ແຂວງຊຽງຂວາງ ທຳລາຍຢາເສບຕິດຈຳນວນ 13.179 ກວ່າເມັດ
ໃນຕອນເຊົ້າວັນທີ 5 ກໍລະກົດ 2016 ນີ້ ທີ່ຫ້ອງການກວດກາ ແລະຄວບຄຸມຢາເສບຕິດແຂວງຊຽງຂວາງໄດ້ຈັດພິທີທຳລາຍຢາເສບຕິດ ໃນນັ້ນຢາບ້າ 13.176 ເມັດ, ຢາບ້າປອມຈຳນວນ 71 ເມັດ ແລະເຮໂຣອິນຈຳນວນ 19 ຫໍ່ນ້ອຍ, 11 ແຕັບ
ເປັນກຽດເຂົ້າຮ່ວມທຳລາຍຢາເສບຕິດຄັ້ງນີ້ມີທ່ານ ຄຳແສນ ມະນີວົງ ຮອງເຈົ້າແຂວງໆຊຽງຂວາງ, ມີຫົວໜ້າພະແນກການ, ກົມກອງ, ອົງການອ້ອມຂ້າງແຂວງເຂົ້າຮ່ວມການທຳລາຍຢາເສບຕິດໃນຄັ້ງນີ້ ເພື່ອສະເຫຼີມສະຫຼອງວັນສາກົນຕ້ານການໃຊ້ ແລະຄ້າຂາຍຢາເສບຕິດຄົບຮອບ 29 ປີ ຈຳນວນຢາເສບຕິດດັ່ງກ່າວ ໄດ້ມາຈາກຜ່ານຂະບວນການຍຸຕິທຳທີ່ໃຊ້ໄດ້ຢ່າງເດັດຂາດແລ້ວ ຈິ່ງໄດ້ຈັດພິທີທຳລາຍດັ່ງກ່າວຂຶ້ນໃນຕໍ່ໜ້າຫ້ອງການກວດກາ ແລະຄວບຄຸມຢາເສບຕິດແຂວງຊຽງຂວາງຈະເພີ່ມທະວີຮ່ວມມືກັບບັນດາພາກສ່ວນທີ່ກ່ຽວຂ້ອງ ເພື່ອສະກັດກັ້ນ ແລະທຳລາຍຢາເສບຕິດຢູ່ພາຍໃນແຂວງຊຽງຂວາງໃຫ້ນັບມື້ຫຼຸດໜ້ອຍຖ້ອຍລົງ ເຮັດໃຫ້ສັງຄົມຫ່າງໄກຈາກຢາເສບຕິດເທື່ອລະກ້າວ.

No comments