ສາຍທອງ ໂຈນລັກລົດ ວີໂກ
ເຈົ້າໜ້າທີ່ ປກສ ແຂວງຊຽງ ຂວາງໃຫ້ຮູ້ວ່າ: ໃນວັນທີ 10 ມິນາ 2016 ໄດ້ຮັບແຈ້ງຄວາມຈາກຜູ້ຖືກເສຍຫາຍຊື່ນາງ ຫຼ້ານາລີ ວ່າ:
ຕົນເອງ ແລະ ລູກສາວ ໄດ້ຂີ່ລົດກະບະວີໂກແຊັມສີຂາວໜາຍ ເລກທະບຽນ 2315 ກຳແພງນະຄອນເພື່ອໄປດອງຢູ່ພັດຕະຄານຊຽງຂວາງໃໝ່ ເມື່ອໄປຮອດກໍໄດ້ຈອດລົດໄວ້ຕໍ່ໜ້າ ໂຮງຮຽນສອນຂັບລົດບົວສະຫວັນແລ້ວກໍເຂົ້າໄປໃນງານດອງພໍຮອດເວລາປະມານ 21:45 ໂມງ ໄດ້ອອກຈາກງານ ດອງມາຫາລົດ ເພື່ອຈະກັບເຮືອນແຕ່ປາ ກົດວ່າ: ລົດທີ່ຈອດໄວ້ນັ້ນບໍ່ເຫັນແລ້ວ ຫຼັງຈາກນັ້ນ ຈິ່ງໄດ້ແຕ່ງພະນັກງານວິຊາ ສະເພາະຕິດຕາມຈິ່ງສາມາສຶບຮູ້ໄດ້ວ່າ ທ້າວ ສາຍທອງ ໄດ້ນຳລົງມາຂາຍຢູ່ເຂດ ເດີ່ນກິລາມະຫາວິທະຍາໄລແຫ່ງຊາດ ຈາກນັ້ນ ຈິ່ງໄດ້ປະສານຫາກົມຕຳຫຼວດ ສືບຂ່າວຄະດີອາຍາເຂົ້າຈັບຕົວມາສອບ ສ່ວນຂະຫຍາຍຜົນ .
ທ້າວ ສາຍທອງ ສາລະພາບວ່າ: ຜ່ານມາຜູ້ກຽ່ວ ໄດ້ຮູ້ຈັກຮັກແພງກັບຄົນ ໃນຄອບຄົວຜູ້ຖືກເສຍຫາຍມາໄດ້ຫຼາຍປີ ມາຮອດທ້າຍເດືອນ 2 ປີ 2016 ລູກສາວຂອງຜູ້ຖືກເສຍຫາຍໄດ້ໂທລະສັບຫາຜູ້ ກຽ່ວມາກິນເບຍນຳຢູ່ຮ້ານຂອງຜູ້ຖືກ ເສຍຫາຍມີໝູ່ຄູ່ນັ່ງກີນນຳກັນປະມານ 4-5 ຄົນໃນເວລາກີນນຳກັນຢູ່ນັ້ນຜູ້ກ່ຽວໃດ້ຫຼຽວເຫັນກະແຈລົດວິໂກທີ່ວາງຢູ່ໃນເທີງໂຕະໃນຮ້ານຂາຍເຄື່ອງຈາກ ນັ້ນ, ຜູ້ກ່ຽວໄດ້ອອກໄປຫ້ອງນ້ຳກໍຍ່າງ ມາຈັບເອົາລູກກະແຈໃສ່ໃນຖົງເສື້ອ ແລ້ວນັ່ງດື່ມເບຍຕໍ່ຢູ່ອີກປະມານ 5 ນາທີຜູ້ກຽ່ວໄດ້ອອກຈາກຮ້ານ ເພື່ອນຳເອົາ ກຸນແຈທີ່ລັກມານັ້ນໄປຊຽ່ນຢູ່ໃນຮ້ານໄດ້ 1 ລູກ ໃນລາຄາ 30.000 ກີບ ແລ້ວເອົາລູກກະແຈດັ່ງກ່າວມາປະໄວ້ໃນ ຮ້ານຂອງຜູ້ຖືກເສຍຫາຍຄືເກົ່າ ໂດຍທີ່ ຜູ້ຖືກເສຍຫາຍບໍ່ຮູ້, ມາຮອດວັນທີ 9 ມີນາ 2016 ເວລາປະມານ 1:00 ໂມງກາງຄືນຜູ້ກຽ່ວໄດ້ໄປລັກລົດຄັນດັ່ງກ່າວທີ່ຈອດໃວ້ຢູ່ຂ້າງເຮືອນຂອງຜູ້ເສຍຫາຍໂດຍເອົາກຸນແຈທີ່ຊ່ຽນມານັ້ນຈະໄປໄຂປະຕູລົດແຕ່ບໍ່ໄດ້ເພາະສັນຍານ ກັນຂະໂມຍໄດ້ດັງຂຶ້ນກ່ອນແລ່ນກັບ ເຮືອນ.
ມາຮອດວັນທີ 10 ມິນາ 2016 ຜູ້ກຽ່ວໄດ້ຊ້ອນລົດຈັກໝູ່ຊື່ທ້າວ ໝອນ ເພື່ອ ໄປກິນເບຍຢູ່ຮ້ານອາຫານລ້ານດາວຢູ່ເຂດຕະຫຼາດສວນພູຄຳພໍຂີ່ລົດຈັກໄປຮອດພັດຕະຄານຊຽງຂວາງໃໝ່ໄດ້ເຫັນລົດກະບະວິໂກຄັນດັ່ງກ່າວຈອດຢູ່ແຄມທາງໃກ້ກັບໂຮງຮຽນສອນຂັບລົດບົວສະຫັວນຈາກນັ້ນ, ຜູ້ກ່ຽວຂີ່ລົດຈັກມາຫາທ້າວ ໝອນ ໃຫ້ໄປສົ່ງຢູ່ເຮືອນແລ້ວກໍນຳເອົາກຸນແຈລົດທີ່ຕົນເອງຊ່ຽນໄວ້ນັ້ນຍ່າງອອກຈາກເຮືອນມາຫາລົດພໍມາຮອດຜູ້ກ່ຽວກໍໄດ້ ເອົາກຸນແຈທີ່ກຽມມາລັກເອົາລົດຄັນ ດັ່ງກ່າວ ແລ້ວຂັບລົດອອກໄປທາງເລກ 1d ແລ້ວໄປໃສ່ນ້ຳມັນຈຳນວນ 250.000 ກີບ ມຸ່ງໜ້າໄປແຂວງບໍລິຄຳໄຊ ພໍຮອດ 1:00 ໂມງ ຂອງວັນທີ 11 ຜູ້ກ່ຽວໄດ້ ໄປນອນພັກຢູ່ເມືອງປາກຊັນ ແຂວງບໍ ລິຄຳໄຊ ຕື່ນເຊົ້າມື້ຕໍ່ມາກໍໄດ້ປົດປ້າຍ ລົດອອກແລ້ວໄປລ້າງອັດສີດແລ້ວເອົາ ໄປຝາກໄວ້ຢູ່ທ່າເຮືອປາກຊັນ ເປັນເວລາ 10 ວັນ ຫຼັງຈາກນັ້ນ ຜູ້ກ່ຽວກໍໄດ້ກັບມາ ຊຽງຂວາງເພື່ອມາຕີດຕໍ່ຂາຍລົດຄັນ ດັ່ງກ່າວ ໃນລາຄາ 480.000 ບາດ ແຕ່ບໍ່ມີຜູ້ຊື້ວັນທີ 23 ມິນາ 2016 ຜູ້ກ່ຽວ ໄດ້ກັບໄປເອົາລົດຄັນດັ່ງກ່າວແລ້ວຂີ່ ລົດມາຂາຍຢູ່ນະຄອນຫຼວງວຽງຈັນ ໂດຍນຳລົດມາຝາກໄວ້ເຮືອນໝູ່ ເພື່ອດັດແປງສະພາບລົດແລ້ວກໍຂັບຂີ່ລົດຄັນດັ່ງ ກ່າວກັບຄືນມາຂາຍຢູ່ຊຽງຂວາງອີກ.
ຕົກມາຮອດວັນທີ 27 ມີນາ 2016 ເວລາປະມານ 12:00 ໂມງ ຜູ້ກ່ຽວໄດ້ນຳລົດວິໂກຄັນດັ່ງກ່າວມາຂາຍຢູ່ເດີ່ນກີລາມະຫາວິທະຍາໄລແຫ່ງຊາດ ແຕ່ຍັງບໍ່ທັນໄດ້ຂາຍໃນເວລານັ່ງລໍຖ້າລູກຄ້າຢູ່ນັ້ນໄດ້ມີເຈົ້າໜ້າທີ່ເຂົ້າມາກັກຕົວພ້ອມກັບລົດຄັນດັ່ງກ່າວ.

No comments