ຄາຕະກຳເມຍເກົ່າ ສານຕັດສິນຈຳຄຸກ 14 ກວ່າປີ
ວັນທີ 14 ກັນຍາ 2015 ທີ່ບ້ານໂພນຄຳເມືອງໄຊທານີ ນະຄອນຫຼວງ ວຽງຈັນ ໄດ້ເກີດເຫດຜົວຄາຕະກຳເມຍເກົ່າ, ຕໍ່ກັບຄະດີດັ່ງກ່າວ
ມາຮອດຕົ້ນເດືອນມັງກອນ 2016 ຄະນະສານອາຍາ ສານປະຊາຊົນຂັ້ນຕົ້ນນະຄອນຫຼວງວຽງຈັນ ຈິ່ງໄດ້ຕັດສິນລົງໂທດຜູ້ກະທຳຜິດໂດຍຕັດສິນໃຫ້ຈຳຄຸກ 14 ປີ ກັບອີກ 6 ເດືອນ, ພ້ອມປັບໃໝເງິນ 2 ລ້ານກີບ ແລະເສຍເງິນໃຫ້ແກ່ໂຈດທາງແພ່ງອີກ 90,6 ລ້ານກີບ.
ໃນວັນທີ 6 ມັງກອນຜ່ານມານີ້, ຄະນະສານອາຍາສານປະຊາຊົນຂັ້ນຕົ້ນນະຄອນຫຼວງວຽງຈັນ ໄດ້ຕັດສີນລົງໂທດ ທ້າວ ຄຳເມິງ ອາຍຸ 34 ປີ ປະຊາຊົນ ຢູ່ບ້ານໂພນແກ້ວ ເມືອງນາຊາຍທອງ, ປະຈຸບັນພັກເຊົາຢູ່ຫ້ອງແຖວບ້ານໂພນຄຳ ເມືອງໄຊທານີ ນະຄອນຫຼວງວຽງຈັນຈຳຄຸກ 14 ປີກັບ 6 ເດືອນ, ປັບໃໝ່ 2 ລ້ານກີບ ແລະ ເສຍເງິນໃຫ້ແກ່ໂຈດທາງ ແພ່ງຈຳນວນ 90,6 ລ້ານກີບ ໃນສະຖານຄາຕະກຳເມຍເກົ່າຊື່ນາງ ໄມແກ້ວ ອາຍຸ 32 ປີ ຢູ່ບ້ານດອນຕິ້ວ ເມືອງ ໄຊທານີ ຕາມມາດຕາ 88 ວັກ 1 ຂອງ ກົດໝາຍ ອາຍາ.
ທ້າວ ຄຳເມິງ ສາລະພາບໃນຫ້ອງປະຊຸມສານວ່າ: ໃນເດືອນກຸມພາ 2015 ຈຳ ເລີຍໄດ້ສ້າງຄອບຄົວກັບຜູ້ເສຍຊີວິດແຕ່ໄດ້ປະມານ 4-5 ເດືອນກໍເກີດຢ່າຮ່າງກັນຍ້ອນຄວາມບໍ່ເຂົ້າໃຈກັນ ແຕ່ພາຍຫຼັງຢ່າຮ່າງກັນກໍໄດ້ກັບມາຄົບຫາກັນຢູ່ຈົນມາຮອດມື້ເກີດເຫດຄື: ໃນວັນທີ 14 ກັນຍາ2015 ຈຳເລີຍໄດ້ໂທຫານາງໄມແກ້ວໃຫ້ເຂົ້າ ໄປຫາຢູ່ຫ້ອງແຖວ, ເຊົ້າມື້ຕໍ່ມາ, ເວລາປະມານ 9:00 ໂມງ ນາງໄມແກ້ວໄດ້ຂີ່ລົດຈັກມາຫາຈຳເລີຍ ແລ້ວທັງສອງກໍພາກັນໄປເຮັດບຸນຢູ່ວັດສີເມືອງຫຼັງຈາກນັ້ນກໍພາກັນຂີ່ລົດກັບມາຫ້ອງເຊົ່າ ພໍມາຮອດເຂດບ້ານໂພນຕ້ອງສະຫວ່າງໄດ້ມີຜົວເກົ່າອີກຄົນຂອງ ນາງ ໄມແກ້ວໂທລະສັບມາຫາຈຶ່ງເຮັດໃຫ້ຈຳເລີຍຢາກຮ້າຍ ແຕ່ເວລານັ້ນບໍ່ໄດ້ມີການຕີກັນ, ເມື່ອມາຮອດຫ້ອງເຊົ່າຜົວເກົ່າຂອງ ນາງ ໄມແກ້ວ ໄດ້ໂທມາຫາອີກແລ້ວບອກໃຫ້ ນາງ ໄມແກ້ວ ອອກໄປຫາແຕ່ຈຳເລີຍບໍ່ໃຫ້ໄປຈຶ່ງເກີດຜິດຖຽງກັນຢ່າງແຮງເຮັດໃຫ້ຈຳເລີຍໂມໂຫແລ້ວລົງມືບີບຄໍ ນາງ ໄມແກ້ວຈົນເສຍຊີວິດຈາກນັ້ນ, ກໍໃຊ້ຜ້າຫົ່ມ ປົກສົບໄວ້ ແລະອອກມາໃສ່ກະແຈຫ້ອງ ແຖວໄວ້, ແລ້ວຂັບຂີ່ລົດກະບະຮຸນໄດສີຂາວບໍ່ມີປ້າຍທະບຽນຫຼົບໜີໄປພັກຢູ່ໂຮງແຮມແຫ່ງໜຶ່ງ, ມາຮອດວັນທີ 16 ກັນຍາ 2015 ຈຶ່ງໄດ້ຖືກເຈົ້າໜ້າທີ່ກັກຕົວມາດຳເນີນຄະດີ.
ນອກນັ້ນ, ຈຳເລີຍ ຍັງສາລະພາບອີກວ່າ: ເຄີຍກໍ່ເຫດຄາຕະກຳເມຍຢູ່ປະເທດໄທ ແລະ ຖືກສານຂອງໄທຕັດສິນຈຳຄຸກ 5 ປີແຕ່ສົ່ງມາປະຕິບັດໂທດຢູ່ລາວ, ຜ່ານການປະຕິບັດໂທດໄດ້ພຽງ 3 ປີ, ກໍໄດ້ຮັບການປ່ອຍຕົວໃນຕົ້ນປີ 2014.

No comments