ລນລ ເປີດປ້ຳບໍລິການຕົວແບບ ທີ່ບ້ານສີວິໄລ
ລັດວິສາຫະກິດນ້ຳ ມັນເຊື້ອໄຟຟ້າລາວ (ລນລ) ໄດ້ຈັດພິທີເປີດປ້ຳຈຳໜ່າຍນ້ຳ ມັນ ເປັນແຫ່ງທີ 344 ເຊິ່ງຕັ້ງຢູ່ ບ້ານສີວິໄລ ເມືອງໄຊທານີ ນະ ຄອນຫຼວງວຽງຈັນ ເພື່ອບໍລິ ການລູກຄ້າໃນເມືອງຫຼວງໃຫ້ ສະດວກສະບາຍຂຶ້ນ.
ປ້ຳນ້ຳມັນແຫ່ງນີ້ເປັນປ້ຳ ຮູບແບບໃໝ່ຂອງ ລນລ ທີ່ໄດ້ ອອກແບບ ແລະ ກໍ່ສ້າງໃຫ້ມີ ຄວາມສວຍງາມທັນສະໄໝ ໂດຍຕິດຕັ້ງຖັງນ້ຳມັນໃຕ້ດິນ, ສາຍທໍ່ ແລະ ຫົວປ້ຳຈ່າຍນ້ຳ ມັນໃຊ້ລະບົບແບບຫົວດູດ ຈາກຖັງໃຕ້ດິນ ຫຼື ແບບຊັບ ເມີດຄວບຄຸມດ້ວຍລະບົບເຕັກ ນິກອັດຕະໂນມັດ ເຊິ່ງຈະເພີ່ມ ຄວາມໝັ້ນໃຈໃຫ້ ສັງຄົມ-ຜູ້ຊົມໃຊ້, ຮັບປະກັນດ້ານປະ ລິມານ ແລະ ຄຸນນະພາບນ້ຳ ມັນທີ່ຮັບເຂົ້າ ແລະ ຈ່າຍອອກ ໃຫ້ລູກຄ້າໄດ້ເຕັມລິດຕາມ ມາດຕະຖານ ແລະ ມີລະບົບ ປ້ອງກັນຄວາມປອດໄພເປັນ ຢ່າງດີ, ນອກຈາກນີ້ ລນລ ຍັງ ໄດ້ຮັບການຮ່ວມມືຈາກທະ ນາຄານການຄ້າຕ່າງປະເທດ ລາວທີ່ໄດ້ຈັດຕັ້ງໜ່ວຍບໍລິ ການຫຼັກ 7 ພ້ອມຕິດຕັ້ງເຄື່ອງ ຖອນເງິນອັດຕະໂນມັດ ຫຼື ເອທີ ເອັມເພື່ອບໍລິການສັງຄົມທົ່ວ ໄປ, ບໍລິສັດກາເຟສີໜຸກໄດ້ ເປີດກິດຈະການຮ້ານກາເຟສີ ໜຸກເພື່ອບໍລິການກາເຟ, ເຄື່ອງ ດື່ມ, ເຂົ້າໜົມ ແລະ ອາຫານຮັບ ໃຊ້ສັງຄົມ, ທັງໝົດເຫຼົ່ານີ້ ໄດ້ ຊ່ວຍເຮັດໃຫ້ປ້ຳນ້ຳມັນສີວິໄລ ບໍລິການແຫ່ງນີ້ເປັນປ້ຳຕົວ ແບບແຫ່ງໜຶ່ງຂອງ ລນລ ທີ່ມີ ການບໍລິການຢ່າງຫຼາກຫຼາຍ ສາມາດຕອບສະໜອງຄວາມ ຕ້ອງການຂອງສັງຄົມໄດ້ເປັນ ຢ່າງດີ ແລະ ລນລ ມີແຜນ ການຂະຫຍາຍປ້ຳຕົວແບບທີ່ ມີກິດຈະການບໍລິການທີ່ຫຼາກ ຫຼາຍແບບນີ້ໄປສູ່ແຂວງອື່ນໆ ຕື່ມອີກໃນອະນາຄົດ.
ທີ່ມາ: www.pasaxon.org.la

No comments