ປະທານ ສນຊ ຕ້ອນຮັບຜູ້ຕາງໜ້າ ອຸຍນີເຊັບ ປະຈຳ ລາວ

ທ່ານ ໄຊສົມພອນ ພົມວິຫານ ປະທານສູນກາງແນວ ລາວສ້າງຊາດ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ຫົງເວ້ກ້າວ ຜູ້ຕາງໜ້າອົງການອຸຍນີເຊັບ ປະຈຳ ສປປ ລາວ ເມື່ອ ວັນທີ 8 ກັນຍາຜ່ານມາ ທີ່ຫ້ອງຮັບແຂກຂອງ ສນຊ. ທ່ານ ນາງ ຫົງເວ້ກ້າວ ໄດ້ຕີລາຄາສູງຕໍ່ບົດບາດສຳຄັນ ຂອງ ສນຊ ໃນການສະໜັບ ສະໜູນຂະບວນ ການຕ່າງໆ ເພື່ອຊ່ວຍເຫຼືອແມ່ຍິງ ແລະ ເດັກ ໂດຍສະເພາະແມ່ນວຽກ ງານສັກຢາກັນພະຍາດ, ໂພ ຊະນາການ, ນ້ຳສະອາດ ແລະ ວຽກງານສຸຂະອະນາໄມ, ການ ສຶກສາສຳລັບ ເດັກກ່ອນໄວ ຮຽນ ແລະ ການປົກປ້ອງເດັກ. ປະທານ ສນຊ ໄດ້ສະ ແດງຄວາມຂອບໃຈຕໍ່ຜູ້ຕາງ ໜ້າອົງການອຸຍນີເຊັບ ປະຈຳ ສປປ ລາວ ກໍຄືອົງການອຸຍນີ ເຊັບ ທີ່ໄດ້ໃຫ້ ການຊ່ວຍເຫຼືອ ລັດຖະບານ ກໍຄືປະຊາຊົນ ລາວ ຕະຫຼອດໄລຍະຜ່ານມາ. ນອກນັ້ນ ທັງສອງຝ່າຍຍັງໄດ້ ປຶກສາຫາລືກັນກ່ຽວກັບແຜນ ງານການຮ່ວມມືລະດັບປະ ເທດ ແຕ່ປີ 2017-2021 ແລະ ການຮ່ວມມືລະຫວ່າງອົງການ ອຸຍນີເຊັບກັບສູນກາງແນວ ລາວສ້າງຊາດໃນຕໍ່ໜ້າ.

ທີ່ມາ: www.pasaxon.org.la

No comments

Theme images by compassandcamera. Powered by Blogger.