​ປະ ມານ 22 ໂມງ, ຜູ້­ກ່ຽວ​ແມ່ນ​ໄດ້​ຂີ່​ລົດ ເກັງ​ສີ­ດຳ ຍີ່­ຫໍ້ ມາ​ຕິນ ທະ­ບຽນ 1691 ຈຳ­ປາ​ສັກ​ອອກ​ໄປ​ຂາຍ­ເຄື່ອງ​ຢູ່​ຮ້ານ ນວດ​ແຜນ​ບູ­ຮານ​ໃກ້​ກັບ​ໂຮງ­ແຮມ​ນານ ໄຮ່ ພາຍ­ຫຼັງ​ທີ່​ຂາຍ­ເຄື່ອງ​ແລ້ວ​ຜູ້­ກ່ຽວ​ໄດ້ຂີ່​ລົດ​ກັບ​ເມືອ​ເຮືອນ​ຄົນ​ດຽວ ໂດຍ​ເອົາ ກະ​ເປົ໋າ​ປະ​ໄວ້­ໜ້າ​ລົດ ຊຶ່ງ​ໃນ​ກະ​ເປົ໋າ​ມີ ເງິນ​ກີບ ຈຳ­ນວນ 5 ລ້ານ​ກີບ, ເງິນ​ບາດ 30 ພັນ​ບາດ, ສາຍ​ຄໍ​ເພັດ 1 ເສັ້ນ, ສາຍ ຄໍ ໄຂ່​ມຸກ 1 ເສັ້ນໂມງ­ໃສ່­ແຂນ​ສີ­ດຳ 1 ໜ່ວຍ, ປະ​ຫຼັບ​ຄຳ​ຝຣັ່ງ 1 ວົງ, ໂທລະ ສັບ​ໄອ​ໂຟນ 5 ສີ­ຂາວ 2 ໜ່ວຍ, ໄອ​ແພັດ ສີ­ດຳ 1 ເຄື່ອງ, ເຄື່ອງ​ສັນ­ຍານ​ໄວ​ໄຟ 1 ອັນ, ໜັງ­ສື­ຜ່ານ­ແດນ ແລະ​ບັດ​ປະ­ຈຳ ຕົວ​ໃບ​ຂັບ​ຂີ່​ຈຳ­ນວນ​ໜຶ່ງ, ພໍ​ມາ​ຮອດ​ໜ້າ ທາງ​ເຂົ້າ​ເຮືອນ​ຜູ້­ກ່ຽວ​ໄດ້​ຈອດ​ລົດ​ປະ​ໄວ້​ລົງ​ໄປ​ໄຂ​ປະ­ຕູ​ຮົ້ວ​ທາງ​ເຂົ້າ​ເຮືອນ ໂດຍ​ທີ່​ບໍ່​ໄດ້​ມອດ​ລົດ ປະ­ມານ 2 ນາ­ທີ ຜູ້­ກ່ຽວ​ຈິ່ງ​ຫັນ​ມາ​ທາງ​ລົດ​ແລ້ວ​ເຫັນ​ຜູ້ຊາຍ​ຄົນ​ໜຶ່ງ​ພວມ​ເອົາ​ກະ​ເປົ໋າ​ໃນ​ລົດ​ຕົນ ເອງ​ແລ້ວ​ແລ່ນ​ໄປ​ຂຶ້ນ​ລົດ­ຈັກ​ທີ່​ມີ​ໝູ່​ອີກ ຄົນ​ໜຶ່ງ​ຈອດ​ລໍ­ຖ້າ​ຫຼົບ­ໜີ​ໄປ ຫຼັງ​ຈາກ​ນັ້ນ​ຈິ່ງ​ໄດ້​ໄປ​ແຈ້ງ​ຕໍ່​ເຈົ້າ​ໜ້າ­ທີ່.

ເຈົ້າ​ໜ້າ­ທີ່​ໄດ້​ໄຖ່​ນຳ ແລະ​ສາ­ມາດ​ກອບກູ້​ຄືນ​ຄະ­ດີ​ຂອງ​ກາງ​ມີ​ຄື: ປະ​ຫຼັບ​ແຂນ ຄຳ​ຝຣັ່ງ 1 ວົງ ນ້ຳ­ໜັກ 3 ສະ­ຫຼຶງ, ໄອ ແຟັດ 1 ເຄື່ອງ ແລະ​ໂມງ 1 ໜ່ວຍ ຊຶ່ງເຈົ້າ​ໜ້າ­ທີ່​ໄດ້​ມອບ​ຄືນ​ເຈົ້າ​ຂອງ​ເດີມ​ໃນ ຄັ້ງ​ວັນ​ທີ 14 ມິ­ຖຸ­ນາ 2016 ທີ່​ຜ່ານ​ມາ​ນີ້ ສ່ວນ​ເຄື່ອງ​ຂອງ​ກາງ​ທີ່​ຍັງ​ເຫຼືອ​ແມ່ນ​ຈະ​ໄດ້​ໄຖ່​ນຳ​ຕໍ່​ໄປ.

No comments

Theme images by compassandcamera. Powered by Blogger.