ທ່ານ ທັນສະໄໝ ກົມມະສິດ ຕ້ອນຮັບທູດຝຣັ່ງ

ທ່ານ ນາງ ໂກຼດິນ ເລີດູ (Claudine LEDUX) ເອກອັກຄະລັດຖະທູດຜູ້ມີອຳ ນາດເຕັມແຫ່ງສາທາລະນະ ລັດຝຣັ່ງ ປະຈຳ ສປປ ລາວ ພ້ອມດ້ວຍຄະນະໄດ້ເຂົ້າຢ້ຽມຢາມ ແລະ ພົບປະກັບທ່ານ ທັນສະໄໝ ກົມມະສິດ ລັດຖະມົນຕີກະຊວງ ປທສ ໃນຕອນ ບ່າຍຂອງວັນທີ 28 ກໍລະ ກົດ ຜ່ານມານີ້, ທີ່ຫ້ອງຮັບແຂກກະຊວງ ປທສ.
ໃນໂອກາດດັ່ງກ່າວ ທ່ານ ທັນສະໄໝ ກົມມະສິດ ກໍໄດ້ ສະແດງຄວາມຍິນດີຕ້ອນຮັບ ຊົມເຊີຍ ພ້ອມທັງຕີລາຄາສູງຕໍ່ ການຢ້ຽມຢາມ ແລະ ພົບປະ ຂອງ ທ່ານ ນາງ ໂກຼດິນ ເລີດູ ພ້ອມດ້ວຍຄະນະ, ເຊິ່ງເປັນ ການປະກອບສ່ວນອັນສຳຄັນ ຕໍ່ການຮັດແໜ້ນສາຍພົວພັນ ການຮ່ວມມືລະຫວ່າງ ສປປ ລາວ ແລະ ຝຮັ່ງ. ໂດຍສະເພາະ ແມ່ນການຮ່ວມມືດ້ານໄປສະ ນີໂທລະຄົມ ແລະ ການສື່ສານ ລະຫວ່າງລາວ-ຝຣັ່ງ, ສອງ ຝ່າຍໄດ້ປຶກສາຫາລື ກ່ຽວກັບ ຂັ້ນຕອນການລົງສະໝັກຂອງ ປະເທດຝຣັ່ງ ເຂົ້າເປັນສະມາ ຊິກສະພາປະຕິບັດການໄປ ສະນີ (Postal Operatione) ຂອງອົງການໄປ ສະນີສາກົນ (Universal Postal Union) ເພື່ອນຳສົ່ງໜັງສືຂອງລັດຖະ ມົນຕີກະຊວງເສດຖະກິດ ແລະ ການເງິນຂອງຝຣັ່ງກ່ຽວກັບ ເລື່ອງດັ່ງກ່າວ.
ເອກອັກຄະລັດຖະທູດ ຝຣັ່ງ ປະຈຳ ສປປ ລາວ ໄດ້ສະ ແດງຄວາມຂອບໃຈ ແລະ ຄວາມ ນັບຖືຢ່າງສູງຕໍ່ທ່ານລັດຖະ ມົນ ຕີກະຊວງໄປສະນີ ໂທລະຄົມ ມະນາຄົມ ແລະ ການສື່ສານ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບ ອຸ່ນ, ເປັນກັນເອງ ແລະ ທັງ ສອງຝ່າຍກໍ່ຫວັງວ່າການຮ່ວມ ມືລະຫວ່າງສອງ ປະເທດຈະ ເພີ່ມທະວີຂຶ້ນໄປເທື່ອລະກ້າວ.
(ໂດຍ: ຫ້ອງການ, ພະແນກປະ ຊາສຳພັນ)

ທີ່ມາ: www.pasaxon.org.la

No comments

Theme images by compassandcamera. Powered by Blogger.