ປະທານາທິບໍດີ ແຫ່ງ ສ.ເກົາຫຼີ ຢ້ຽມຢາມ ສປປ ລາວ
ຕອບສະໜອງຕາມຄຳ ເຊີນຂອງພະນະທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະ ໄຕ ປະຊາຊົນລາວ, ພະນະ ທ່ານ ນາງ ປັກ ກຶນ ເຮ ປະທາ ນາທິບໍດີ ແຫ່ງ ສາທາລະນະ ລັດ ເກົາຫຼີ ພ້ອມດ້ວຍຄະນະ ຜູ້ແທນຂັ້ນສູງໄດ້ເດີນທາງມາ ຢ້ຽມຢາມທາງການສາທາ ລະນະລັດ ປະຊາທິປະໄຕ ປະ ຊາຊົນລາວ ໃນໂອກາດເຂົ້າ ຮ່ວມກອງປະຊຸມສຸດຍອດອາ ຊຽນ ຄັ້ງທີ 28-29 ແລະ ກອງ ປະຊຸມສຸດຍອດອື່ນໆທີ່ກ່ຽວ ຂ້ອງທີ່ ສປປ ລາວ. ການເດີນ ທາງຢ້ຽມຢາມທາງການ ສປປ ລາວ ຄັ້ງນີ້ໄດ້ກາຍ ເປັນເຫດ ການປະຫວັດສາດໜຶ່ງທີ່ສຳ ຄັນໃນການປະກອບສ່ວນເຂົ້າ ໃນການເສີມຂະຫຍາຍສາຍ ພົວພັນມິດຕະພາບ ແລະ ການ ຮ່ວມມືທີ່ດີ ລະຫວ່າງສອງປະ ເທດ ລາວ ແລະ ສ.ເກົາຫຼີ ໃຫ້ ນັບມື້ນັບແຕກດອກອອກຜົນ ຍິ່ງໆຂຶ້ນໄປ. ໃນວັນທີ 9 ກັນຍາ 2016 ນີ້, ທີທຳນຽບປະທານປະເທດ, ພະນະທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວໄດ້ຕ້ອນຮັບ ພະນະທ່ານ ນາງ ປັກ ກຶນ ເຮ ປະທານາທິບໍ ດີ ແຫ່ງ ສາທາລະນະລັດ ເກົາ ຫຼີ ຢ່າງສົມກຽດ. ຫຼັງຈາກນັ້ນກໍ ໄດ້ມີການພົບປະສອງຝ່າຍຂຶ້ນ. ໃນການພົບ ປະຄັັ້ງນີ້ສອງຝ່າຍ ໄດ້ສະແດງຄວາມຍິນດີ ແລະ ຕີລາຄາສູງຕໍ່ການພົວພັນຮ່ວມ ມືສອງຝ່າຍໃນໄລຍະຜ່ານມາ ເຫັນວ່າການພົວພັນຮ່ວມມື ຂອງສອງປະເທດ ມີຫຼາຍດ້ານ ທີ່ພົ້ນເດັ່ນ ເຊິ່ງສະແດງອອກ ໃນການແລກປ່ຽນຢ້ຽມຢາມ ເຊິ່ງກັນ ແລະ ກັນຂອງຄະນະຜູ້ ແທນລະດັບສູງຂອງສອງປະ ເທດ ເປັນຕົ້ນແມ່ນການຢ້ຽມ ຢາມ ສ.ເກົາຫຼີ ຢ່າງເປັນທາງ ການຂອງທ່ານປະທານປະ ເທດ ແຫ່ງ ສປປ ລາວ ໃນປີ 2013, ການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງ ທ່ານນາຍົກລັດຖະມົນຕີ ແຫ່ງ ສ.ເກົາຫຼີ ໃນປີ 2015. ການ ຮ່ວມມືດ້ານເສດຖະກິດ-ການ ຄ້າກໍນັບມື້ນັບໄດ້ຮັບການຂະ ຫຍາຍຕົວ, ອັນພົ້ນເດັ່ນແມ່ນ ການລົງທຶນຂອງສ.ເກົາຫຼີ ຢູ່ ສປປ ລາວ ທີ່ຈັດຢູ່ໃນອັນດັບ 5 ຂອງການລົງທຶນຕ່າງປະເທດ ລວມມູນຄ່າ 700 ກ່ວາລ້ານ ໂດລາສະຫະລັດ; ການຄ້າສອງ ຝ່າຍສາມາດບັນລຸໄດ້ 197 ລ້ານ ໂດລາສະຫະລັດ ໃນປີ 2015. ສອງຝ່າຍຍິນດີສືບ ຕໍ່ປຶກສາຫາ ລື ແລະ ຊຸກຍູ້ການຮ່ວມມືດ້ານ ເສດຖະກິດ-ການຄ້າ, ການສຶກ ສາລວມທັງບັນດາວຽກງານຂະ ແໜງການຕ່າງໆເຊັ່ນ: ດ້ານກະ ສິກຳ, ສາທາລະນະສຸກ, ການ ພັດທະນາຊັບພະຍາກອນມະ ນຸດ, ວັດທະນະທຳ-ສັງຄົມ ແລະ ຂະແໜງການທ່ອງທ່ຽວ, ເຊິ່ງມີ ນັກທຸລະກິດ-ນັກທ່ອງທ່ຽວຈາກ ສ.ເກົາຫຼີ ເດີນທາງເຂົ້າມາ ສປປ ລາວ ເປັນຈຳນວນ 160.000 ເທື່ອຄົນ ໃນປີ 2015, ພາຍຫຼັງ ທີ່ ສປປ ລາວ ແລະ ສ.ເກົາຫຼີ ໄດ້ເປີດສາຍການບິນໂດຍກົງ ຮ່ວມກັນ, ຕັ້ງແຕ່ປີ 2012 ເປັນ ຕົ້ນມາ. ສ.ເກົາຫຼີ ໄດ້ໃຫ້ການ ຊ່ວຍເຫຼືອທາງການ ເພື່ອການ ພັດທະນາ (ODA) ແກ່ ສປປ ລາວ ໃນຫຼາຍຂະແໜງການ ເປັນຕົ້ນແມ່ນການພັດທະນາ ຊົນນະບົດ, ການພັດທະນາການ ສຶກສາ ແລະ ສາທາລະນະສຸກ, ຊຶ່ງເປັນການປະກອບສ່ວນອັນ ສຳຄັນເຂົ້າໃນການປະຕິບັດ ແຜນພັດທະນາເສດຖະກິດ- ສັງຄົມຂອງ ສປປ ລາວ. ນອກ ຈາກນີ້, ສອງຝ່າຍຍັງໄດ້ແລກ ປ່ຽນຄຳຄິດຄຳເຫັນການຮ່ວມ ມືໃນຂອບການຮ່ວມມືພາກ ພື້ນ ແລະ ສາກົນ ເຊິ່ງສອງຝ່າຍ ຈະສືບຕໍ່ໃຫ້ການຊ່ວຍເຫຼືອ, ປຶກສາຫາລື ແລະ ສະໜັບສະ ໜູນເຊິ່ງກັນ ແລະ ກັນໃຫ້ຫຼາຍ ຂຶ້ນກ່ວາເກົ່າ. ໃນໂອກາດດັ່ງກ່າວ, ທ່ານ ປະທານປະເທດ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຂອບໃຈຢ່າງ ຈິງໃຈຕໍ່ພະນະທ່ານ ນາງ ປັກ ກຶນ ເຮ ປະທານາທິບໍດີ ແຫ່ງ ສ.ເກົາຫຼີ ພ້ອມດ້ວຍຄະນະທີ່ ໄດ້ຢ້ຽມຢາມ ສປປ ລາວ ຢ່າງ ເປັນທາງການເທື່ອທຳອິດ ແລະ ສະແດງຄວາມຂອບໃຈ ຜ່ານພະນະທ່ານ ໄປຍັງລັດຖະ ບານ ແລະ ປະຊາຊົນ ແຫ່ງ ສ.ເກົາຫຼີທີ່ໄດ້ໃຫ້ການສະໜັບ ສະໜູນຊ່ວຍເຫຼືອ ສປປ ລາວ ໄລຍະຜ່ານມາ, ອວຍພອນໄຊ ອັນປະເສີດມາຍັງພະນະທ່ານ ຈົ່ງປະສົບຜົນສຳເລັດໃໝ່ອັນ ໃຫຍ່ຫຼວງກ່ວາ ເກົ່າ ໃນພາລະ ກິດແຫ່ງການພັດທະນາ ແລະ ສ້າງສາປະເທດຊາດ ແລະ ຫວັງ ຢ່າງຍິ່ງວ່າ: ພະນະທ່ານຈະສືບ ຕໍ່ໃຫ້ການຮ່ວມມື ແລະ ເພີ່ມ ການສະໜັບ ສະໜູນຊ່ວຍເຫຼືອ ແກ່ ສປປ ລາວ ໃຫ້ຫຼາຍຂຶ້ນ. ພາຍຫຼັງການພົບປະ, ສອງຝ່າຍ ຍັງໄດ້ຮ່ວມກັນເປັນສັກຂີພິ ຍານ ໃນການລົງນາມບົດບັນ ທຶກຄວາມເຂົ້າໃຈ ການຮ່ວມມື ດ້ານຕ່າງໆຈຳນວນ 8 ສະບັບ. ໃນຕອນບ່າຍຂອງວັນ ດຽວກັນ ທ່ານປະທານປະເທດ ບຸນຍັງ ວໍລະຈິດ ໄດ້ຈັດງານ ລ້ຽງອາຫານທ່ຽງ ເພື່ອເປັນກຽດ ແກ່ ພະນະທ່ານປະທານາທິບໍ ດີ ແຫ່ງ ສ.ເກົາຫຼີ, ທີ່ທຳນຽບ ປະທານປະເທດ ແຫ່ງ ສປປ ລາວ. ຫຼັງຈາກນັ້ນ, ປະທານາທິ ບໍດີ ສ.ເກົາຫຼີ ໄດ້ເດີນທາງກັບ ປະເທດ.
ທີ່ມາ: www.pasaxon.org.la
ທີ່ມາ: www.pasaxon.org.la
No comments